ດົນຕີບຳບັດ ກິດຈະກຳດີໆເພື່ອຜູ້ເຖົ້າແຂງແຮງ

- 042105 2019 - ດົນຕີບຳບັດ ກິດຈະກຳດີໆເພື່ອຜູ້ເຖົ້າແຂງແຮງ
- kitchen vibe - ດົນຕີບຳບັດ ກິດຈະກຳດີໆເພື່ອຜູ້ເຖົ້າແຂງແຮງ
- 032105 2019 - ດົນຕີບຳບັດ ກິດຈະກຳດີໆເພື່ອຜູ້ເຖົ້າແຂງແຮງ

     ດົນຕີບຳບັດ ຊ່ວຍເສີມສ້າງຄວາມສຸກໃຫ້ຜູ້ເຖົ້າໄດ້ແທ້ ເຊິ່ງດົນຕີ ສຽງເພງ ຈະເຮັດໃຫ້ທ່ານມີມຸມມອງດ້ານດົນຕີປ່ຽນໄປ ບໍ່ພຽງແຕ່ຄວາມບັນເທີງ, ແຕ່ດົນຕີຍັງບຳບັດພະຍາດ, ເສີມສະມາທິໄດ້ນຳ, ຊ່ວຍຜ່ອນຄາຍຄວາມເຄັ່ງຄຽດ ແລະ ສ້າງຄວາມສຸກເລັກໆນ້ອຍໆໃຫ້ແກ່ຜູ້ຄົນໄດ້ໃນທຸກບ່ອນທຸກເວລາ ເຊິ່ງບໍ່ພຽງແຕ່ຈະເປັນການຊ່ວຍໃຫ້ສຸຂະພາບຈິດຖືກຊັກຈູງໄປໃນທາງທີ່ດີເທົ່ານັ້ນ, ແຕ່ສຸຂະພາບກາຍກໍແຂງແຮງໄປນຳ. ດົນຕີບຳບັດສຳລັບຜູ້ປ່ວຍຕິດຕຽງ ກິດຈະກຳດົນຕີສຳລັບຜູ້ເຖົ້າ, ໂຍຄະສຳລັບຜູ້ເຖົ້າ ແລະ ກິດຈະກຳດົນຕີເພື່ອຜູ້ເຖົ້າ ເພື່ອສ້າງຄວາມສຸກໃຫ້ແກ່ຜູ້ເຖົ້າທຸກຄົນ ໂດຍການເປີດເພງບັນເລງເບົາໆ ທີ່ມີສຽງຈາກທຳມະຊາດປະກອບ ເຊັ່ນ : ນົກຮ້ອງ, ນຳ້ໄຫລ ແລະ ຝຶກຮ້ອງເພງລູກທົ່ງບ້ານນາ. ດົນຕີບຳບັດນອກຈາກຈະຊ່ວຍຫລຸດອາການເຈັບປ່ວຍຂອງຄົນເປັນພະຍາດມະເຮັງ ແລະ ການປິ່ນປົວດ້ວຍເຄມີບຳບັດແລ້ວ ຄົນປ່ວຍຍັງຕ້ອງພະເຊີນກັບຄວາມເຄັ່ງຄຽດ ແລະ ສັບສົນທາງຈິດໃຈທຸກຮູບແບບນຳ ສະນັ້ນ ດົນຕີບຳບັດຈຶ່ງມີປະໂຫຍດຫລາຍຕໍ່ຄົນປ່ວຍ. ການນຳເອົາວິທີການດ້ານສະມາທິບຳບັດ ແລະ ດົນຕີບຳບັດມາໃຊ້ຄຽງຄູ່ກັນ ເພື່ອເຮັດໃຫ້ຈິດໃຈຂອງຄົນປ່ວຍສະຫງົບລົງ ໂດຍເລີ່ມຈາກການເຮັດສະມາທິບຳບັດ ກ່ອນ ໂດຍການເປີດເພງບັນເລງທີ່ມີສຽງນົກຮ້ອງ, ນຳ້ໄຫລ ເພື່ອໃຫ້ຄົນປ່ວຍຮູ້ສຶກຜ່ອນຄາຍ ແລະ ດຶງສະມາທິຂອງຄົນປ່ວຍກັບມາຢູ່ກັບໂຕ ເພື່ອໃຫ້ມາຈົດຈໍ່ກັບກິດຈະກຳ ຈາກນັ້ນຈະໃຊ້ມີກົດລົງເທິງບ່າທັງສອງເບື້ອງຂອງຄົນປ່ວຍພ້ອມກັບເວົ້າວ່າ : ຂໍໃຫ້ທຸກຄົນຜ່ອນຄາຍ, ຄິ້ວທີ່ຫຍຸ້ງຢູ່ຂໍໃຫ້ມາຍອອກ, ໜັກຫົວກໍຂໍໃຫ້ຜ່ອນຄາຍ, ເກັງບ່າໄຫລ່ກໍຂໍໃຫ້ຜ່ອນຄາຍ, ຫາຍໃຈເຂົ້າເລິກໆ – ຫາຍໃຈອອກຊ້າໆ. ເມື່ອຄົນປ່ວຍຜ່ອນຄາຍແລ້ວກໍຈະຊວນຮ້ອງເພງລູກທົ່ງບ້ານນາ ທັງເກົ່າ ແລະ ໃໝ່ ແລະ ປິດທ້າຍໂດຍການຊວນຄົນປ່ວຍເຕັ້ນ ຫລື ລຳວົງນຳກັນ ແບບນີ້ເປັນຕົ້ນ.

- 4 - ດົນຕີບຳບັດ ກິດຈະກຳດີໆເພື່ອຜູ້ເຖົ້າແຂງແຮງ
- Visit Laos Visit SALANA BOUTIQUE HOTEL - ດົນຕີບຳບັດ ກິດຈະກຳດີໆເພື່ອຜູ້ເຖົ້າແຂງແຮງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!