ອຸຕຸເຕືອນຈະມີຝົນຕົກ ແລະ ລົມແຮງອີກຫລາຍວັນ
ກົມອຸຕຸນິຍົມ ແລະ ອຸທົກກະສາດ, ໄດ້ເຕືອນໃຫ້ປະຊາຊົນໃນຂອບເຂດທົ່ວປະເທດ ມີສະຕິກຽມພ້ອມຮັບມືກັບສະພາບອາກາດມີການປ່ຽນແປງໃນໄລຍະຕໍ່ໜ້ານີ້ຄື: ວັນທີ 1-3 ມິຖຸນານີ້ ຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນຈະມີກຳລັງອ່ອນຫາປານກາງປົກຄຸມຢູ່ທົ່ວທຸກພາກຂອງປະເທດ ສົມທົບກັບມໍລະສຸມຕາເວັນຕົກ-ຕາເວັນຕົກສຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ເຊິ່ງຈະເຮັດໃຫ້ອາກາດຮ້ອນຂຶ້ນຕື່ມອີກ, ພ້ອມມີຝົນຕົກໃນລະດັບຄ່ອຍຢູ່ທົ່ວທຸກພາກແລະ ຕົກໜັກຢູ່ບາງທ້ອງຖິ່ນ, ພ້ອມມີຟ້າເຫລື້ອມ ແລະ ລົມພັດແຮງ. ດັ່ງນັ້ນ ຈຶ່ງເຕືອນໃຫ້ປະຊາຊົນບັນດາເຜົ່າ ແລະ ອຳນາດການປົກຄອງ ຈົ່ງມີສະຕິກຽມພ້ອມຮັບມືກັບສະພາບອາກາດມີການປ່ຽນແປງນີ້, ພ້ອມໃຫ້ກວດກາສະພາບ ເຮືອນຊານບ້ານຊ່ອງຂອງຕົນເອງໃຫ້ຮັບປະກັນຄວາມແໜ້ນໜາ, ລວມທັງສັດລ້ຽງຕ່າງໆຕ້ອງນໍາໄປໄວ້ບ່ອນປອດໄພ ແລະ ໃຫ້ຕິດຕາມການລາຍງານຂ່າວສະພາບອາກາດຢ່າງໃກ້ຊິດ.
ສໍາລັບສະພາບອາກາດແຕ່ວັນທີ 30 ພຶດສະພາຫາ 1 ມິຖຸນານີ້, ພາກເໜືອດ້ານຕາເວັນອອກ: ຈະມີເຝື້ອປົກຄຸມເປັນສ່ວນຫລາຍ, ມີຝົນຕົກຟ້າເຫລື້ອມ ແລະ ລົມພັດແຮງຢູ່ບ້າງທ້ອງຖິ່ນ. ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ ອຸນຫະພູມຕໍ່າສຸດ 17-19 ອົງສາ ແລະ ສູງສຸດ 28-31 ອົງສາ. ພາກເໜືອດ້ານຕາເວັນຕົກ: ຈະມີຝົນຕົກຟ້າເຫລື້ອມເປັນບໍລິເວນກວ້າງ ແລະ ມີລົມພັດແຮງເປັນບາງໂອກາດຢູ່ບ້າງທ້ອງຖິ່ນ, ແຂວງຫລວງນ້ຳທາ, ຫລວງພະບາງ ແລະ ໄຊຍະບູລີ ອຸນຫະພູມຕໍ່າສຸດ 21-23 ອົງສາ ແລະ ສູງສຸດ 33-35 ອົງສາ. ພາກກາງ: ອາກາດຈະຮ້ອນຢູ່ທົ່ວໄປ ແລະ ມີເຝື້ອປົກຄຸມເປັນສ່ວນຫລາຍ, ພ້ອມມີຝົນຕົກໃນລະດັບຄ່ອຍເປັນບໍລິເວນກວ້າງ, ມີຟ້າເຫລື້ອມ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນ, ແຂວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ ອຸນຫະພູມຕໍ່າສຸດ 22-23 ອົງສາ ແລະ ສູງສຸດ 32-34 ອົງສາ , ແຂວງໄຊສົມບູນ: ອາກາດເຢັນໃນຕອນກາງຄືນຫາຕອນເຊົ້າ ແລະ ມີຝົນຕົກຟ້າເຫລື້ອມ, ພ້ອມມີລົມພັດແຮງເປັນບາງໂອກາດ ອຸນຫະພູມຕໍ່າສຸດ 16-18 ອົງສາ ແລະ ສູງສຸດ 26-28 ອົງສາ. ພາກໃຕ້: ອາກາດຈະຮ້ອນຢູ່ທົ່ວໄປ ແລະ ຝົນຕົກຟ້າເຫລື້ອມ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື ອຸນຫະພູມຕໍ່າສຸດ 23-25 ອົງສາ ແລະ ສູງສຸດ 33-35 ອົງສາ. ສະເພາະເຂດພູພຽງບໍລະເວນ: ອາກາດຈະເຢັນຫາໜາວເຢັນ ແລະ ມີຝົນຕົກຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງ ອຸນຫະພູມຕໍ່າສຸດ 13-15 ອົງສາ ແລະ ສູງສຸດ 25-27 ອົງສາ. ສໍາລັບ ນະຄອນຫລວງວຽງຈັນ: ອາກາດຈະຮ້ອນ, ມີເຝື້ອຂະຫຍາຍຕົວໃນຕອນບ່າຍຫາຄໍ່າ ແລະ ຈະມີຝົນຕົກຟ້າເຫລື້ອມໃນລະດັບຄ່ອຍເປັນບໍລິເວນກວ້າງ ແລະ ມີລົມພັດແຮງເປັນບາງໂອກາດ ອຸນຫະພູມຕໍ່າສຸດ 22-24 ອົງສາ ແລະ ສູງສຸດ 33-35 ອົງສາ.