ອາເມລິກາອະນຸມັດສຸກເສີນຂາຍອາວຸດໃຫ້ອິດສະລາແອນ ບໍ່ສົນຂໍ້ຕົກລົງຢຸດຍິງຢູ່ກາຊາ

ອາເມລິກາອະນຸມັດສຸກເສີນຂາຍອາວຸດໃຫ້ອິດສະລາແອນ ບໍ່ສົນຂໍ້ຕົກລົງຢຸດຍິງຢູ່ກາຊາ - 222 - ອາເມລິກາອະນຸມັດສຸກເສີນຂາຍອາວຸດໃຫ້ອິດສະລາແອນ ບໍ່ສົນຂໍ້ຕົກລົງຢຸດຍິງຢູ່ກາຊາ
ອາເມລິກາອະນຸມັດສຸກເສີນຂາຍອາວຸດໃຫ້ອິດສະລາແອນ ບໍ່ສົນຂໍ້ຕົກລົງຢຸດຍິງຢູ່ກາຊາ - kitchen vibe - ອາເມລິກາອະນຸມັດສຸກເສີນຂາຍອາວຸດໃຫ້ອິດສະລາແອນ ບໍ່ສົນຂໍ້ຕົກລົງຢຸດຍິງຢູ່ກາຊາ

       ກະຊວງປ້ອງກັນປະເທດອາເມລິກາ ເປີດເຜີຍໃນວັນທີ 28 ກຸມພາວ່າ: ກະຊວງການຕ່າງປະເທດຂອງອາເມລິກາໄດ້ອະນຸມັດການຂາຍອາວຸດໃຫ້ປະເທດອິດສະລາແອນມູນຄ່າປະມານ 3 ພັນລ້ານໂດລາສະຫະລັດ.

       ການຂາຍອາວຸດດັ່ງກ່າວໄດ້ຮັບການແຈ້ງຕໍ່ສະພາຄອງເກຣດພາຍໃຕ້ຂະບວນການສຸກເສີນ ຈຶ່ງບໍ່ໄດ້ຜ່ານຂະບວນການກວດສອບຕາມປົກກະຕິ.

ອາເມລິກາອະນຸມັດສຸກເສີນຂາຍອາວຸດໃຫ້ອິດສະລາແອນ ບໍ່ສົນຂໍ້ຕົກລົງຢຸດຍິງຢູ່ກາຊາ - Visit Laos Visit SALANA BOUTIQUE HOTEL - ອາເມລິກາອະນຸມັດສຸກເສີນຂາຍອາວຸດໃຫ້ອິດສະລາແອນ ບໍ່ສົນຂໍ້ຕົກລົງຢຸດຍິງຢູ່ກາຊາ
ອາເມລິກາອະນຸມັດສຸກເສີນຂາຍອາວຸດໃຫ້ອິດສະລາແອນ ບໍ່ສົນຂໍ້ຕົກລົງຢຸດຍິງຢູ່ກາຊາ - Visit Laos Visit SALANA BOUTIQUE HOTEL - ອາເມລິກາອະນຸມັດສຸກເສີນຂາຍອາວຸດໃຫ້ອິດສະລາແອນ ບໍ່ສົນຂໍ້ຕົກລົງຢຸດຍິງຢູ່ກາຊາ

       ກະຊວງການຕ່າງປະເທດຂອງອາເມລິກາ ເປີດເຜີຍວ່າ: ມີການອະນຸມັດຂໍ້ຕົກລົງການຂາຍອາວຸດມູນຄ່າ 2.04 ພັນລ້ານໂດລາສະຫະລັດ ໃຫ້ອິດສະລາແອນ ເຊິ່ງລວມທັງຫົວຮົບລະເບີດທົ່ວໄປຈໍານວນ 35,529 ລູກສໍາລັບລະເບີດ 2,000 ປອນ ແລະ ຫົວຮົບຂະໜາດ 2,000 ປອນຊະນິດເຈາະບັງເກີຈໍານວນ 4,000 ລູກ.

      ເພນຕາກອນລະບຸໃນຖະແຫລງການວ່າ: ການສົ່ງມອບອາວຸດດັ່ງກ່າວຄາດວ່າຈະເລີ່ມຂຶ້ນໃນປີ 2026 ແຕ່ມີຄວາມເປັນໄປໄດ້ວ່າອາວຸດບາງສ່ວນອາດຈະມາຈາກສາງຂອງອາເມລິກາ ເຊິ່ງຈະສາມາດສົ່ງມອບອາວຸດບາງສ່ວນໄດ້ທັນທີ.

      ສ່ວນຂໍ້ຕົກລົງສະບັບທີສອງໃນການຈັດຫາລະເບີດຂະໜາດ 1,000 ປອນ ແລະ ຊຸດນໍາທາງ ເຊິ່ງມີມູນຄ່າ 675.7 ລ້ານໂດລາສະຫະລັດນັ້ນຄາດວ່າຈະສົ່ງມອບໃນປີ 2028 ແລະ ຂໍ້ຕົກລົງທີ່ສາມໃນການຊື້ລົດເກດດິນ Caterpillar D9 Bulldozers ມູນຄ່າ 295 ລ້ານໂດລາສະຫະລັດນັ້ນຄາດວ່າຈະສົ່ງມອບໃນປີ 2027.

      ການອະນຸມັດຂາຍອາວຸດໃຫ້ອິດສະລາແອນໃນກໍລະນີສຸກເສີນຄັ້ງນີ້ຖືເປັນຄັ້ງທີສອງໃນເດືອນກຸມພາ ໂດຍບໍ່ຜ່ານການພິຈາລະນາຈາກສະພາຄອງເກຣດ.

      ທັງນີ້, ການຂາຍອາວຸດຂອງອາເມລິກາເກີດຂຶ້ນຫລັງຈາກທີ່ມີການຢຸດຍິງໃນເດືອນຜ່ານມາ ເຊິ່ງໄດ້ຢຸດການສູ້ຮົບທີ່ຍືດເຍື້ອມາເປັນເວລາ 15 ເດືອນລະຫວ່າງອິດສະລາແອນ ແລະ ຮາມັດ.

ອາເມລິກາອະນຸມັດສຸກເສີນຂາຍອາວຸດໃຫ້ອິດສະລາແອນ ບໍ່ສົນຂໍ້ຕົກລົງຢຸດຍິງຢູ່ກາຊາ - 3 - ອາເມລິກາອະນຸມັດສຸກເສີນຂາຍອາວຸດໃຫ້ອິດສະລາແອນ ບໍ່ສົນຂໍ້ຕົກລົງຢຸດຍິງຢູ່ກາຊາ
ອາເມລິກາອະນຸມັດສຸກເສີນຂາຍອາວຸດໃຫ້ອິດສະລາແອນ ບໍ່ສົນຂໍ້ຕົກລົງຢຸດຍິງຢູ່ກາຊາ - 4 - ອາເມລິກາອະນຸມັດສຸກເສີນຂາຍອາວຸດໃຫ້ອິດສະລາແອນ ບໍ່ສົນຂໍ້ຕົກລົງຢຸດຍິງຢູ່ກາຊາ
ອາເມລິກາອະນຸມັດສຸກເສີນຂາຍອາວຸດໃຫ້ອິດສະລາແອນ ບໍ່ສົນຂໍ້ຕົກລົງຢຸດຍິງຢູ່ກາຊາ - 5 - ອາເມລິກາອະນຸມັດສຸກເສີນຂາຍອາວຸດໃຫ້ອິດສະລາແອນ ບໍ່ສົນຂໍ້ຕົກລົງຢຸດຍິງຢູ່ກາຊາ