ເຝິກອົບຮົມໃຫ້ຕຳຫລວດສິ່ງແວດລ້ອມ 5 ແຂວງ


ເມື່ອບໍ່ດົນມານີ້, ຕໍາ ຫລວດສິ່ງແວດລ້ອມຈາກ 5 ແຂວງຄື: ໄຊຍະບູລີ, ຊຽງ ຂວາງ, ຫົວພັນ, ໄຊສົມບູນ ແລະ ແຂວງວຽງຈັນ, ໄດ້ຮັບ ການຝຶກອົບຮົມວຽກງານວິ ຊາສະເພາະ, ເພື່ອຍົກລະດັບ ຄວາມຮູ້ຄວາມສາມາດການຮັກສາສິ່ງແວດລ້ອມເປັນ ຕົ້ນແມ່ນບັນຫາອາຊະຍາກຳສັດປ່າ ແລະ ປ່າໄມ້ ເພື່ອນຳ ເອົາເນື້ອໃນຈິດໃຈ, ນິຕິກຳ ໃນຂົງເຂດວຽກງານ ດັ່ງ ກ່າວລົງໂຄສະນາສຶກສາ- ອົບຮົມ, ປຸກລະດົມ ແລະ ຊຸກ ຍູ້ປະຊາຊົນບັນດາເຜົ່າໃຫ້ ມີຄວາມຮັບຮູ້, ເຂົ້າໃຈ ແລະ ເປັນເຈົ້າການປະກອບສ່ວນ ເຂົ້າໃນການອະນຸລັກຮັກ ສາສັດປ່າ ແລະ ປ່າໄມ້ ທີ່ໃກ້ ຈະສູນພັນ, ພ້ອມກັນປົກປັກ ຮັກສາບູລະນະປ່າໄມ້ຢູ່ໃນ ພື້ນທີ່ຕົນເອງຮັບຜິດຊອບ ໃຫ້ອຸດົມສົມບູນໄປດ້ວຍ ທຳມະຊາດ, ຊີວະນາໆພັນ ແລະ ຄົງຢູ່ກັບຄົນເຮົາຕະ ຫລອດໄປ.
+ ພະນັກງານຫລັກແຫລ່ງ ສສກ ສຳເລັດເຝິກອົບຮົມທິດສະດີການເມືອງການປົກຄອງ ໄລຍະສັ້ນ ຊຸດທີ 8
+ ເຝິກອົບຮົມການນຳໃຊ້ຄູ່ມືປະກັນຄຸນນະພາບສະຖານອາຊີວະສຶກສາ
ຊຸດເຝິກອົບຮົມດັ່ງກ່າວ ຈັດຂຶ້ນທີ່ແຂວງໄຊຍະບູລີ, ໂດຍມີ ທ່ານພັນໂທ ຄຳແພງ ມະນີໄຊ ຫົວໜ້າກົມຕຳ ຫລວດ ສິ່ງແວດລ້ອມ, ທ່ານ ພັນໂທ ບຸນໂທ ພອນມະນີ ຮອງຫົວໜ້າກອງບັນຊາ ການ ປກສ ແຂວງ ໄຊຍະ ບູລີ, ພ້ອມດ້ວຍຄະນະພັກ- ຄະນະບັນຊາຈາກຫ້ອງ ວິຊາສະເພາະກ່ຽວຂ້ອງ ເຂົ້າຮ່ວມ.

