4 ປະເທດສະມາຊິກອາຊຽນຫາລື ການສ້າງຕັ້ງສະຫະພັນມວຍ ສຸວັນນະພູມ


ກອງປະຊຸມປຶກສາຫາລືການສ້າງຕັ້ງສະຫະພັນມວຍ ສຸວັນນະພູມ ໄດ້ຈັດຂຶ້ນທີ່ມະຫາວິທະຍາໄລລາດສະພັດ ແຂວງສະລະບູລີ ແຕ່ວັນທີ 22-25 ພຶດສະພານີ້ ພາຍໃຕ້ການເປັນປະທານຂອງທ່ານ ຊານໄຊ ຍົມປະດິດ ອະດີດອະທິການບໍດີມະຫາວິທະຍາໄລລາດສະພັດ ແລະ ຜູ້ແທນຈາກ 4 ປະເທດຄື: ໄທ, ລາວ, ມຽນມາ ແລະ ກຳປູເຈຍເຂົ້າຮ່ວມ.
ຄະນະຜູ້ແທນຈາກລາວແມ່ນທ່ານ ສາຍສະໝອນ ໄຊຍະສອນ ປະທານສະຫະພັນມວຍລາວແຫ່ງຊາດ, ປະທານສະຫະພັນມວຍອາຊີຕາເວັນອອກສຽງໃຕ້, ຄະນະກຳມະການສະຫະພັນມວຍໂອແລມປິກ, ປະທານສະຫະພັນມວຍໂລກ ຄົນປັດຈຸບັນ, ພ້ອມທັງຜູ້ຕາງໜ້າຄ້າຍມວຍໃນ 4 ປະເທດເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມມີເປົ້າໝາຍແນໃສ່ເອົາມວຍຂອງແຕ່ລະຊາດລຸ່ມແມ່ນ້ຳຂອງມາຮ່ວມເຂົ້າກັນຄື: ມວຍໄທ, ມວຍລາວ, ມວຍມຽນມາ ແລະ ມວຍກຳປູເຈຍເປັນໜຶ່ງດຽວ ເພື່ອເຊື່ອມຕໍ່ການພັດທະນາດ້ານການກິລາ ແລະ ສົ່ງເສີມການທ່ອງທ່ຽວ.
ໃນໂອກາດນີ້, ທ່ານ ສາຍສະໝອນ ໄຊຍະສອນ ໄດ້ສະເໜີໃຫ້ຮູ້ເຖິງຄວາມເປັນມາຕ່າງໆ ເພື່ອເຮັດໃຫ້ໂຄງການໄດ້ເກີດຂຶ້ນຢ່າງເປັນຮູບປະທຳໃນອະນາຄົດ ໂດຍໃສ່ຊື່ວ່າ: “ມວຍ ສຸວັນນະພູມ” ເຊິ່ງຜູ້ເຂົ້າຮ່ວມກອງປະຊຸມໄດ້ເຫັນດີເປັນເອກະພາບກັນໃນເບື້ອງຕົ້ນໃຫ້ມີການເລືອກຕັ້ງປະທານ ແລະ ຄະນະ ແບ່ງໜ້າວຽກແຕ່ລະໜ່ວຍງານ ແລະ ໃຫ້ນຳໃຊ້ກະຕິກາຂອງສະຫະພັນມວຍອາຊີຕາເວັນອອກສຽງໃຕ້ ແລະ ສະເໜີໃຫ້ພາກເອກະຊົນເປັນຜູ້ສະໜັບສະໜູນຈັດຕັ້ງປ່ຽນຊື່ຈາກ ມວຍໄທໄຟ ມາເປັນ ມວຍ ສຸວັນນະພູມ.