ສະຫລອງປີໃໝ່ໃຫ້ປະຢັດ,ປອດໄພ ແລະ ຮັກສາໄດ້ປະເພນີອັນດີງາມຂອງຊາດ

ສະຫລອງປີໃໝ່ໃຫ້ປະຢັດ,ປອດໄພ ແລະ ຮັກສາໄດ້ປະເພນີອັນດີງາມຂອງຊາດ - 39543611212 7d4ff22dce b - ສະຫລອງປີໃໝ່ໃຫ້ປະຢັດ,ປອດໄພ ແລະ ຮັກສາໄດ້ປະເພນີອັນດີງາມຂອງຊາດ
ສະຫລອງປີໃໝ່ໃຫ້ປະຢັດ,ປອດໄພ ແລະ ຮັກສາໄດ້ປະເພນີອັນດີງາມຂອງຊາດ - kitchen vibe - ສະຫລອງປີໃໝ່ໃຫ້ປະຢັດ,ປອດໄພ ແລະ ຮັກສາໄດ້ປະເພນີອັນດີງາມຂອງຊາດ

ອີກບໍ່ເທົ່າໃດວັນ, ບຸນປີໃໝ່ລາວ (ບຸນສົງການ) ພສ 2562 ກໍຈະໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ, ສະນັ້ນ ເພື່ອເຮັດໃຫ້ການສະເຫລີມສະຫລອງບຸນດັ່ງກ່າວດໍາເນີນໄປດ້ວຍບັນຍາກາດເບີກບານມ່ວນຊື່ນ, ທັງຮັກສາໄດ້ມູນເຊື້ອວັດທະນນະທໍາ, ປະເພນີອັນດີງາມຂອງຊາດ ແລະ ຄວາມສະຫງົບປອດໄພໃນສັງຄົມ, ເຈົ້າຄອງນະຄອນຫລວງວຽງຈັນ ຈຶ່ງໄດ້ອອກຄໍາສັ່ງແນະນໍາໄວ້ວ່າ: ການສະຫລອງບຸນປີໃໝ່ລາວປີນີ້ແມ່ນໃຫ້ດໍາເນີນໄປເປັນເວລາ 3 ວັນຄື: ວັນທີ 14-15 ແລະ 16 ເມສານີ້, ພ້ອມທັງຮັບປະກັນບໍ່ໃຫ້ມີສິ່ງບໍ່ດີຕ່າງໆເກີດຂຶ້ນ ເປັນຕົ້ນ: ອັກຄີໄພ, ສຽງແຕກ, ອາລະວາດຕີກັນ, ອຸປະຕິເຫດ ແລະ ປາກົດການຫຍໍ້ທໍ້ອື່ນໆເກີດຂຶ້ນ. ອັນສໍາຄັນແມ່ນຕ້ອງເອົາໃຈໃສ່ປະຕິບັດຂໍ້ຫ້າມທີ່ຂັ້ນເທິງວາງອອກຄື: ຫ້າມດື່ມສິ່ງມືນເມົາແລ້ວຂັບລົດ, ຫ້າມໃຊ້ນໍ້າເປື້ອນ, ນໍ້າສີ, ນໍ້າຄັນຄາຍ, ນໍ້າກ້ອນແກວ່ງໃສ່ກັນ, ຫ້າມຕັນການສັນຈອນ ຫລື ລັດລົດຫົດນໍ້າຕາມເສັ້ນທາງ ແລະ ຫ້າມເປີດສຽງເພງດັງລົບກວນບຸກຄົນອື່ນ, ໂດຍມອບໃຫ້ອໍານາດການປົກຄອງ ແລະ ເຈົ້າໜ້າທີ່ເມືອງຕ່າງໆ ເອົາໃຈໃສ່ຕິດຕາມການສະເຫລີມສະຫລອງປີໃໝ່ຂອງມວນຊົນໃນຂອບເຂດທ້ອງຖິ່ນຕົນ ເພື່ອຮັບປະກັນໃຫ້ມີບັນຍາກາດເບີກບານມ່ວນຊື່ນ, ເປັນລະບຽບຮຽບຮ້ອຍ ແລະ ປອດໄພ, ພ້ອມດໍາເນີນໄປດ້ວຍຄວາມປະຢັດມັດທະຍັດ ແລະ ເປັນການສົ່ງເສີມຮີດຄອງປະເພນີ ແລະ ວັດທະນະທໍາອັນດີງາມຂອງຊາດຢ່າງແທ້ຈິງ ສາມາດດຶງດູດແຂກຄົນເຂົ້າມາທ່ຽວຊົມດ້ວຍຄວາມຈັບອົກຈັບໃຈ.

ສະຫລອງປີໃໝ່ໃຫ້ປະຢັດ,ປອດໄພ ແລະ ຮັກສາໄດ້ປະເພນີອັນດີງາມຂອງຊາດ - 4 - ສະຫລອງປີໃໝ່ໃຫ້ປະຢັດ,ປອດໄພ ແລະ ຮັກສາໄດ້ປະເພນີອັນດີງາມຂອງຊາດ
ສະຫລອງປີໃໝ່ໃຫ້ປະຢັດ,ປອດໄພ ແລະ ຮັກສາໄດ້ປະເພນີອັນດີງາມຂອງຊາດ - 3 - ສະຫລອງປີໃໝ່ໃຫ້ປະຢັດ,ປອດໄພ ແລະ ຮັກສາໄດ້ປະເພນີອັນດີງາມຂອງຊາດ
ສະຫລອງປີໃໝ່ໃຫ້ປະຢັດ,ປອດໄພ ແລະ ຮັກສາໄດ້ປະເພນີອັນດີງາມຂອງຊາດ - 5 - ສະຫລອງປີໃໝ່ໃຫ້ປະຢັດ,ປອດໄພ ແລະ ຮັກສາໄດ້ປະເພນີອັນດີງາມຂອງຊາດ
ສະຫລອງປີໃໝ່ໃຫ້ປະຢັດ,ປອດໄພ ແລະ ຮັກສາໄດ້ປະເພນີອັນດີງາມຂອງຊາດ - Visit Laos Visit SALANA BOUTIQUE HOTEL - ສະຫລອງປີໃໝ່ໃຫ້ປະຢັດ,ປອດໄພ ແລະ ຮັກສາໄດ້ປະເພນີອັນດີງາມຂອງຊາດ
ສະຫລອງປີໃໝ່ໃຫ້ປະຢັດ,ປອດໄພ ແລະ ຮັກສາໄດ້ປະເພນີອັນດີງາມຂອງຊາດ - Visit Laos Visit SALANA BOUTIQUE HOTEL - ສະຫລອງປີໃໝ່ໃຫ້ປະຢັດ,ປອດໄພ ແລະ ຮັກສາໄດ້ປະເພນີອັນດີງາມຂອງຊາດ