ບານເຕະລາວເຖິງຄາວປ່ຽນ “ມຸກໃໝ່”

ບານເຕະລາວເຖິງຄາວປ່ຽນ “ມຸກໃໝ່” - 789124 - ບານເຕະລາວເຖິງຄາວປ່ຽນ “ມຸກໃໝ່”
ບານເຕະລາວເຖິງຄາວປ່ຽນ “ມຸກໃໝ່” - kitchen vibe - ບານເຕະລາວເຖິງຄາວປ່ຽນ “ມຸກໃໝ່”

ໂດຍ: ທິດກ່ຳ

ໃນຕອນຄ່ຳຂອງ ວັນທີ 8 ເດືອນພະຈິກນີ້, ຍັງອຸ່ນໆ, ໃນວົງການກິລາບານເຕະ ບ້ານເຮົາໄດ້ຕ້ອນຮັບການ ມາຢາມຂອງທີມຊາດ ຫວຽດ ນາມ ໃນລາຍການຊິງແຊ້ມ ອາຊຽນ ຫລື ເອເອຟເອຟ ຊຸຊຸກິຄັບ 2018 ຮອບທີ 1 ຂອງກຸ່ມເອ ໂດຍທີມຊາດ ລາວເປີດສະໜາມຕ້ອນຮັບ ທີມເຕັງແຊ້ມ 1 ຈາກທີມ ຊາດຫວຽດນາມສະໄໝ ປີ 2018 ຜ່ານການແຂ່ງ ຂັນທີມຊາດລາວເສຍໃຫ້ ທີມຊາດຫວຽດນາມແບບ ອອນເພຍເປ້ຍລ່ອຍ 3 ຕໍ່ 0.

ບານເຕະລາວເຖິງຄາວປ່ຽນ “ມຸກໃໝ່” - Visit Laos Visit SALANA BOUTIQUE HOTEL - ບານເຕະລາວເຖິງຄາວປ່ຽນ “ມຸກໃໝ່”
ບານເຕະລາວເຖິງຄາວປ່ຽນ “ມຸກໃໝ່” - Visit Laos Visit SALANA BOUTIQUE HOTEL - ບານເຕະລາວເຖິງຄາວປ່ຽນ “ມຸກໃໝ່”
ບານເຕະລາວເຖິງຄາວປ່ຽນ “ມຸກໃໝ່” - 25891111 - ບານເຕະລາວເຖິງຄາວປ່ຽນ “ມຸກໃໝ່”
(ພາບປະກອບ)

ຟານເດີຟາດ ປະກາດລາອອກຈາກວົງການບານເຕະແລ້ວ2018/

ສຕລ ກຽມຈັດການແຂ່ງຂັນບານເຕະຍິງ U182018/

ໃນການເປີດສາກເສິກ ລູກໜັງກໍຄືຜົນທີ່ໄດ້ຮັບ ຂອງທີມຊາດລາວຄັ້ງນີ້, ໄດ້ສ້າງຄວາມຜິດຫວັງ ໃຫ້ແກ່ປະຊາຊົນລາວ ແລະ ກອງຊົມກອງເຊຍທົ່ວທັງ ປະເທດ ເຊິ່ງຕ່າງຄົນວິພາກ ວິຈານວ່າການແຂ່ງຂັນຄັ້ງ ນີ້ເຫັນວ່າທີມຊາດລາວອືດ ປານໃສ່ນ້ຳມັນກາເຕົ່າຖ້າ ທຽບໃສ່ຍຸກ 2010 ຄືນຫລັງ.

ຍັງມີຫລາຍທ່ານ, ຫລາຍ ຄົນທີ່ມີສັນທັດທາງດ້ານ ບານເຕະເວົ້າວ່າຄືສາກຫລິ້ນ ງິ້ວ ອັນເປັນການສ້າງຄວາມ ຮູ້ສຶກໃຫ້ຄົນລາວເບິ່ງແບບ ກິນບໍ່ເຂົ້າຄາຍບໍ່ອອກ.

ສາເຫດກໍຍ້ອນວ່າຖ້າ ເບິ່ງພາບລວມໃນການແຂ່ງ ຂັນແລ້ວຄືຫລິ້ນບໍ່ມີເກມ, ແລ່ນໂຫ່ຂຶ້ນໂຫ່ລົງຄືເດັກ ນ້ອຍເຍົາວະຊົນເຂົາແລ່ນ ເຕະບານຢູ່ເດີນໂຮງຮຽນ, ອັນສອງມາເບິ່ງທາງດ້ານ ທັກສະ ແລະ ເທັກນິກໃນ ການຫລິ້ນແຕ່ລະຄົນກໍ ເໝືອນກັບວ່າປານບໍ່ໄດ້ ຝຶກໄດ້ແອບກອງໜ້າລາກ ບານຂຶ້ນໄປ ເມື່ອຖືກກອງ ຫລັງຄູ່ຕໍ່ສູ້ຍາດເອົາໄດ້ກໍ ປົບແລ່ນລົງມາລຸ່ມເພື່ອ ລໍຕ້ານ, ແທນທີ່ຈະໄລ່ຍາດ ເອົາບານ ຫລື ສ້າງຄວາມ ປັ່ນປ່ວນກົດດັນໃຫ້ກອງ ຫລັງຄູ່ຕໍ່ສູ້.

ກົງກັນຂ້າມເມື່ອກອງ ໜ້າຂອງຄູ່ຕໍ່ສູ້ໄດ້ບານລາກ ຂຶ້ນຍິງພັດບໍ່ມີໃຜໄລ່ຍາດ ເອົາບານຫລືປະກົບຕິດຄູ່ ຕໍ່ສູ້ຈຶ່ງເປັນເຫດໃຫ້ຝ່າຍ ກົງກັນຂ້າມຍິງເຂົ້າປະຕູໄດ້ ຢ່າງສະບາຍ.

ອີກປະການໜຶ່ງເຫັນ ວ່າຜູ້ຮັກສາປະຕູເມື່ອຈັບ ບານມາໄດ້ແລ້ວກໍເຮັດຊັກຊ້າ ບໍ່ຟ້າວບໍ່ຝັ່ງເບິ່ງຄືວ່າທຳທ່າ ເຮັດແກ່ຍາວໃຫ້ມັນໝົດໄປ ຕາມການເວລາ.

ນີ້ລະເຂົາເອີ້ນວ່າເກມ ເໜືອເກມ ແລະ ເກມກິລາ ລະຫວ່າງຊາດກໍຄືກຽດສັກ ສີຂອງຊາດເປັນເດີມພັນ, ເພາະສະນັ້ນ ຈຶ່ງພໍສະຫລຸບ ໄດ້ ວ່າຄືເຈັກຫລິ້ນງິ້ວ.

ການແຂ່ງຂັນທີ່ເປັນສັນຍານບົ່ງບອກເຖິງການພັດ ທະນາ ແລະ ຄວາມແຂງ ແກ່ນໃນຄັ້ງນີ້ຫລາຍຄົນກໍ ຍັງຕົກຕະລຶງວ່າ ສຸກຂະພອນ ວົງຈຽງຄຳ ທີ່ເປັນຕົວເຕັງ ຂອງທີມບໍ່ໄດ້ລົງເດີ່ນ, ຊ້ຳບໍ່ ໜຳຫລັງການແຂ່ງຂັນຜູ້ ກ່ຽວກໍໄດ້ໂພດຂໍ້ຄວາມຜ່ານທາງເຟສບຸກສ່ວນຕົວວ່າ “ຂ້ອຍກະເປັນລາວ, ເລືອດ ຂ້ອຍກະເປັນລາວ, ຂໍໂທດ ກັບການແຂ່ງຂັນມື້ວານນີ້ ທີ່ບໍ່ສາມາດຊ່ວຍທີມຊາດ ລາວໄດ້…”

ເຖິງຢ່າງໃດກໍດີ, ຜ່ານ ການຕິດຕາມນອກຂອບສະໜາມ ທິດກ່ຳ ໄດ້ເຫັນບັນ ຍາກາດກອງຊົມກອງເຊຍ ຈົນເຕັມສະໜາມພິເສດເຫັນ ກອງເຊຍຂອງເພື່ອນບ້ານ ຫວຽດນາມ, ທີ່ໄດ້ເດີນທາງ ຈາກບ້ານເກີດ ແລະ ສົມທົບ ກັບຊາວຫວຽດນາມທີ່ມາ ອອກແຮງງານຫລືມາປະ ກອບອາຊີບຊອກຢູ່ຫາກິນ ຢູ່ບ້ານເຮົາພາກັນໄປຊົມໄປ ເຊຍເກືອບເວົ້າໄດ້ວ່າມີຫລາຍກວ່າຄົນລາວຊ້ຳອີກ.

ສາເຫດທີ່ເປັນແນວນັ້ນ, ກໍຄືຄົນຫວຽດນາມເຂົາມັກ ກິລາບານເຕະຢ່າງໝົດຊີວິດ ຈິດໃຈຫລາຍກວ່າຄົນລາວ ເຮົາຕັ້ງຫລາຍເທົ່າ, ອັນສອງ ມາທິມຊາດຊຸດໃຫຍ່ຂອງ ຫວຽດນາມ,ໃນຜ່ານມາກໍ ເຄີຍໄດ້ສ້າງຊື່ສຽງມາໃຫ້ ປະເທດຊາດຕະຫລອດການ, ເພາະພວກເພິ່ນຖືວ່າ ກິລາ ເປັນສິ່ງໜຶ່ງທີ່ບົ່ງບອກເຖິງ ການພັດທະນາທີ່ກ້າວໄກ, ເປັນການກູ້ໜ້າ, ກູ້ຕາຂອງ ປະເທດຊາດ ບ້ານເມືອງ ອີ່ ຫລີອີ່ຫລໍ.

ກົງກັນຂ້າມ, ຖ້າມາທຽມ ໃສ່ກິລາບານເຕະຊຸດໃຫຍ່ ບ້ານເຮົາໄປແຂ່ງຢູ່ໃສກໍພໍ ໄດ້ແຕ່ມ້າມແປະພຸງກັບ ຖອດຖອນເອົາບົດຮຽນຊ້ຳ ບໍ່ໜຳພັດໄດ້ຍິນຂ່າວວ່າ ລົ້ມບານ, ມີບັນຫາເລື່ອງເງິນ ຄຳ, ຍ້ອນມີໂລກໜອງໃນຢູ່ ວົງການບານເຕະທິມຊາດ ມັນກໍເລີຍໝົດສັດທາຈາກ ກອງຊົມກອງເຊຍ ແລະ ຜູ້ ສະໜັບສະໜູນດັ່ງທີ່ໝູ່ເຮົາ ເຈົ້າຂ້ອຍເຫັນຄືທຸກວັນນີ້.

ໃນຂັ້ນຕໍ່ໄປຖ້າບໍ່ປ່ຽນ ມຸກ ໃໝ່ກິລາບານເຕະທິມ ຊາດຊຸດໃຫຍ່ບ້ານເຮົາອາດ ຕົກຢູ່ ໃນຊາຕາກຳເປັນພະ ຍາດຊ້ຳເຮື້ອຈົນເຂົ້າກະດູກ ດຳໄປແລ້ວ./.

ບານເຕະລາວເຖິງຄາວປ່ຽນ “ມຸກໃໝ່” - 789124 - ບານເຕະລາວເຖິງຄາວປ່ຽນ “ມຸກໃໝ່”
(ພາບປະກອບ)

ບານເຕະລາວເຖິງຄາວປ່ຽນ “ມຸກໃໝ່” - 4 - ບານເຕະລາວເຖິງຄາວປ່ຽນ “ມຸກໃໝ່”
ບານເຕະລາວເຖິງຄາວປ່ຽນ “ມຸກໃໝ່” - 5 - ບານເຕະລາວເຖິງຄາວປ່ຽນ “ມຸກໃໝ່”
ບານເຕະລາວເຖິງຄາວປ່ຽນ “ມຸກໃໝ່” - 3 - ບານເຕະລາວເຖິງຄາວປ່ຽນ “ມຸກໃໝ່”