ໂຍທາອະນຸມັດ 120 ກວ່າສັນຍາສ້ອມແປງເສັ້ນທາງໃນປີ 2018


ທ່ານຫົວໜ້າກົມຂົວທາງກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ແພງ ດວງເງິນ ໃຫ້ຮູ້ວ່າ: ພາຍຫລັງໄດ້ແຈ້ງໃຫ້ໂຄງການສ້ອມແປງທາງຫລວງແຫ່ງຊາດດຳເນີນການສຳຫລວດສະພາບຕົວຈິງການເປ່ເພຂອງເສັ້ນທາງໃນທົ່ວປະເທດເພື່ອຂຶ້ນແຜນສ້ອມແປງໃນປີ 2018, ພ້ອມທັງໃຫ້ຄັດເລືອກເອົາບໍລິສັດຮັບເໝົາທີ່ມີເງື່ອນໄຂດ້ານບຸກຄະລາກອນ, ການເງິນ ແລະ ພາຫະນະກົນຈັກພຽບພ້ອມ, ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດຖືກຕ້ອງຕາມລະບຽບຫລັກການ,
ມີປະສິດທິພາບ ແລະ ມີຫົວໜ່ວຍລາຄາເໝາະສົມຕາມກໍານົດໄວ້ ແລະ ມາຮອດປັດຈຸບັນ, ເຫັນວ່າໃນຈໍານວນ 129 ສັນຍາລວມມີມູນຄ່າ 606 ກວ່າຕື້ ນັ້ນ, ມີ 93 ສັນຍາແມ່ນໄດ້ສໍາເລັດການເຈລະຈາໂດຍກົງແລ້ວກັບ 52 ບໍລິສັດ ແລະ ສ່ວນ 36 ສັນຍາໃນ 17 ໂຄງການທີ່ຍັງເຫລືອຄືຢູ່ແຂວງຜົ້ງສາລີ, ຫລວງນ້ຳທາ, ອຸດົມໄຊ, ບໍ່ແກ້ວ, ຊຽງຂວາງ, ຫລວງພະບາງ, ໄຊຍະບູລີ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສາລະວັນ, ຈຳປາສັກ ແລະ ແຂວງອັດຕະປື ລວມທັງໝົດ 20 ເສັ້ນມີຄວາມຍາວທັງໝົດ 2.186 ກິໂລແມັດແມ່ນຈະມີການປະມູນເປີດກວ້າງຢູ່ກະຊວງໂຍທາທິການ ແລະ ຂົນສົ່ງໃນວັນທີ 20 ທັນວານີ້.