ຫລວງນ້ຳທາຈັດສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫລວງ

- 492084184 1155073066646998 1995066393639798003 n - ຫລວງນ້ຳທາຈັດສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫລວງ
- kitchen vibe - ຫລວງນ້ຳທາຈັດສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫລວງ

ຂ່າວແຂວງຫລວງນ້ຳທາ ລາຍງານວ່າ: ວັນທີ 11 ເມສາ 2025 ຜ່ານມານີ້ ແຂວງຫລວງນ້ຳທາ ຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫລວງ ເມື່ອບໍ່ດົນມານີ້ ທີ່ສວນສາທາລະນະແຂວງ ໂດຍມີທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງໆຫລວງນ້ຳທາ ພ້ອມດ້ວຍຄະນະນຳຂອງແຂວງ ແລະ ເມືອງເຂົ້າຮ່ວມ ເພື່ອສ້າງຂະບວນການ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນ ກໍຄືກອງປະຊຸມໃຫຍ່ອົງຄະນະພັກແຂວງຫລວງນໍ້າທາ ຄັ້ງທີ IX.

ທ່ານ ພຸນແກ້ວ ເຫລົາອິນ ຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງໄດ້ລາຍງານວ່າ: ອຸບັດເຫດທາງຫລວງ ແມ່ນຫລວງຫລາຍມະຫາສານ, ໃນທົ່ວໂລກແຕ່ລະປີມີຜູ້ເສຍຊີວິດ 1.2 ລ້ານຄົນ ຍ້ອນການເກີດອຸບັດເຫດ ໃນນັ້ນ, ຫລາຍກວ່າ 50 ລ້ານຄົນ ໄດ້ຮັບບາດເຈັບ ແລະ ປະເມີນມູນຄ່າຜົນເສຍຫາຍຫລາຍກວ່າ 500 ຕື້ໂດລາສະຫະລັດ. ສຳລັບຢູ່ ສປປລາວ ໃນແຕ່ລະປີ ມີອຸບັດເຫດເກີດຂຶ້ນ 6,700 ກວ່າຄັ້ງ, ມີຜູ້ບາດເຈັບ 10,300 ກວ່າຄົນ, ອັດຕາຜູ້ເສຍຊີວິດສະເລ່ຍແຕ່ລະປີ 1.000 ກວ່າຄົນ, ມູນຄ່າເສຍຫາຍ 175 ລ້ານໂດລາສະຫະລັດຕໍ່ປີ, ສະເພາະແຂວງຫລວງນໍ້າທາ ໃນປີ 2024 ມີອຸບັດເຫດເກີດຂຶ້ນ 234 ຄັ້ງ, ມີຜູ້ບາດເຈັບ 447 ຄົນ, ຜູ້ເສຍຊີວິດ 28 ຄົນ, ມູນຄ່າການເສຍຫາຍ 6 ຕື້ກວ່າກີບ, ສະເລ່ຍການເສຍຊີວິດ 14-15ຄົນຕໍ່ປະຊາກອນ 100,000 ຄົນຕໍ່ປີ.

ດັ່ງນັ້ນ, ລັດຖະບານຈຶ່ງໄດ້ກຳນົດຍຸດທະສາດ ກ່ຽວກັບມາດຕະການ ປ້ອງກັນຄວາມປອດໄພຕາມທາງຫລວງ ໂດຍມີ 5 ເສົາຄ້ຳຄື: ໂຄງລ່າງພື້ນຖານ ຄົມມະນາຄົມ-ຂົນສົ່ງ ປອດໄພ, ພາຫະນະປອດໄພ, ຜູ້ຊົມໃຊ້ລົດໃຊ້ທາງຫລວງປອດໄພ, ການຄຸ້ມຄອງຄວາມປອດໄພທາງຫລວງ (ການໂຄສະນາເຜີຍແຜ່, ປູກຈິດສໍານຶກ, ການປະຕິບັດກົດໝາຍ ແລະ ອື່ນໆ, ການກອບກູ້ຊີວິດຫລັງເກີດອຸບັດເຫດ. ພ້ອມທັງເປັນການຈັດກິດຈະກໍາທີ່ສໍາຄັນ ພາຍໃຕ້ເສົາຄໍ້າທີ 4 ເປັນການປູກຈິດສຳນຶກໂຄສະນາເຜີຍແຜ່ ແລະ ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການຈະລາຈອນທາງບົກ ສະບັບ ເລກທີ 23/ສພຊ ລົງວັນທີ 12 ທັນວາ 2012 ມາດຕາ 78.

ການຈັດງານຄັ້ງນີ້ ເປັນຄັ້ງທໍາອິດ ເພື່ອເປັນການປູກຈິດສຳນຶກ, ປຸກລະດົມໃນທົ່ວສັງຄົມທົ່ວແຂວງ ຮັບຮູ້ເຖິງໄພອັນຕະລາຍ ແລະ ຜົນເສຍຫາຍທີ່ເກີດຂຶ້ນຈາກການເກີດອຸບັດເຫດ ທີ່ກະທົບເຖິງຊີວິດ, ຊັບສິນ ພ້ອມທັງເປັນປະກົດການຫຍໍ້ທໍ້ໃນສັງຄົມ ທັງນີ້ກໍເພື່ອຄວາມເປັນຫ່ວງເປັນໄຍ ຂອງລັດຖະບານຍາມໃດກໍເປັນຫ່ວງເປັນໄຍຕໍ່ຊັບສິນ, ຊີວິດຂອງທຸກຄົນໃນສັງຄົມ ຈິ່ງໄດ້ທຸ່ມເທງົບປະມານ, ສະຕິປັນຍາເຂົ້າໃນວຽກງານດັ່ງກ່າວ ເພື່ອຫລຸດຜ່ອນອຸບັດເຫດໃຫ້ກາຍເປັນ ສູນໃນອະນາຄົດ.

- 3 - ຫລວງນ້ຳທາຈັດສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫລວງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!