ກອງປະຊຸມສະໄໝວິສາມັນຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ກອງປະຊຸມສະໄໝວິສາມັນຄະນະບໍລິຫານງານສູນກາງພັກ ສະໄໝທີ XI - 481267827 1189991129796810 1771920256712504919 n - ກອງປະຊຸມສະໄໝວິສາມັນຄະນະບໍລິຫານງານສູນກາງພັກ ສະໄໝທີ XI
ກອງປະຊຸມສະໄໝວິສາມັນຄະນະບໍລິຫານງານສູນກາງພັກ ສະໄໝທີ XI - kitchen vibe - ກອງປະຊຸມສະໄໝວິສາມັນຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ກອງປະຊຸມ ສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ທີ່ ດໍາເນີນແຕ່ວັນທີ 24-25 ກຸມພາ 2025 ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ, ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ ສະ​ຫາຍ ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ປະ​ທານ​ປະ​ເທດ ແຫ່ງ ສ​ປ​ປ ລາວ ກອງປະຊຸມຄັ້ງນີ້ ເປັນກອງປະຊຸມທີ່ມີຄວາມໝາຍສໍາຄັນ ແລະ ມີລັກສະນະ “ພິເສດ”, ຄະນະບໍລິຫານງານສູນກາງພັກ ໄດ້ພ້ອມກັນຮັບຟັງລາຍງານ, ປຶກສາຫາລື, ຕີລາຄາ ແລະ ທິດຊີ້ນໍາຕໍ່ແຕ່ລະບັນຫາທີ່ຍົກຂຶ້ນຢ່າງເລິກເຊິ່ງ ພາວະວິໄສ, ກົງໄປກົງມາ.

ກອງປະຊຸມມີຄວາມເປັນເອກະພາບໃນລະດັບສູງ ຕົກລົງຮັບຮອງເອົາບັນຫາສໍາຄັນ ທີ່ເປັນແນວທາງການຈັດຕັ້ງ ຂອງພັກ ດັ່ງນີ້:

ກອງປະຊຸມສະໄໝວິສາມັນຄະນະບໍລິຫານງານສູນກາງພັກ ສະໄໝທີ XI - Visit Laos Visit SALANA BOUTIQUE HOTEL - ກອງປະຊຸມສະໄໝວິສາມັນຄະນະບໍລິຫານງານສູນກາງພັກ ສະໄໝທີ XI
ກອງປະຊຸມສະໄໝວິສາມັນຄະນະບໍລິຫານງານສູນກາງພັກ ສະໄໝທີ XI - Visit Laos Visit SALANA BOUTIQUE HOTEL - ກອງປະຊຸມສະໄໝວິສາມັນຄະນະບໍລິຫານງານສູນກາງພັກ ສະໄໝທີ XI

1. ເຫັນດີຮັບຮອງດ້ານຫລັກການ ກ່ຽວກັບການປັບປຸງລັດ ຖະທໍາມະນູນ ສະ ບັບ ປີ 2015 ແລະ ກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ, ມອບໃຫ້ຄະນະຮັບ ຜິດຊອບການປັບປຸງລັດຖະທໍາມະນູນ ແລະ ກົດໝາຍທີ່ກ່ຽວຂ້ອງ ສືບຕໍ່ຄົ້ນຄວ້າ, ປັບປຸງ ຕາມທິດຊີ້ນໍາ ຂອງກອງປະຊຸມ ແລະ ນໍາສະເໜີຕໍ່ສະພາແຫ່ງຊາດ ພິຈາລະ ນາ ແລະ ຮັບຮອງເອົາໃນກອງປະຊຸມສະໄໝວິສາມັນ ທີ່ຈະໄຂຂຶ້ນໃນຕໍ່ໜ້າ;

2. ຮັບຮອງເອົາທິດທາງ, ນະໂຍບາຍ ໃນການສ້າງຕັ້ງອົງການປົກຄອງທ້ອງ ຖິ່ນຂັ້ນຕາແສງ ເປັນອົງການປົກຄອງຂັ້ນຕໍ່າສຸດ. ມອບໃຫ້ລັດຖະບານ, ອົງການກ່ຽວຂ້ອງຂອງລັດ, ຄະນະພັກ, ອົງການປົກຄອງທ້ອງຖິ່ນ ປະສານສົມທົບກັນ ຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນດີ, ສ້າງເງື່ອນໄຂເອື້ອອໍານວຍ, ການເສີມຂະຫຍາຍທ່າແຮງ ແລະ ຄວາມສາມາດບົ່ມຊ້ອນ ເຮັດໃຫ້ທ້ອງຖິ່ນ-ຮາກຖານ ໄດ້ຮັບການພັດທະນາ, ຍົກລະດັບຂຶ້ນຢ່າງບໍ່ຢຸດຢັ້ງ;

3. ກອງປະຊຸມ ເຫັນດີປັບປຸງກົງຈັກການຈັດຕັ້ງ ຂອງບາງກະຊວງ, ອົງການຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ. ມອບໃຫ້ຄະນະປັບປຸງກົງຈັກການຈັດຕັ້ງ ສົມທົບກັບລັດຖະບານ ເພື່ອກະກຽມ ນໍາສະເໜີ ສະພາແຫ່ງຊາດ ພິຈາລະນາຮັບຮອງເອົາ;

4. ກອງປະຊຸມສູນກາງ ໄດ້ໃຫ້ທິດຊີ້ນໍາ ການສືບຕໍ່ກະກຽມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ດ້ານຂະບວນການ, ເນື້ອໃນ ແລະ ບຸກຄະລາກອນ.

ຜົນສໍາເລັດ ຂອງກອງປະຊຸມ ສະໄໝວິສາມັນ ໃນຄັ້ງນີ້, ສ່ອງແສງຄວາມສາມັກ ຄີເປັນປຶກແຜ່ນ, ຄວາມເອກະພາບໜັກແໜ້ນພາຍໃນ ສູນກາງພັກໃນການສືບຕໍ່ນໍາພາຍູ້ແຮງການຜັນຂະຫຍາຍ ແນວທາງປ່ຽນແປງໃໝ່ຮອບດ້ານມີຫລັກການ ຂອງພັກເຮົາ ເຂົ້າສູ່ລວງເລິກ ໂດຍສະເພາະການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໃຫ້ໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້ເພື່ອກະກຽມກ້າວເຂົ້າສູ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກດ້ວຍບາດກ້າວອັນໜັກແໜ້ນ.

ກອງປະຊຸມ ມອບໃຫ້ກົມການເມືອງ, ຄະນະເລຂາທິການສູນກາງພັກເປັນໃຈ ກາງໃນການຊີ້ ນໍາ-ນໍາພາ-ບັນຊາວຽກງານຈຸດສຸມຕ່າງໆ ດັ່ງນີ້: ຍູ້ແຮງຂະບວນການປະຕິບັດມະຕິ XI ຂອງພັກໂດຍຖືເອົາການປັບປຸງກົງຈັກການຈັດຕັ້ງ ຕິດພັນກັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ອົງຄະນະພັກກະຊວງ, ອົງການ, ແຂວງ ແລະ ນະຄອນຫລວງວຽງຈັນ ກໍຄື ຂະບວນການກະກຽມ ສະເຫລີມສະຫລອງວັນສໍາຄັນປະຫວັດສາດ ຂອງພັກ-ຂອງຊາດ ໃນປີ 2025 ໂດຍສະເພາະແມ່ນ ວັນສ້າງຕັ້ງພັກ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຄອບ 50 ປີ ແລະ ວັນເກີດປະທານໄກສອນພົມວິຫານຄົບຮອບ 105 ປີ ໃຫ້ກາຍເປັນຂະບວນການຕົວຈິງ ໃນທົ່ວສັງຄົມ; ຍົກສູງຄວາມຮັບຜິດຊອບການເມືອງຂອງຄະນະພັກແຕ່ລະຂັ້ນ, ເອົາໃຈໃສ່ການແກ້ໄຂບັນຫາຢ່າງມີຈຸດສຸມ ແລະ ໃຫ້ເປັນລະບົບກວ່າເກົ່າ ໂດຍມີການກຳນົດຂອບເວລາໃນການຈັດຕັ້ງແກ້ໄຂບັນຫາຕ່າງໆ ໃຫ້ຕົກໄປ, ບໍ່ປະໃຫ້ແກ່ຍາວ, ຕ້ອງເດັດດ່ຽວແກ້ໄຂໃຫ້ທັນການ; ສືບຕໍ່ກະກຽມເນື້ອໃນຕ່າງໆ ຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ເປັນຕົ້ນຮ່າງລາຍງານການເມືອງ, ຮ່າງແຜນພັດທະນາເສດຖະ ກິດ-ສັງຄົມ 5 ປີ ແຫ່ງຊາດ ຄັ້ງທີ X, ໂຄງການການເມືອງຂອງພັກ, ສະຫລຸບ 40 ປີ ການປະຕິບັດແນວທາງປ່ຽນແປງໃໝ່; ຜັນຂະຫຍາຍໝາກຜົນ ຂອງການປະຕິບັດແນວທາງການຕ່າງປະເທດ ຂອງພັກເຮົາ, ການຮ່ວມມືກັບຕ່າງປະເທດ ກໍຄື ບັນດາສົນທິ ສັນຍາ ແລະ ສັນຍາຕ່າງໆ ທີ່ພັກ-ລັດ ໄດ້ເຊັນກັບພັກອ້າຍນ້ອງ, ບັນດາໂຄງການໃຫຍ່ທີ່ສຳຄັນທີ່ໄດ້ຕົກລົງເປັນເອກະພາບກັບປະເທດຕ່າງໆ ແລະ ບັນດາອົງການຈັດຕັ້ງສາກົນ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສໍາເລັດ, ຮີບຮ້ອນແກ້ໄຂຂັ້ນຕອນ, ລະບຽບການ ທີ່ຍັງອັດຕັນການລົງທຶນ, ການຜະລິດ-ທຸລະກິດ ໃຫ້ຄ່ອງຕົວຂຶ້ນ; ກະຊວງ, ອົງການ ແລະ ທ້ອງຖິ່ນ ເປັນເຈົ້າການ ແລະ ເອົາໃຈໃສ່ຊີ້ນໍາ ຮີບຮ້ອນເຜີຍແຜ່, ເຊື່ອມຊຶມ ໃຫ້ຄະນະພັກ, ສະມາຊິກພັກ-ພະນັກງານ ກໍຄື ປະຊາຊົນ ໄດ້ຮັບຮູ້, ເຂົ້າໃຈ ແລະ ກໍາແໜ້ນນະໂຍບາຍ, ທິດຊີ້ນໍາ ຂອງສູນກາງພັກ ແລະ ເຂົ້າ ຮ່ວມການຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນດີ.

ກອງປະຊຸມ ຮຽກຮ້ອງໄປຍັງຄະນະພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ທົ່ວປວງຊົນລາວທັງຊາດ ຈົ່ງພ້ອມກັນເພີ່ມທະວີສາມັກຄີເປັນຈິດໜຶ່ງໃຈດຽວ, ເສີມຂະຫຍາຍນໍ້າໃຈຮັກຊາດ, ຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ຕັ້ງໜ້າປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ກໍຄື ຍູ້ຂະບວນ ການແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ແຂງແຮງ, ຟົດຟື້ນ ແລະ ມີຜົນສໍາເລັດໃໝ່ໃຫຍ່ຫລວງກວ່າເກົ່າ.

ຂ່າວ-ພາບ: ຫ້ອງວ່າການສູນກາງພັກ

ກອງປະຊຸມສະໄໝວິສາມັນຄະນະບໍລິຫານງານສູນກາງພັກ ສະໄໝທີ XI - 5 - ກອງປະຊຸມສະໄໝວິສາມັນຄະນະບໍລິຫານງານສູນກາງພັກ ສະໄໝທີ XI
ກອງປະຊຸມສະໄໝວິສາມັນຄະນະບໍລິຫານງານສູນກາງພັກ ສະໄໝທີ XI - 3 - ກອງປະຊຸມສະໄໝວິສາມັນຄະນະບໍລິຫານງານສູນກາງພັກ ສະໄໝທີ XI
ກອງປະຊຸມສະໄໝວິສາມັນຄະນະບໍລິຫານງານສູນກາງພັກ ສະໄໝທີ XI - 4 - ກອງປະຊຸມສະໄໝວິສາມັນຄະນະບໍລິຫານງານສູນກາງພັກ ສະໄໝທີ XI