ປົດຄູຝຶກທີມຊາດໄທ ຫລັງນຳທີມເສຍໃຫ້ ອິນເດຍ ໃນຮອບ 45 ປີ


ສະມາຄົມບານເຕະແຫ່ງປະເທດໄທ ຫລື FA Thailand ໄດ້ປະກາດປົດຄູຝຶກທີມຊາດຊຸດໃຫຍ່ ມິໂລວານ ຣາເຢວັກ ຄູຝຶກຊາວເຊີເບຍ ອະດີດຄູຝຶກການ້າ, ກາຕ້າ ແລະ ເອວຈີເຣຍ ອອກຈາກຕຳແໜ່ງຮຽບຮ້ອຍ ຫລັງນຳທີມເສຍໃຫ້ ອິນເດຍ 1-4 ນັດທີ 1 ຂອງກຸ່ມ A ລາຍການ ເອຊຽນຄັບ 2019 ທີ່ສະຫະລັດອາຣັບ ເອມິເຣດ ໃນວັນທີ 6 ມັງກອນ ເປັນການນຳທີມເສຍໃຫ້ ອິນເດຍ ຄັ້ງທຳອິດໃນຮອບ 45 ປີ ຕໍ່ຈາກເດືອນກໍລະກົດ 1974 ທີ່ມາເລເຊຍ 1-4 ເຊັ່ນກັນ.
ປັດຈຸບັນ ສະມາຄົມບານເຕະແຫ່ງປະເທດໄທ ໄດ້ແຕ່ງຕັ້ງຄູຝຶກ ສິຣິສັກ ຍອດຫຍ້າໄທ ແລະ ໂຊກທະວີ ພົມຣັດ ຄຸມທີມຊົ່ວຄາວຈົນສຳເລັດການແຂ່ງຂັນ ເອຊຽນຄັບ 2019 ໂດຍ 2 ນັດຕໍ່ໄປໃນຮອບແບ່ງກຸ່ມ ກຸ່ມ A ໄທ ຈະພົບກັບ ບາເຣນ ໃນວັນທີ 10 ມັງກອນນີ້ ແລະ ພົບກັບ ເຈົ້າພາບສະຫະລັດອາຣັບ ເອມິເຣດ ໃນວັນທີ 14 ມັງກອນ.
ຕາມສະຖິຕິ FIFA ໄທ ພົບ ອິນເດຍ 21 ຄັ້ງ, ໄທຊະນະ 11, ອິນເດຍຊະນະ 4 ສະເໝີກັນ 6 ຄັ້ງ, ໄທຍິງໄດ້ 36 ປະຕູ, ອິນເດຍຍິງໄດ້ 21 ປະຕູ.