ປີ 2024ຜ່ານມາ ທົ່ວປະເທດມີຄະດີອາຊະຍາກຳ 8,083 ເລື່ອງ ຈັບຜູ້ຖືກຫາໄດ້ 10,700 ກວ່າຄົນ

ພັອ ສຸກພະຈັນ ບຸດດາຄໍາ ຫົວໜ້າຫ້ອງການກົມໃຫຍ່ຕໍາຫລວດ ລາຍງານຕໍ່ກອງປະຊຸມສະຫລຸບວຽກງານຕໍາຫລວດ ປະຈໍາປີ 2024 ວັນທີ 10 ກຸມພາ 2025 ນີ້ວ່າ: ໃນໄລຍະ 1 ປີຜ່ານມາມີຄະດີ ອາຊະຍາກຳເກີດຂຶ້ນທັງໝົດ 8,083 ເລື່ອງ(ບໍ່ນັບອຸບັດຕິເຫດ ແລະ ອັກຄີໄພ), ໃນນີ້, ສາມາດມ້າງໄດ້ 7,143 ເລື່ອງ, ຜູ້ຖືກຫາຫຼາຍກວ່າ 10,700 ຄົນ ຍິງ 1,410 ຄົນ, ຕ່າງປະເທດ 370 ກວ່າຄົນ ຍິງ 34 ຄົນ, ພົ້ນເດັ່ນແມ່ນບັນຫາຢາເສບຕິດ 4,180 ກວ່າເລື່ອງ, ການກະທໍາຜິດທາງເສດຖະກິດ 760 ເລື່ອງ, ການຄ້າມະນຸດ 46 ເລື່ອງ, ກະທຳຜິດທາງອາຍາທົ່ວໄປ 3,119 ເລື່ອງ. ໃນນີ້, ມີລົດຈັກເສຍ 1,401 ຄັນ, ລົດໃຫຍ່ເສຍ 19 ຄັນ (ນະຄອນຫລວງວຽງຈັນ 1,167 ຄັນ ຕ່າງແຂວງ 11 ຄັນ), ຄາຕະກຳ 100 ເລື່ອງ, ລັກພາຕົວ 18 ເລື່ອງ, ທໍາຮ້າຍຮ່າງກາຍ 146 ເລື່ອງ, ລັກຊັບພົນລະເມືອງ 2,186 ເລື່ອງ, ຊີງຊັບພົນລະເມືອງ 76 ລາຍ, ປຸ້ນຊັບພົນລະເມືອງ 64 ເລື່ອງ ແລະ ຄະດີປະເພດອື່ນໆ ອີກຈໍານວນໜຶ່ງ.
ທົ່ວປະເທດສາມາດມ້າງຄະດີຢາເສບຕິດໄດ້ 4,158 ເລື່ອງ, ຈັບຜູ້ຖືກຫາໄດ້ 6,297 ຄົນ ຍິງ 608 ຄົນ, ຕ່າງປະເທດ 232 ຍິງ 24 ຄົນ; ຢຶດຂອງກາງຢາເສບຕິດປະເພດຕ່າງໆມີ ເຮໂຣອິນຫຼາຍກວ່າ 390 ກິໂລກຣາມ, ຢາບ້າ 91ລ້ານ 500,000 ກວ່າເມັດ, ຢາຝິ່ນເກືອບ 89 ກິໂລກຣາມ, ໂຄເຄນ 1 ກິໂລກຣາມ, ເຄຕາມິນຫຼາຍກວ່າ 279 ກິໂລກຣາມ, ກັນຊາຫຼາຍກວ່າ 3ໂຕນ, ຢາອີ 2, 000ກວ່າ ເມັດ, ແປ້ງຝຸ່ນຫຼາຍກ່ວາ ໂຕນ(10,453.84 ກິໂລກຣາມ), ນໍ້າຢາສານເຄມີ 101 ຖັງ ແລະ ກວດພົບເຄື່ອງຂອງກາງໃນການນໍາໃຊ້ເຄື່ອນໄຫວກໍ່ການກະທໍາຜິດ ເຊັ່ນ: ພາຫະນະ, ອາວຸດ, ອຸປະກອນປະເພດຕ່າງໆມີ ລົດໃຫຍ່ 101 ຄັນ, ລົດຈັກ 662 ຄັນ, ອາວຸດປືນ 38 ກະບອກ, ລູກປືນ 2,273 ລູກ, ໝາກແຕກ 5 ໜ່ວຍ, ເງິນກີບຫຼາຍກວ່າ 1ຕື້ 040 ລ້ານກີບ, ເງິນບາດ 2ລ້ານ440,000 ບາດ, ເງິນໂດລາ 2,300 ໂດລາ, ເງິນຢວນຫຼາຍກວ່າ 5,000,000 ຢວນ, ເງິນເຢັນ 5ໝື່ນເຢັນ ແລະ ເຄື່ອງຂອງກາງອື່ນໆອີກຫລາຍລາຍການ.
ທີ່ມາ: ກົມສື່ມວນຊົນ ປກສ