ລາວ-ຈີນ ປຶກສາແລກປ່ຽນການຮ່ວມມື ເສດຖະກິດ-ການຄ້າ ໃຫ້ມີຄວາມສະດວກສະບາຍ ແລະ ວ່ອງໄວຍິ່ງຂຶ້ນ

ວັນທີ 23 ກຸມພາ 2025 ຄະນະກໍາມະການຮ່ວມມືລາວ-ຈີນ ກະຊວງແຜນການ ແລະ ການລົງທຶນ ແລກປ່ຽນການຮ່ວມມື ດ້ານເສດຖະກິດ-ການຄ້າ ລະຫວ່າງ ສປປ ລາວ ແລະ ເຂດປົກຄອງຕົນເອງ ເຜົ່າຈ້ວງ ກວາງຊີ ສປ ຈີນ ໂດຍການເຂົ້າຮ່ວມຂອງທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ປະທານຄະນະກໍາມະການຮ່ວມມື ລາວ-ຈີນ, ທ່ານ ເສີນກາງ ເລຂາຄະນະພັກ ເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ ສປ ຈີນ, ທ່ານນາງ ຟ່າງຫົງ ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ເພັດ ພົມພິພັກ ກ່າວວ່າ: ປີ 2024 ທີ່ຜ່ານມາ ແມ່ນປີທີ່ພົ້ນເດັ່ນ ແລະ ມີຄວາມໝາຍສຳຄັນໃນການພົວພັນຮ່ວມມືລະຫວ່າງສອງປະເທດ ລາວ-ຈີນ ທີ່ ສອງຝ່າຍ ໄດ້ລົງນາມໃນແຜນແມ່ບົດ ວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ສະບັບໃໝ່ໄລຍະປີ 2024-2028 ໃນໂອກາດທີ່ ສະຫາຍເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເດີນທາງໄປເຂົ້າຮ່ວມກອງປະຊຸມ ເວທີປຶກສາຫາລືລະດັບສູງ ໜຶ່ງແລວ-ໜຶ່ງເສັ້ນທາງ ເພື່ອການຮ່ວມມືສາກົນ ທີ່ນະຄອນຫລວງປັກກິ່ງ ໃນເດືອນຕຸລາ 2023 ຜ່ານມາ ຊຶ່ງຂໍ້ລິເລີ່ມດັ່ງກ່າວ ຖືເປັນການປະກອບສ່ວນອັນສໍາຄັນເຂົ້າໃນການສົ່ງເສີມການເຊື່ອມໂຍງ-ເຊື່ອມຈອດ ເພື່ອອໍານວຍຄວາມສະດວກໃຫ້ແກ່ການຄ້າ-ການລົງທຶນ ແລະ ການທ່ອງທ່ຽວໃນພາກພື້ນ. ສໍາລັບ ສປປ ລາວ, ການເປີດນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ໃນທ້າຍປີ 2021 ຜ່ານມາ ບໍ່ພຽງແຕ່ໄດ້ກາຍເປັນທ່າແຮງອັນສໍາຄັນໃນການອຳນວຍຄວາມສະດວກໃຫ້ແກ່ການຄ້າ, ການລົງທຶນ, ການຄົມມະນາຄົມຂົນສົ່ງ ເທົ່ານັ້ນ, ແຕ່ຍັງເປັນການສົ່ງເສີມວຽກງານດ້ານການເຊື່ອມໂຍງ – ເຊື່ອມຈອດ ໃນພາກພື້ນ ໂດຍສະເພາະການສົ່ງເສີມການທ່ອງທ່ຽວ ແລະ ການໄປມາຫາສູ່ ຂອງປະຊາຊົນລາວ-ຈີນ ກໍຄື ອາຊຽນ-ຈີນ ໃຫ້ມີຄວາມສະດວກສະບາຍ ແລະ ວ່ອງໄວຍິ່ງຂຶ້ນ.
ການຄ້າລະຫວ່າງ ສປປ ລາວ – ສປ ຈີນ ຍັງສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຊຶ່ງນັກລົງທຶນຈາກ ສປ ຈີນ ທີ່ໄດ້ມາລົງທຶນຢູ່ພາຍໃນ ສປປ ລາວ ແມ່ນມີທຸກຂະແໜງການ ໂດຍສະເພາະດ້ານພະລັງງານ, ບໍ່ແຮ່, ການບໍລິການ ແລະ ກະສິກໍາ, ໂດຍລວມມີຫລາຍກວ່າ 923 ໂຄງການ ມີມູນຄ່າຫລາຍກວ່າ 13 ຕື້ໂດລາ ແລະ ເປັນອັນດັບໜຶ່ງຂອງການລົງທຶນຕ່າງປະເທດໃນ ສປປ ລາວ ໃນຈໍານວນ 53 ປະເທດທີ່ເຂົ້າມາລົງທຶນໃນ ສປປ ລາວ.