ການແຂ່ງຂັນບານເຕະ ບຸນ ເດສລີກາ ເຢຍລະມັນ ໃນວັນເສົາ ຜ່ານມາ ບາເຢິນ ມິວນິກ ທີມ ແຊ໊ມຄວ້າໄຊສົ່ງທ້າຍລະດູການ ຫຼັງເປີດສະໜາມ ອັລລິອັນ ອາຣີ ນາ ເອົາຊະນະ ໄຟບວກ ໄປໄດ້ 4-1 ໂດຍເຈົ້າຖິ່ນທີ່ເຕະສັ່ງລາ ຟິ ລິບ ລາມ ແລະ ຊາບີ ອະລອນໂຊ ທີ່ຈະອຳລາວົງການຫຼັງຈົບລະດູການນີ້ໄດ້ປະຕູຈາກ ອາເຢັນ ຣ໊ອບເບນ ໃນນາທີ 4, ອາຕູໂຣ ວິດັລ ນາທີ 73, ຟຣອງ ຣິເບຣີ ນາທີ 90 ແລະ ໂຈຊົວ ຄິມມິດ ນາທີ 91 ສ່ວນທີມຢາມໄດ້ປະ ຕູຕີໄຂ່ແຕກຈາກ ນິລ ປີເຕີເຊນ ນາທີ 76 ຈາກໄຊຊະນະນັດນີ້ ເຮັດໃຫ້ ບາເຢິນ ມິວນິກ ມີ 82 ຄະແນນຈາກ 34 ນັດ ຄວ້າແຊ໊ມ ໄປຄອງ ຂະນະທີ່ ໄຟບວກ ມີ 48 ຄະແນນ ຍັງຢູ່ອັນດັບທີ 7.