ເພື່ອລະນຶກວັນກາແດງ ແລະ ຊີກວົງເດືອນແດງສາກົນ ຄົບຮອບ 154 ປີ (8 ພຶດສະພາ 1863-8 ພຶດສະພາ 2017), ພາຍໃຕ້ຄຳຂວັນ: “ກາແດງໂລກເພື່ອທຸກຄົນ” (Every Where For Everyone), ໃຫ້ມີຄວາມໝາຍສຳຄັນຍິ່ງຂຶ້ນ ແລະ ທັງເປັນການຊ່ວຍເຫລືອສັງຄົມດ້ວຍການບໍລິຈາກເລືອດຂຶ້ນໃນວັນທີ 5 ພຶດສະພານີ້, ທີ່ສູນການຄ້າວຽງຈັນເຊັນເຕີ, ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານຮອງປະທານອົງການກາແດງລາວ, ຫົວໜ້າສູນເລືອດ ແລະ ຜູ້ອຳນວຍການສູນການຄ້າດັ່ງກ່າວເຂົ້າຮ່ວມ. ເພື່ອແນໃສ່ຮັບຮັບບໍລິຈາກເລືອດທີ່ປອດໄພຊ່ວຍປິ່ນປົວຄົນເຈັບທີ່ນອນຮັກສາຕົວຢູ່ຕາມໂຮງໝໍແຫ່ງຕ່າງໆໃນຂອບເຂດທົ່ວປະເທດ ມີຊີວິດກັບຄືນສູ່ສະພາບປົກກະຕິໂດຍໄວ, ໃນງານບໍລິຈາກເລືອດຄັ້ງນີ້ ມີຜູ້ໃຫ້ຄວາມສົນໃຈທີ່ມາຈາກກະຊວງ, ອົງການຈັດຕັ້ງຕ່າງໆຂອງລັດ- ເອກະຊົນ, ນັກສຶກສາ, ນັກຮຽນ ແລະ ຊາວນະຄອນຫລວງວຽງຈັນເຂົ້າຮ່ວມຫລາຍກວ່າ 500 ຄົນ.
ວັນກາແດງສາກົນໃນແຕ່ລະປີ, ທົ່ວໂລກໄດ້ເນັ້ນໃສ່ການຈັດກິດຈະກຳຊ່ວຍເຫລືອສັງຄົມເປັນຫລັກ ບໍ່ວ່າຈະເປັນການບໍລິຈາກເລືອດ, ການຊ່ວຍເຫລືອດ້ານວັດຖຸທີ່ຈຳເປັນໃຫ້ແກ່ປະຊາຊົນຜູ້ດ້ອຍໂອກາດຢູ່ຕາມສະຖານທີ່ຕ່າງໆ.