ສະຫຼອງສັບປະດາສາກົນການລ້ຽງລູກດ້ວຍນົມແມ່

ໃນວັນທີ 8 ສິງຫາ ນີ້, ສູນກາງສະຫະພັນແມ່ຍິງລາວ, ໄດ້ຈັດພິທີສະຫຼອງສັບປະດາສາກົນການລ້ຽງລູກດ້ວຍນົມແມ່ ດ້ວຍການຈັດສໍາມະນາຄວາມຮູ້ກ່ຽວກັບການລ້ຽງລູກດ້ວຍນົມແມ່, ຂຶ້ນທີ່ສູນຝຶກອົບຮົມແມ່ຍິງລາວ ໃນນະຄອນຫຼວງວຽງຈັນ, ໂດຍເຂົ້າຮ່ວມຂອງທ່ານ ນາງ ທຸມມາລີ ວົງພະຈັນ ຮອງປະທານຄະນະບໍລິຫານງານສູນກາງແມ່ຍິງລາວ ແລະ ເອື້ອຍນ້ອງແມ່ຍິງ ເຂົ້າຮ່ວມເປັນຈໍານວນຫຼາຍ.
ທ່ານ ນາງ ທຸມມາລີ ວົງພະຈັນ ກ່າວວ່າ: ການສົ່ງເສີມໃຫ້ລ້ຽງລູກດ້ວຍນົມແມ່ຢ່າງດຽວຕັ້ງແຕ່ເກີດຈົນຮອດ 6 ເດືອນ ໃຫ້ຜູ້ເປັນແມ່ແມ່ນມີຄວາມສໍາຄັນ ແລະ ຈໍາເປັນຫຼາຍ ແລະ ລັດຖະບານລາວກໍ່ໄດ້ໃຫ້ຄວາມສຳຄັນໃນວຽກງານດັ່ງກ່າວ ໂດຍໄດ້ອອກນິຕິກໍາຕ່າງໆ ແລະ ໃຫ້ມີນະໂຍບາຍກ່ຽວກັບການລາພັກເກີດລູກຂອງແມ່ຍິງຄື: ແມ່ທີ່ເຮັດວຽກໃນພາກລັດຈະໄດ້ພັກຫຼັງເກີດລູກ 5 ເດືອນ ແລະ ເອກະຊົນຈະໄດ້ພັກ 105 ມື້, ໂດຍໄດ້ຮັບເງິນເດືອນເປັນປົກກະຕິ. ຫຼັງຈາກກັບມາເຮັດວຽກໃນໂມງການແມ່ມີເວລາ 1 ຊົ່ວໂມງສຳລັບເບິ່ງແຍງລູກນ້ອຍ, ເພື່ອສ້າງໂອກາດໃຫ້ເດັກໄດ້ສືບຕໍ່ກິນນົມແມ່ ແລະ ເດັກຕ້ອງໄດ້ຮັບສິດໃນການລ້ຽງດ້ວຍນົມແມ່ຈົນຮອດ 6 ເດືອນ ແລະ ສິ່ງດັ່ງກ່າວຈະນໍາຜົນປະໂຫຍດຢ່າງຫຼວງຫຼາຍມາໃຫ້ແມ່, ລູກ, ຄອບຄົວ ແລະ ສັງຄົມ. ນອກນີ້ຍັງຈະໄດ້ຮັບ 5 ສ ຄື: ສານອາຫານ, ສະດວກ, ສະອາດ, ສະຫຼາດ ແລະ ສຸຂະພາບດີ, 3 ປ ຄື: ປ້ອງກັນພະຍາດ, ປອດໄພ ແລະ ປະຢັດ ແລະ 4 ຮ ຄື: ຮັກ ແລະ ຜູກພັນ, ຮຽນຮູ້ໄວ, ຮັກສາຮູບຮ່າງ ແລະ ຮັກສາສິ່ງແວດລ້ອມໄດ້ເປັນຢ່າງດີ.
ປັດຈຸບັນທົ່ວໂລກໄດ້ໃຫ້ຄວາມສຳຄັນ ແລະ ສົ່ງເສີມການລ້ຽງລູກດ້ວຍນົມແມ່ ໂດຍໄດ້ກໍານົດໃຫ້ມີສັບປະດາສາກົນການລ້ຽງລູກດ້ວຍນົມແມ່ ຊຶ່ງໃນປີນີ້ແມ່ນໄດ້ສະຫຼອງໃນຫົວຂໍ້ຕ່າງໆທີ່ຕິດພັນກັບຍຸດທະສາດດັ່ງກ່າວ “ນົມແມ່ຄືພື້ນຖານຂອງຊີວິດ.