ປກສ ເມືອງໂພນໂຮງກັກຕົວຜູ້ຕ້ອງຫາພົວພັນຢາເສບຕິດ 3 ຄົນ

ເມື່ອທ້າຍເດືອນກໍລະກົດຜ່ານມາ, ເຈົ້າໜ້າທີ່ສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງໂພນໂຮງ ແຂວງວຽງ ຈັນ ໄດ້ລົງແກ້ໄຂຈຸດເຄື່ອນ ໄຫວຊື້-ຂາຍຢາເສບຕິດປະ ເພດຢາບ້າຢູ່ເຂດເມືອງໂພນ ໂຮງ ແຂວງວຽງຈັນ ເຊິ່ງ ສາ ມາດຈັບຕົວເປົ້າໝາຍໄດ້ 3 ຄົນຄື: ທ້າວ ອຳໄພ ອາຍຸ 29 ປີອາຊີບກຳມະກອນ ຢູ່ບ້ານ ນາໂພໃຕ້ ພ້ອມຂອງກາງຢາ ບ້າຈຳນວນ 69 ເມັດ, ທ້າວ ພັນທະໝອມ ອາຍຸ 35 ປີ ອາຊີບກຳມະກອນ ຢູ່ບ້ານ ໂພນໄຊ ພ້ອມຂອງກາງຢາບ້າ 67 ເມັດ, ທ້າວ ຕຶຊົ່ງ ອາຍຸ 36 ປີ ອາຊີບຊາວນາ ຢູ່ບ້ານ ໜອງນາກພ້ອມຂອງກາງ ຢາເສດຕິດປະເພດຢາໄອສ໌ ຈຳນວນ 300 ກຣາມ.
+ ປກສ ແຂວງບໍ່ແກ້ວສາມາດຈັບຕົວ ແກ໋ງລັກລົດຕົວອັນຕະລາຍມາດຳເນີນຄະດີ
+ ປກສ ແຂວງຫົວພັນສາມາດຈັບຕົວຜູ້ຄ້າ ແລະ ມົ້ວສຸມຢາເສບຕິດມາດຳເນີນຄະດີ
ຜ່ານການສຶບສວນ- ສອບສວນຂອງເຈົ້າໜ້າທີ່ ທ້າວ ອຳໄພ ຮັບສາລະພາບ ວ່າ: ຢາບ້າຈຳນວນ 69 ເມັດ ແມ່ນເປັນຂອງຕົນເອງແທ້ ໂດຍໄດ້ເຄື່ອນໄຫວພົວພັນ ຊື້-ຂາຍຢາເສບຕິດມາແຕ່ ປີ 2010 ເຊິ່ງໄດ້ຕິດຕໍ່ຊື້ ຢາບ້ານຳຜູ້ຮ່ວມຂະບວນ ການນຳກັນເປັນຈຳນວນ ຫຼາຍຄັ້ງ, ຄັ້ງລະ 50 ຫາ 80 ເມັດ ໃນລາຄາເມັດ ລະ 8.000 ກີບ. ຫຼັງຈາກ ໄດ້ຢາບ້າກໍເອົາໄປຈຳ ໜ່າຍໃຫ້ຜູ້ເສບເມັດລະ 13.000 ກີບ.
ທ້າວ ພັນທະໝອນ ໄດ້ ຮັບສາລະພາບວ່າ ຢາບ້າ ຈຳນວນ 67 ເມັດ ແມ່ນເປັນ ຂອງຕົນເອງແທ້ ເຊິ່ງໄດ້ ຊື້ມານຳພວກຮ່ວມຂະບວນ ການດຽວກັນເມັດລະ 5.000 ກີບ ໂດຍໄດ້ເຄື່ອນ ໄຫວຊື້-ຂາຍຢາບ້າມາແຕ່ ຕົ້ນປີ 2018.
ສ່ວນທ້າວ ຕຶຊົງ ກໍໄດ້ ຮັບສາລະພາບວ່າ ຢາເສບ ຕິດປະເພດຢາໄອຈຳນວນ 300 ກຣາມ ແມ່ນຂອງ ຜູ້ກ່ຽວແທ້ຈິງ ເຊິ່ງໄດ້ໂທ ສັ່ງຊື້ນຳພວກຂະບວນການຊື້-ຂາຍຢາເສບຕິດ ໂດຍບໍ່ ຊາບຊື່.
ປັດຈຸບັນເຈົ້າໜ້າ ທີ່ຍັງ ສືບຕໍ່ດຳເນີນການສືບສວນ–ສອບສວນເພື່ອຂະຫຍາຍຜົນຫາກຸ່ມແກ້ງຜູ້ຮ່ວມຂະ ບວນການມາລົງໂທດຕາມລະບຽບກົດໝາຍ.