ອາເລັກຊານເດີ ມະຫາລາດ ນັກຮົບຜູ້ຍິ່ງໃຫຍ່ແຫ່ງມາຊິໂດເນຍ


ທ່ານ ອາເລັກຊານເດີ ເກີດເມື່ອວັນທີ 20 ຫຼື 21 ມັງກອນ ປີ 356 ຄ.ສ ທີ່ເມືອງ ເພລລາ ເມືອງຫຼວງຂອງ ລາຊະອານາຈັກຣມາເກໂດນີອາ ເປັນລູກຂອງພະເຈົ້າພີລິປໂປສທີ 2 ມານດາເປັນພັນລະຍາຄົນທີ 4 ຂອງພີລິປໂປສ ຊື່ນາງ ໂອລິມເພີຍສ ແຫ່ງເອພິຣຸສ ເປັນລູກຂອງ ນີໂອໂທເລມຸສ ທີ 1 ແຫ່ງ ເອພິຣຸສ ນະຄອນຣັດກຣີກທາງເໜືອ, ເຖິງ ພີລິປໂປສ ຈະມີຊາຍເຖິງ 7-8 ຄົນແຕ່ນາງ ໂອລິມເພີຍສ ກໍໄດ້ເປັນຊາຍາເອກຢູ່ຊົ່ວໄລຍະໜຶ່ງ.
ໃນຖານະທີ່ເປັນສະມາຊິກຣາດຊະວົງອາກີດ ອາເລັກຊານເດີ ຈຶ່ງຖືວ່າສືບເສື້ອສາຍມາຈາກ ເຮຣາຄລີສ ຜ່ານທາງກະສັດຄາຣານຸສແຫ່ງມາເໂດນີອາ, ສ່ວນທາງມານດາທ່ານຖືວ່າຕົນສືບເຊື້ອສາຍຈາກ ນີໂອໂທລີມຸສ ລູກຂອງ ອະຄິລລີສ ອາເລັກຊານເດີ ເປັນຍາດຫ່າງໆຂອງນາຍພົນ ພີຣຸສ ແຫ່ງເອພິຣຸສ ຜູ້ໄດ້ຮັບຍົກຍ່ອງຈາກ ຮັນນິບາລ ວ່າ ເປັນແມ່ທັບຜູ້ເກັ່ງກ້າທີ່ສຸດ ຫຼືອັນດັບທີ 2 (ຮອງຈາກອາເລັກຊານເດີ) ເທົ່າທີ່ໂລກເຄີຍປະສົບພົບພໍ້.
ຕອນ ອາເລັກຊານເດີ ອາຍຸໄດ້ 10 ປີ ພໍ່ຄ້າມ້າຄົນໜຶ່ງຈາກເມືອງ ເທສສະລີ ນໍາມ້າມາຖະວຫວາຍ ພີລິປໂປສ 1 ໂຕ ໂດຍສະເໜີເປັນ 13 ທາເລນ, ມ້າໂຕນີ້ບໍ່ມີໃຜຂີ່ໄດ້ ພີລິປໂປສ ຈຶ່ງສັ່ງໃຫ້ເອົາກັບຄືນ, ອາເລັກຊານເດີ ສັງເກດໄດ້ວ່າມ້າໂຕດັ່ງກ່າວຢ້ານເງົາມັນເອງ ຈຶ່ງຂໍໂອກາດຝຶກມ້ານີ້ ຊຶ່ງຕໍ່ມາທ່ານສາມາດເຮັດໄດ້ສໍາເລັດ ພີລິປໂປສຊື່ຊົມຍິນດີຫຼາຍ ເພາະນີ້ເປັນສິ່ງສະແດງເຖິງຄວາມກ້າຫານ ແລະ ຄວາມມັກໃຫຍ່ໃຝ່ສູງ ທ່ານໄດ້ຫອມ ອາເລັກຊານເດີ ດ້ວຍນໍ້າຕາ ແລະ ອາເລັກຊານເດີ ໄດ້ຕັ້ງຊື່ມ້າໂຕນັ້ນວ່າ ບູຊີຟາລັສ ແລະ ມ້າດັ່ງກ່າວໄດ້ກາຍເປັນສະຫາຍຄູ່ຫູຕິດຕາມ ອາເລັກຊານເດີ ໄປຕະຫຼອດການເດີມທາງຈົນເຖິງອິນເດຍ ເມື່ອມ້າຕາຍ (ເນື່ອງຈາກມີອາຍຸຫຼາຍ ເຖິງ 30 ປີ) ອາເລັກຊານເດີ ໄດ້ຕັ້ງຊື່ເມືອງແຫ່ງໜຶ່ງຕາມຊື່ມ້າ ຄືເມືອງ ບູຟາລາ.
ເມື່ອ ອາເລັກຊານເດີ ອາຍຸໄດ້ 13 ປີ ພີລິປໂປສ ຕັດສິນໃຈວ່າ ອາເລັກຊານເດີ ຄວນໄດ້ຮັບການສຶກສາຂັ້ນສູງຂຶ້ນ ຈຶ່ງເລີ່ມຊອກຫາອາຈານດີໃຫ້ແກ່ລູກ ແລະ ໄດ້ປ່ຽນອາຈານຫຼາຍຄົນ ເຊັ່ນ: ໄອໂຊເດຣຕີສ ແລະ ສະພີອຸສສິປັສ ຊຶ່ງເປັນຜູ້ສືບທອດຂອງ ເພລໂຕ ທີວິທະຍາໄລແຫ່ງເອເຣນສ໌ ຊຶ່ງຂໍລາອອກເອງ ເພື່ອໄປຮັບຕໍາແໜ່ງ ໃນທີ່ສຸດ ພີລິປໂປສ ສະເໜີງານນີ້ໃຫ້ແກ້ ອຣິສໂຕເຕິລ, ພີລິປໂປສ ຍົກວິຫານແຫ່ງນິມທີ່ມາຊາໃຫ້ພວກເຂົາໃຊ້ເປັນຫ້ອງຮຽນ ຄ່າຕອບແທນໃນການສອນໜັງສືໃຫ້ແກ່ ທ່ານ ອາເລັກຊານເດີ ຄືການສ້າງເມືອງເກີດຂອງ ອຣິສໂຕເຕິລ ຄືເມືອງ ສຕາເກຣາ ທີ່ພີລິປໂປສ ທໍາລາຍໄປຂຶ້ນມາໃໝ່ ແລະ ໃຫ້ຟື້ນຟູເມືອງນີ້ໂດຍການຊື້ໂຕ ຫຼືປົດປ່ອຍອະດີດີພົນລະເມືອງນີ້ທີ່ຖືກຈັບໂຕໄປເປັນທາດ ແລະ ຍົກໂທດໃຫ້ແກ່ພວກທີ່ຖືກເນລິເທດໄປດ້ວຍ.
ມີເອຊາ ເປັນເໜືອໂຮງຮຽນປະຈໍາສໍາລັບ ອາເລັກຊານເດີ ແລະ ບັນດາລູກຂຸນນາງ ຫຼືເຊື້ອພະອົງຂອງມາເກໂດນີອາ ເຊັ່ນ: ທໍເລມີ ແລະ ແຄສແຊນເດີ ນັກຮຽນທີ່ຮຽນພ້ອມກັບ ອາເລັກຊານເດີ ກາຍເປັນໝູ່ຂອງທ່ານ ແລະ ຕໍ່ມາໄດ້ເປັນແມ່ທັບນາຍທະຫານປະຈໍາໂຕ ມັກຖືກກ່າວເຖິງດ້ວຍຄໍາວ່າ ສະຫາຍ ອຣິສໂຕເຕິລ ສອນ ອາເລັກຊານເດີ ກັບບັນດາສະຫາຍໃນເລື່ອງການແພດ, ປັດສະຍາ, ສິລະທໍາ, ສາສາໜາ… ດ້ວຍການສອນຂອງ ອຣິສໂຕເຕິລ ເຮັດໃຫ້ ອາເລັກຊານເດີ ໃຫຍ່ຂຶ້ນມາດ້ວຍແຮງບັນດານໃຈຢ່າງສູງສົ່ງໃນງານຂຽນຂອງ ໂອເມີ ໂດຍສະເພາະຢ່າງຍິ່ງເລື່ອງ ອີລຽດ ອະຣິສໂຕເຕິລ ມອບງານຂຽນສະບັບຄັດລອກຂອງເລື່ອງນີ້ໃຫ້ທ່ານ 1 ຊຸດ ຊຶ່ງອາເລັກຊານເດີເອົາຕິດໂຕໄປຍາມທີ່ອອກຮົບ.