ຊາວອາເມລິກາຫລາຍພັນຄົນຊຸມນຸມປະທ້ວງຕໍ່ຕ້ານທ່ານ ທຣໍາ ທົ່ວອາເມລິກາ


ຊາວອາເມລິກາຈໍານວນຫລາຍພັນຄົນອອກມາຊຸມນຸມປະທ້ວງທົ່ວອາເມລິກາຕໍ່ຕ້ານການດໍາເນີນນະໂຍບາຍຂອງປະທານາທິບໍດີ ໂດນັລ ທຣໍາ ໂດຍການປະທ້ວງນີ້ຈັດຂຶ້ນພາຍໃຕ້ຊື່ວ່າ: “50501” ເຊິ່ງໝາຍເຖິງ 50 ການປະທ້ວງ, 50 ລັດ, 1 ຂະບວນການເຄື່ອນໄຫວ ເຊິ່ງຈັດຂຶ້ນເພື່ອໃຫ້ກົງກັບໂອກາດ ຄົບຮອບ 250 ປີຂອງສົງຄາມປະຕິວັດອາເມລິກາ.
ກຸ່ມຜູ້ປະທ້ວງສະແດງຄວາມບໍ່ພໍໃຈລັດຖະບານ ທຣໍາ 2.0 ໃນຫລາຍບັນຫາເຊັ່ນ: ການຮຽກຮ້ອງໃຫ້ລັດຖະບານນໍາເອົາທ່ານ ຄິລມາຣ໌ ອາເບຣໂກ ກາຣ໌ເຊຍ ເຊິ່ງຖືກເນລະເທດໂດຍຜິດພາດກັບຈາກເອລຊັລວາດໍ, ກະແສຄວາມບໍ່ພໍໃຈການຕັດງົບປະມານ ແລະ ປົດພະນັກງານໃນຕໍາແໜ່ງຕ່າງໆຂອງລັດອອກ ພາຍໃຕ້ການນໍາຂອງໜ່ວຍງານເບິ່ງແຍງປະສິດທິພາບການເຮັດວຽກຂອງລັດຄື DOGE ລວມທັງກຸ່ມຮຽກຮ້ອງສິດ ແລະ ຄວາມເທົ່າທຽມໃນບັນຫາຕ່າງໆໃນສັງຄົມອາເມລິກາ.
ໜຶ່ງໃນຜູ້ຮ່ວມຊຸມນຸມລະບຸວ່າ: ຕອນນີ້ເປັນໄລຍະເວລາທີ່ເສລີພາບໃນອາເມລິກາກໍາລັງຖືກຄຸກຄາມ ແລະ ເຫດຜົນທີ່ລາວຕັດສິນໃຈເຂົ້າຮ່ວມຊຸມນຸມເປັນເພາະລາວຕ້ອງການໃຫ້ຫລານໆເຫັນວ່າເສລີພາບຕ້ອງຕໍ່ສູ້ເພື່ອຮັກສາໄວ້.
ເຖິງວ່າຈະເກີດກະແສຊຸມນຸມຕໍ່ຕ້ານລັດຖະບານ ທຣໍາ ໃນຫລາຍເມືອງໃຫຍ່ທົ່ວປະເທດ, ແຕ່ຜົນສໍາຫລວດຫລ້າສຸດຈາກ Gallup ຍັງຊີ້ວ່າ: 45% ຂອງປະຊາຊົນຍັງສະໜັບສະໜູນທ່ານ ທຣໍາ ເຊິ່ງສູງກວ່າໄລຍະເວລາດຽວກັນໃນສະໄໝທໍາອິດ (41%), ສ່ວນຜົນສໍາຫລວດຂອງ Reuters/Ipsos ລະບຸວ່າ: ຄະແນນນິຍົມດ້ານເສດຖະກິດຂອງທ່ານ ທຣໍາ “ຫລຸດລົງ” ຈາກ 42% ຕອນເຂົ້າຮັບຕໍາແໜ່ງ ຫລຸດລົງເຫລືອພຽງ 37% ໃນເວລານີ້ ໂດຍເຫດຜົນສໍາຄັນມາຈາກຄວາມບໍ່ແນ່ນອນໃນການດໍາເນີນມາດຕະການທາງພາສີຂອງທ່ານ ທຣໍາ.
ອ້າງອີງ: