ກອງກຳລັງກຳປູເຈຍກຽມພ້ອມຮັບມື ເຫດວຸ້ນວາຍກ່ອນການເລືອກຕັ້ງ

- 1532493726168 800x0 - ກອງກຳລັງກຳປູເຈຍກຽມພ້ອມຮັບມື ເຫດວຸ້ນວາຍກ່ອນການເລືອກຕັ້ງ
- kitchen vibe - ກອງກຳລັງກຳປູເຈຍກຽມພ້ອມຮັບມື ເຫດວຸ້ນວາຍກ່ອນການເລືອກຕັ້ງ

ກອງ​ກຳລັງ​ກຳປູ​ເຈຍກຽມ​ຄວາມ​ພ້ອມ​ກ່ອນ​ການ​ເລືອກ​ຕັ້ງທົ່ວ​ໄປ​ໃນ​ທ້າຍ​ອາທິດ​ນີ້ ​ເຊິ່ງ​ຄາດ​ກັນ​ວ່າ: ນາຍົກລັດຖະມົນຕີ ຮຸນ​ເຊ​ນ ຈະ​ໄດ້​ຮັບ​ໄຊຊະນະ.

ກອງ​ກຳລັງ​ຕຳຫລວດ​ກຳປູ​ເຈຍ 4.625 ຄົນ​ໃນ​ຊຸດ​ເສື້ອ​ເກາະ​ກັນ​ກະສຸນ ​ແລະ ອາວຸດ​ປືນລວມພົນ​ທີ່​ສະໜາມກິລາ​ໂອ​ແລມປິກ​ໃນ​ນະຄອນຫລວງ​ພະນົມ​ເປັນ ວັນ​ທີ 25 ກໍລະກົດ​ນີ້ ​ເພື່ອ​ກຽມ​ສະກັດ​ກັ້ນການ​ຊຸມນຸມ​ປະ​ທ້ວງ​ໃນ​ລະຫວ່າງ​ການ​ເລືອກ​ຕັ້ງ. ຜູ້​ບັນຊາ​ການ​ຕຳຫລວດ​ນະຄອນຫລວງ​ພະນົມ​ເປ​ັນ ກ່າວ​ວ່າ: ຈະ​ວາງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ທົ່ວ​ນະຄອນຫລວງ​ພະນົມ​ເປັນ​ໃນ​ວັນ​ທີ 29 ກໍລະກົດ​ນີ້. ກອງ​ກຳລັງ​ທຸກ​ຄົນ​ມີໜ້າ​ທີ່​ໃນ​ການ​ສະກັດ​ກັ້ນ ​ແລະ ປາບ​ປາມ​ຄວາມ​ພະຍາຍາມ​ໃນ​ການ​ຂັດຂວາງ​ການ​ເລືອກ​ຕັ້ງ. ທາງ​ການ​ກຳປູ​ເຈຍ​ລະບຸ​ວ່າ: ການ​ຮຽກຮ້ອງ​ໃຫ້​ຂວ້ຳບາດ​ການ​ເລືອກ​ຕັ້ງ​ເປັນ​ການ​ກະທຳ​ທີ່​ຜິດ​ກົດໝາຍ. ຂະນະ​ທີ່​ກຸ່ມ​ຮັກສາ​ສິດ​ຂັດ​ແຍ່ງ​ວ່າ: ບໍ່​ຂັດ​ຕໍ່​ກົດໝາຍ​ແຕ່​ຢ່າງ​ໃດ.

ສະຫະ​ປະຊາ​ຊາດ ​ແລະ ປະ​ເທດ​ຕາ​ເວັນ​ຕົກ​ຕ່າງ​ວິພາກ​ວິຈານ​ການ​ເລືອກ​ຕັ້ງ​ໃນ​ວັນ​ທີ 29 ກໍລະກົດ​ນີ້​ວ່າ: ມີ​ຂໍ້​ບົກ​ຜ່ອງ ​ເນື່ອງ​ຈາກ​ສານ​ສູງ​ສຸດ​ກຳປູ​ເຈຍ​ສັ່ງ​ຍຸບ​ພັກ​ກູ້​ຊາດ​ກຳປູ​ເຈຍ ຫລື CNRP ​ເຊິ່ງ​ເປັນ​ພັກຝ່າຍ​ຄ້ານ ​ແລະ ຄວບ​ຄຸມ​ຕົວ​ທ່ານ ກິມ ຊົກ​ຄາ ​ແກນ​ນຳ​ຂໍ້​ຫາ​ກະບົດ.

- 3 - ກອງກຳລັງກຳປູເຈຍກຽມພ້ອມຮັບມື ເຫດວຸ້ນວາຍກ່ອນການເລືອກຕັ້ງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!