ແຂວງວຽງຈັນ ແກ້ໄຂບ້ານ ແລະ ເມືອງທຸກຍາກໄດ້ 100%, ຍັງບໍ່ພົ້ນທຸກ 3,432 ຄອບຄົວ

- istockphoto 1473426396 612x612 1 - ແຂວງວຽງຈັນ ແກ້ໄຂບ້ານ ແລະ ເມືອງທຸກຍາກໄດ້ 100%, ຍັງບໍ່ພົ້ນທຸກ 3,432 ຄອບຄົວ
- kitchen vibe - ແຂວງວຽງຈັນ ແກ້ໄຂບ້ານ ແລະ ເມືອງທຸກຍາກໄດ້ 100%, ຍັງບໍ່ພົ້ນທຸກ 3,432 ຄອບຄົວ

ທ່ານ ພູທະນູເພັດ ໄຊສົມບັດ ຮອງເຈົ້າແຂວງວຽງຈັນ ລາຍງານຕໍ່ກອງປະຊຸມສະຫລຸບຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ຕິດພັນກັບວຽກງານ 3 ສ້າງ ປະຈຳປີ 2024 ແລະ ທິດທາງແຜນການ ປະຈຳປີ 2025 ທີ່ຈັດຂຶ້ນໃນວັນທີ 11 ກຸມພາ 2025 ນີ້ວ່າ: ປັດຈຸບັນທົ່ວແຂວງວຽງຈັນ ມີ 431 ບ້ານ, 79,132 ຄອບຄົວ ແລະ ເປັນບ້ານພົ້ນທຸກ 100%, ຄອບຄົວພົ້ນທຸກ 75,700 ຄອບຄົວ, ຍັງມີ 3,432 ຄອບຄົວທີ່ຍັງບໍ່ພົ້ນທຸກ, ບ້ານພັດທະນາ 175 ບ້ານ ແລະ ມີ 64,099 ຄອບຄົວເປັນ ຄອບຄົວພັດທະນາ.

- 476798944 935288178813329 6376945503095208755 n 1024x682 - ແຂວງວຽງຈັນ ແກ້ໄຂບ້ານ ແລະ ເມືອງທຸກຍາກໄດ້ 100%, ຍັງບໍ່ພົ້ນທຸກ 3,432 ຄອບຄົວ


ການສ້າງບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດ ມາຮອດປັດຈະບັນ ມີ 6 ຈຸດສຸມ ສາມາດ ສັງລວມໄດ້ ຄື:

  • ຈຸດສຸມຜາສັງ (ເມືອງເຟືອງ) ບັນລຸຄົບ 16 ມາດຖານກວມ ແລະ ປະ ກາດຮັບຮອງແລ້ວ ເຮັດໃຫ້ເຂດດັ່ງກ່າວມີສີສັນຂຶ້ນຄ້າຍຄືຕົວເມືອງ.
  • ຈຸດສຸມນາມອນບ້ານໂພນສະຫວ່າງ (ເມືອງວັງວຽງ): ບັນລຸຄົບ 16 ມາດຕະຖານ ຊຶ່ງກຳລັງປະກອບເອກະສານຂັ້ນເມືອງສະເໜີຫາແຂວງຮັບຮອງ.
  • ຈຸດສຸມປຸ່ງຫລັກ, ເມືອງກາສີ ມາເຖິງປະຈຸບັນ ແມ່ນບັນລຸຄົບ 10 ມາດຕະຖານ, ບໍ່ບັນຍັງ 6 ມາດຖານ ບໍ່ທັນບັນລຸ.
  • ຈຸດສຸມພັດທະນາຄົກເຂົ້າດໍ (ເມືອງຊະນະຄາມ) ບັນລຸ 13 ມາດຕະຖານ, ຍັງ3 ມາດຖານບໍ່ບັນລຸ.
  • ຈຸດສຸມພັດທະນາ ໂນນສະຫວັນ (ເມືອງຊະນະຄາມ) ບັນລຸ 13 ມາດຕະຖານ, ຍັງ3 ມາດຖານບໍ່ບັນລຸ ແລະ ຈຸດສຸມເມືອງຄີ່ (ເມືອງແມດ) ບັນລຸ 14 ມາດຕະຖານ, ຍັງບໍ່ທັນບັນລຸ 2 ມາດຖານ.
    ສ່ວນເມືອງທຸກຍາກ ຖ້າທຽບໃສ່ ດຳລັດ 348/ລບ ມາຮອດປັດຈຸບັນທັງ 11 ເມືອງ ຂອງແຂວງວຽງຈັນ ແມ່ນສາມາດບັນລຸມາດຕະຖານພົ້ນທຸກທັງໝົດ.
    ສະເພາະກຸ່ມບ້ານນາເລົາ-ຫລັກ 52 ເມືອງໂພນໂຮງ ຜ່ານການກວດກາຄືນຕາມມາດຕະຖານ ແລະ ເງື່ອນໄຂ ໃນ 16 ມາດຖານໂດຍພື້ນຖານແມ່ນສາມາດປະກາດເປັນຕົວເມືອງໃນຊົນນະບົດໄດ້ເຊິ່ງຄາດວ່າຈະປະກາດ ໃນປີ 2025 ນີ້.

ທີ່ມາ: ໜັງສືພິມແຂວງວຽງຈັນ

- 5 - ແຂວງວຽງຈັນ ແກ້ໄຂບ້ານ ແລະ ເມືອງທຸກຍາກໄດ້ 100%, ຍັງບໍ່ພົ້ນທຸກ 3,432 ຄອບຄົວ
- 3 - ແຂວງວຽງຈັນ ແກ້ໄຂບ້ານ ແລະ ເມືອງທຸກຍາກໄດ້ 100%, ຍັງບໍ່ພົ້ນທຸກ 3,432 ຄອບຄົວ
- 4 - ແຂວງວຽງຈັນ ແກ້ໄຂບ້ານ ແລະ ເມືອງທຸກຍາກໄດ້ 100%, ຍັງບໍ່ພົ້ນທຸກ 3,432 ຄອບຄົວ