ສະພາ​ແຫ່ງ​ຊາດລະດັບຂີດຄວາມສາມາດກ່ຽວກັບວຽກງານຕິດຕາມກວດກາ ຂອງກຳມາທິການຍຸຕິທຳ

ສະພາ​ແຫ່ງ​ຊາດລະດັບຂີດຄວາມສາມາດກ່ຽວກັບວຽກງານຕິດຕາມກວດກາ ຂອງກຳມາທິການຍຸຕິທຳ - IMG 9319 - ສະພາ​ແຫ່ງ​ຊາດລະດັບຂີດຄວາມສາມາດກ່ຽວກັບວຽກງານຕິດຕາມກວດກາ ຂອງກຳມາທິການຍຸຕິທຳ
ສະພາ​ແຫ່ງ​ຊາດລະດັບຂີດຄວາມສາມາດກ່ຽວກັບວຽກງານຕິດຕາມກວດກາ ຂອງກຳມາທິການຍຸຕິທຳ - kitchen vibe - ສະພາ​ແຫ່ງ​ຊາດລະດັບຂີດຄວາມສາມາດກ່ຽວກັບວຽກງານຕິດຕາມກວດກາ ຂອງກຳມາທິການຍຸຕິທຳ

ລະຫວ່າງວັນທີ 24-26 ທັນວານີ້  ທີ່ແຫວນຄໍາປະເສີດ ເມືອງວຽງຄໍາ ແຂວງວຽງຈັນ ໄດ້ຈັດກອງປະຊຸມສຳມະນາຍົກລະດັບຂີດຄວາມສາມາດກ່ຽວກັບວຽກງານຕິດຕາມກວດກາ ແລະ ແກ້ໄຂຄຳຮ້ອງຂໍຄວາມເປັນທຳໃຫ້ແກ່ສະມາຊິກສະພາແຫ່ງຊາດໃນກຳມາທິການຍຸຕິທຳ ໂດຍການເປັນປະທານຂອງທ່ານ ນາງ ບົວຄຳ ທິບພະວົງ ປະທານກຳມາທິການຍຸຕິທຳ.

ສະພາ​ແຫ່ງ​ຊາດລະດັບຂີດຄວາມສາມາດກ່ຽວກັບວຽກງານຕິດຕາມກວດກາ ຂອງກຳມາທິການຍຸຕິທຳ - IMG 9319 - ສະພາ​ແຫ່ງ​ຊາດລະດັບຂີດຄວາມສາມາດກ່ຽວກັບວຽກງານຕິດຕາມກວດກາ ຂອງກຳມາທິການຍຸຕິທຳ

 ເພື່ອແນ່ໃສ່ເຮັດໃຫ້ສະມາຊິກສະພາແຫ່ງຊາດ ທີ່ຮັບຜິດຊອບແກ້ໄຂຄຳຮ້ອງຟ້ອງ, ວຽກງານຕິດຕາມກວດກາ ແລະ ແກ້ໄຂຄຳຮ້ອງຂໍຄວາມເປັນທຳ ໄດ້ຍົກລະດັບຄວາມຮູ້ທາງດ້ານກົດໝາຍ ແລະ ໃຫ້ມີຄວາມເຂົ້າໃຈເຖິງພາລະບົດບາດ ໃນການຕິດຕາມກວດກາການແກ້ໄຂຄຳຮ້ອງຟ້ອງຂອງອົງການຕຸລາການ ແລະ ການແກ້ໄຂຄຳສະເໜີຂອງອົງການບໍລິຫານ, ຮັບປະກັນການຄົ້ນຄວ້າພິຈາລະນາແກ້ໄຂຄຳຮ້ອງຂໍຄວາມເປັນທຳໃຫ້ຖືກຕ້ອງຕາມຫລັກການ ແລະ ມີແບບແຜນວິທີເຮັດທີ່ສອດຄ່ອງ ເພື່ອເຮັດໃຫ້ການແກ້ໄຂຄຳຮ້ອງທຸກຂອງອົງການຕ່າງໆມີປະສິດທິພາບ, ຖືກຕ້ອງຕາມກົດໝາຍ ແລະ ຍຸຕິທຳ.

ສະພາ​ແຫ່ງ​ຊາດລະດັບຂີດຄວາມສາມາດກ່ຽວກັບວຽກງານຕິດຕາມກວດກາ ຂອງກຳມາທິການຍຸຕິທຳ - Visit Laos Visit SALANA BOUTIQUE HOTEL - ສະພາ​ແຫ່ງ​ຊາດລະດັບຂີດຄວາມສາມາດກ່ຽວກັບວຽກງານຕິດຕາມກວດກາ ຂອງກຳມາທິການຍຸຕິທຳ

ປະທານກຳມາທິການຍຸຕິທຳ ກ່າວວ່າ: ບັນດາເນື້ອໃນກອງປະຊຸມທີ່ນຳມາຄົ້ນຄວ້າ ແລະ ແລກປ່ຽນບົດຮຽນແມ່ນມີຄວາມສຳຄັນເພື່ອເປັນຂໍ້ມູນຮັບໃຊ້ເຂົ້າໃນວຽກງານພາຍໃນກຳມາທິການຍຸຕິທຳ ແລະ ກໍເປັນກົນໄກການປະສານສົມທົບກັບພາກສ່ວນກ່ຽວຂ້ອງພາຍນອກ, ໃນການປະຕິບັດພາລະບົດບາດຂອງກຳມາທິການຍຸຕິທຳ. ເວົ້າລວມ, ເວົ້າສະເພາະແມ່ນ ສສຊ ທີ່ເປັນກຳມະການຂອງກຳມາທິການຍຸຕິທຳທີ່ປະຈຳຢູ່ທ້ອງຖິ່ນ; ສະນັ້ນ, ເພື່ອໃຫ້ເຮັດກອງປະຊຸມມີປະສິດທິຜົນ ແລະ ບັນດາເອກະສານທີ່ໄດ້ນຳມາສະເໜີເທື່ອນີ້ ໃຫ້ມີເນື້ອໃນຄົບຖ້ວນ ແລະ ເລິກເຊິ່ງ ແທນເໝາະກັບສະພາບຕົວຈິງ ມີຄວາມເອກະພາບກັນດ້ານກົນໄກ, ເນື້ອໃນ ແລະ ແບບແຜນວິທີການເຮັດວຽກພາຍໃນກຳມາທິການຍຸຕິທຳສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ແລະ ພາກສ່ວນກ່ຽວຂ້ອງພ້ອມທັງນຳໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.

ສະພາ​ແຫ່ງ​ຊາດລະດັບຂີດຄວາມສາມາດກ່ຽວກັບວຽກງານຕິດຕາມກວດກາ ຂອງກຳມາທິການຍຸຕິທຳ - 4 - ສະພາ​ແຫ່ງ​ຊາດລະດັບຂີດຄວາມສາມາດກ່ຽວກັບວຽກງານຕິດຕາມກວດກາ ຂອງກຳມາທິການຍຸຕິທຳ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!