ແຂວງສະ​ຫ​ວັນ​ນະ​ເຂດຕ້ອງ​ເອົາ​ໃຈ​ໃສ່​ຫລາຍ​ດ້ານ​ໃນ​ວຽກ​ງານໂພຊະນາການ

ແຂວງສະ​ຫ​ວັນ​ນະ​ເຂດຕ້ອງ​ເອົາ​ໃຈ​ໃສ່​ຫລາຍ​ດ້ານ​ໃນ​ວຽກ​ງານໂພຊະນາການ - 66 10 - ແຂວງສະ​ຫ​ວັນ​ນະ​ເຂດຕ້ອງ​ເອົາ​ໃຈ​ໃສ່​ຫລາຍ​ດ້ານ​ໃນ​ວຽກ​ງານໂພຊະນາການ
ແຂວງສະ​ຫ​ວັນ​ນະ​ເຂດຕ້ອງ​ເອົາ​ໃຈ​ໃສ່​ຫລາຍ​ດ້ານ​ໃນ​ວຽກ​ງານໂພຊະນາການ - kitchen vibe - ແຂວງສະ​ຫ​ວັນ​ນະ​ເຂດຕ້ອງ​ເອົາ​ໃຈ​ໃສ່​ຫລາຍ​ດ້ານ​ໃນ​ວຽກ​ງານໂພຊະນາການ

ໃນໄລ​ຍະ​ຜ່ານມາ,​ ເຖິງວ່າ​ແຂວງ​ສະ​ຫວັນ​ນະ​ເຂດຈະມີຜົນສຳເລັດ​ຫລາຍດ້ານ​ໃນ​ວຽກ​ງານ​ໂພຊະນາ​ການ,​ ແຕ່ກໍ​ເຫັນ​ວ່າອັດຕາການຂາດສານອາຫານແບບຊໍ້າເຮື້ອ (ລວງສູງບໍ່ໄດ້ມາດຕາຖານ ຫລື ເຕ້ຍ), ນໍ້າໜັກ​ຫລຸດມາດຕະຖານ ແລະ ການຂາດສານອາຫານແບບຈ່ອຍຜອມຂ້ອນຂ້າງສູງ, ເຊິ່ງເປັນບັນຫາທ້າທາຍໃນວຽກງານສາທາລະນະສຸກທີ່ຕ້ອງ​ຮີ​ບຮ້ອນແກ້ໄຂ.

  ສະຫວັນນະເຂດ, ​ເປັນ​ແຂວງ​ໜຶ່ງ​ທີ່ມີການຈັດຕັ້ງປະຕິບັດໂພ​ຊະນາການ​ບໍ່ທັນສູງ, ໂດຍສະເພາະການເຂົ້າເຖິງນໍ້າສະອາດ ແລະ ສິ່ງອໍານວຍຄວາມສະດວກດ້ານວຽກງານສຸຂະອະນາໄມຍັງບໍ່ພຽງພໍ ແລະ ການປະຕິບັດຕົວຈິງຂອງປະຊາຊົນຍັງບໍ່ເໝາະສົມ ເປັນ​ຕົ້ນ: ຄວາມບໍ່ປອດໄພໃນການຈັດການກັບອາຈົມຂອງເດັກ, ອັດຕາການລ້ຽງລູກດ້ວຍນົມແມ່ພຽງຢ່າງດຽວຍັງຕໍ່າກວ່າເຄິ່ງໜຶ່ງ ຂອງລະດັບຊາດ.

ແຂວງສະ​ຫ​ວັນ​ນະ​ເຂດຕ້ອງ​ເອົາ​ໃຈ​ໃສ່​ຫລາຍ​ດ້ານ​ໃນ​ວຽກ​ງານໂພຊະນາການ - Visit Laos Visit SALANA BOUTIQUE HOTEL - ແຂວງສະ​ຫ​ວັນ​ນະ​ເຂດຕ້ອງ​ເອົາ​ໃຈ​ໃສ່​ຫລາຍ​ດ້ານ​ໃນ​ວຽກ​ງານໂພຊະນາການ

  ອີງໃສ່ບົດລາຍງານການວິເຄາະແບບທັບຊ້ອນ​ເຫັນ​ວ່າ: ເຄິ່ງໜຶ່ງຂອງເດັກນ້ອຍທີ່ອາຍຸຕໍ່າກວ່າ 5 ປີ ໃນແຂວງດັ່ງກ່າວ ແມ່ນຢູ່ໃນຄວາມສ່ຽງທີ່ມີໂພ​ຊະນາການບໍ່ພຽງພໍ ແລະ ມີບັນຫາສຸຂະພາບ, ເຊິ່ງເປັນອັນຕະລາຍຕໍ່ການພັດທະນາທາງດ້ານການຮຽນຮູ້ ແລະ ດ້ານຮ່າງກາຍ.

  ທ່ານ ​​ເລໂອ ຟາເບີ (Leo Faber) ເອກອັກຄະລັດຖະທູດສະຫະພາບເອີ​ຣົບປະຈໍາລາວ ໄດ້ມີ​ຄໍ​າ​ເຫັນວ່າ: ສະຫະພາບເອີຣົບ, ອົງການ​ອຸຍນິເຊບ ແລະ ລັດຖະບານລາວ, ໄດ້ຜັນຂະຫຍາຍການຮ່ວມມືເພື່ອປັບປຸງດ້ານໂພຊະນາການ ໂດຍສຸມໃສ່ການປະສານງານຫລາຍພາກສ່ວນໃນການເກັບກຳຂໍ້ມູນ, ການສ້າງຈິດສໍານຶກ ແລະ ເສີມຂະຫຍາຍຄວາມອາດສາມາດຂອງອົງກອນຕ່າງໆ, ທັງຕິດຕາມຕົວຊີ້ວັດດ້ານໂພຊະນາການຢ່າງຕໍ່ເນື່ອງໃນແຂວງຕ່າງໆ ເພື່ອປະເມີນສະພາບ ແລະ ດັດປັບກິດຈະກຳທີ່ໄດ້ປະຕິບັດຜ່ານມາ ເພື່ອ​ປັບປຸງກິດຈະກໍາດ້ານ​ວຽກ​ງານໂພຊະນາການຂອງແມ່ຍິງ ແລະ ເດັກ. ອີງໃສ່ບົດສຳຫລວດ ການວັດແທກຄວາມຄືບຫນ້າຂອງການປັບປຸງຊີວິດການເປັນຢູ່ຂອງເດັກໃນ ສປປ ລາວ ​ເຫັນ​ວ່າແຂວງສະຫວັນນະເຂດແມ່ນຈັດຢູ່ໃນກຸ່ມບັນດາແຂວງທີ່ມີເດັກທຸກຍາກໃນຂ້ອນຂ້າງສູງ, ຫາກທຽບໃສ່ຄ່າສະເລ່ຍລະດັບຊາດຄື 50,4%-65% ຂອງເດັກແມ່ນບໍ່ສາມາດບັນລຸສິດທິ ແລະ ຄວາມຕ້ອງການທີ່ຈໍາເປັນ ແລະ ຄວາມທຸກຍາກ, ສ່ວນໃຫຍ່ແມ່ນໃນເດັກອາຍຸຕໍ່າກວ່າ 5 ປີໃນເຂດຫ່າງ​ໄກ​ສອກ​ຫລີກ.

   ທ່ານ ອົກຕາວຽນ ບີໂວລ ຜູ້ຕາງໜ້າຈາກອົງການອຸຍນີເຊັບ ກ່າວວ່າ: “ໂພຊະນາການທີ່ເຫມາະສົມໃນລະຫວ່າງ 1.000 ວັນທໍາອິດມີຜົນກະທົບຕໍ່ຄວາມສາມາດໃນການເຕີບໃຫຍ່ຂອງເດັກຮຽນຮູ້ ແລະ ຄວາມສໍາເລັດຂອງເດັກ, ການຮ່ວມມືເພື່ອປັບປຸງວຽກໂພຊະນາການ, ການຮ່ວມມືຫລາຍພາກສ່ວນແມ່ນລິເລີ່ມໂດຍທຶນຂອງສະຫະພາບເອີຣົບ. ໂຄງການຮ່ວມມືເພື່ອການປັບປຸງໂພຊະນາການໄດ້ເລີ່ມຕົ້ນໃນເດືອນກໍລະກົດ 2016 ແລະ ຈະດຳເນີນເປັນໄລຍະ 60 ເດືອນຈົນຮອດເດືອນມິຖຸນາ 2021 ​ໃນງົບປະມານທັງໝົດ 11 ລ້ານກວ່າເອີໂຣ, ເຊິ່ງເປັນຂອງສະ​ຫະ​ພາບ​ເອີ​ຣົບ 9 ລ້ານເອີໂຣ ແລະ ອົງການ​ອຸຍນິເຊບ 2,2 ລ້ານກວ່າເອີໂຣ, ໂດຍໄດ້​ປະ​ຕິ​ບັດຢູ່ 10 ແຂວງເປົ້າໝາຍເພື່ອສ້າງຄວາມເຂັ້ມແຂງການຄຸ້ມຄອງດ້ານໂພຊະນາການທີ່ຍືນຍົງແກ່ເດັກ ແລະ ແມ່ຍິງໃນ ລາວ.

ແຂວງສະ​ຫ​ວັນ​ນະ​ເຂດຕ້ອງ​ເອົາ​ໃຈ​ໃສ່​ຫລາຍ​ດ້ານ​ໃນ​ວຽກ​ງານໂພຊະນາການ - 5 - ແຂວງສະ​ຫ​ວັນ​ນະ​ເຂດຕ້ອງ​ເອົາ​ໃຈ​ໃສ່​ຫລາຍ​ດ້ານ​ໃນ​ວຽກ​ງານໂພຊະນາການ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!