ເກີດເຫດຟ້າຜ່າຄວາຍຕາຍ 28 ໂຕທີ່ເມືອງຄູນຄຳແຂວງຄຳມ່ວນ
May 14, 2017 - 4:49 PM




ເຫດການຟ້າຜ່າຄັ້ງນີ້ແມ່ນເກີດຂຶ້ນເປັນຄັ້ງທີ 3 ໃນຮອບຫລາຍປີຜ່ານມາຢູ່ເຂດ 2 ບ້ານດັ່ງກ່າວ, ຄັ້ງທີ 1 ເກີດຂຶ້ນໃນລັກສະນະຜ່າຕົ້ນໄມ້ແລ້ວຊັອດໃສ່ງົວຕາຍຈຳນວນ 11 ໂຕບາດດຽວ ແລະ ຄັ້ງທີ 2 ກໍເກີດຟ້າຜ່າລັກສະນະດຽວກັນອີກເຮັດໃຫ້ງົວຕາຍ 6 ໂຕພ້ອມກັນ. ສະນັ້ນ, ຂໍເຕືອນຊາວບ້ານຜູ້ມີສັດລ້ຽງປະເພດງົວ-ຄວາຍໃຫ້ມີສະຕິລະມັດລະວັງ, ໂດຍສະເພາະໃນໄລຍະລະດູຝົນ ເຊິ່ງມັກຈະມີຟ້າຮ້ອງ-ຟ້າເຫລື້ອມ. ສະນັ້ນຄວນຜູກມັດງົວ-ຄວາຍໄວ້ຄອກ ຫລື ໃນສະຖານທີ່ທີ່ເຫັນວ່າມີຄວາມປອດໄພ ແລະ ຄວນຫລີກລ້ຽງເຂດມີຕົ້ນໄມ້ໃຫຍ່ ແລະ ໜອງນ້ຳເຫລົ່ານີ້ເປັນຕົ້ນ.