ລາວຈະເພີ່ມທະວີຮັບມືໄພພິບັດໃຫ້ດີຂຶ້ນ


ລາວຈະເພີ່ມທະວີຮັບມືໄພພິບັດໃຫ້ດີຂຶ້ນກອງປະຊຸມສຳມະນາ ແລະ ການສະເຫລີມສະຫລອງວັນຄຸ້ມຄອງໄພພິບັດອາຊຽນ ແລະ ວັນຫລຸດຜ່ອນຄວາມສ່ຽງໄພພິບັດສາກົນ, ໄດ້ຈັດຂື້ນໃນວັນທີ 25 ຕຸລານີ້ຢູ່ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມເພື່ອເປົ້າໝາຍວາງແຜນຮັບມືກັບບັນຫາໄພພິບັດ ແລະ ການຫລຸດຜ່ອນຄວາມສ່ຽງໃຫ້ດີຂຶ້ນ, ພ້ອມທັງສະເຫນີການຊ່ວຍເຫລືອຈາກສາກົນ ເພື່ອຮ່ວມມືກັນຈັດຕັ້ງວຽກງານດັ່ງກ່າວໃຫ້ປະສົບຜົນ.
ທ່ານ ຄຳແພງ ໄຊສົມແພງ ໄດ້ມີຄໍາເຫັນໃນກອງປະຊຸມວ່າ: ປັດຈຸບັນ, ບັນຫາໄພພິບັດ ແລະ ການປ່ຽນແປງຂອງດິນຟ້າອາກາດ ເປັນຕົ້ນ: ໄພນໍ້າຖ້ວມ ແຜ່ນດິນໄຫວ, ຄື້ນຊຶນາມິ, ລົມພະຍຸພັດ ແລະອື່ນໆໄດ້ກາຍເປັນສິ່ງທ້າທາຍຢ່າງໃຫຍ່ຫຼວງ ຕໍ່ພາກພຶື້ນ ແລະ ສາກົນ.ໄພພິບັດດັ່ງກ່າວ ໄດ້ເກີດຂຶ້ນເປັນປະຈໍາ ແລະ ເພີ່ມຄວາມຮຸນແຮງຂື້ນເລື້ອຍໆ, ສ້າງຜົນກະທົບ ແລະ ຄວາມເສຍຫາຍຢ່າງຫຼວງຫຼາຍ ຕໍ່ຊີວິດ ແລະ ຊັບສິນຂອງ ປະຊາຊົນ ກໍຄືສ່ວນລວມ ທັງໃນໄລຍະສັ້ນ ແລະ ໄລຍະຍາວ. ໄພພິບັດ ຍັງສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ການພັດທະນາເສດຖະກິດ-ສັງຄົມ, ລະບົບນິເວດວິທະຍາ ແລະ ທໍາມະຊາດ-ສິ່ງແວດລ້ອມ;ເປັນອຸປະສັກຂອງການພັດທະນາໃນບັນດາປະເທດທົ່ວໂລກ ແລະໜ້າຕົກໃຈວ່າບັນຫາດັ່ງກ່າວ ຈະເກີດຂື້ນຢ່າງຕໍ່ເນື່ອງ ແລະເພີ່ມທະວີຄວາມຮຸນແຮງຂຶ້ນ,ກາຍເປັນໄພຂົ່ມຂູ່ຕໍ່ປະຊາຄົມໂລກໃນປັດຈຸບັນກໍຄືອານາຄົດ.


ໄພພິບັດດັ່ງກ່າວ ຍັງສົ່ງຜົນກະທົບຢ່າງໜັກຕໍ່ກຸ່ມຄົນທີ່ອ່ອນແອ ແລະຜູ້ດ້ອຍໂອກາດໃນສັງຄົມ ເປັນຕົ້ນ; ແມ່ຍິງ, ເດັກນ້ອຍ,ຜູ້ອາຍຸສູງ, ຄົນພິການ ແລະ ປະຊາຊົນຜູ້ທຸກຍາກຢູ່ເຂດຫ່າງໄກຊອກຫຼີກ. ສະເພາະຢູ່ ສປປ ລາວ, ໄພພິບັດນັບມື້ມີຄວາມຮຸນແຮງຂື້ນ, ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍທີ່ສຸດຄື: ໃນປີ 2018 ຖືວ່າເປັນຄັ້ງປະຫວັດສາດ ທີ່ໄດ້ຮັບຜົນກະທົບຢ່າງຮຸນແຮງຈາກໄພນໍ້າຖ້ວມ ທັງສາເຫດມາຈາກທໍາມະຊາດ ແລະ ມະນຸດເປັນຜູ້ສ້າງຂື້ນເຮັດໃຫ້ປະຊາຊົນຕ້ອງເສຍຊີວິດເປັນຈໍານວນຫຼາຍ, ໂຄງລ່າງພື້ນຖານດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ ໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງ ຄິດເປັນມູນຄ່າຫຼາຍພັນຕື້ກີບ, ເຊິ່ງມີຄວາມຈຳເປັນຕ້ອງໄດ້ນໍາໃຊ້ງົບປະມານຫຼວງຫຼາຍເຂົ້າໃນການແກ້ໄຂ ທັງໄລຍະສຸກເສີນ ແລະ ຟື້ນຟູຄືນຫຼັງໄພພິບັດ.
ເຫດການຜ່ານພົ້ນພໍດີຄົບປີ, ມາ ໃນຊ່ວງໄລຍະເດືອນ ກໍລະກົດ ຫາ ຕົ້ນເດືອນກັນຍານີ້ ກໍໄດ້ເກີດໄພພິບັດຄັ້ງໃຫຍ່ຂື້ນອີກສາເຫດຈາກພາຍຸໃຕ້ຝຸ່ນ ເຂດຮ້ອນ ເຮັດໃຫ້ເກີດນໍ້າຖ້ວມເປັນວົງກວ້າງກວມເອົາ 6 ແຂວງພາກກາງ ແລະພາກໃຕ້ເຮັດໃຫ້ປະຊາຊົນຫຼາຍສິບພັນຄົນຂາດທີ່ຢູ່ອາໃສ ແລະ ຕ້ອງໄດ້ຍົກຍ້າຍໄປບ່ອນປອດໄພຊົ່ວຄາວ, ສ້າງຄວາມເສຍຫາຍຕໍ່ພື້ນທີ່ການຜະລິດກະສິກໍາ, ໂຄງລ່າງດ້ານເສັ້ນທາງ, ຂົວ, ໂຮງຮຽນ, ໂຮງໝໍ, ແຫຼ່ງນໍ້າກິນ ນໍ້າໃຊ້, ລະບົບສຸຂະອານາໄມ, ໄຟຟ້າ, ນໍ້າປະປາ ແລະ ອື່ນໆ ຄິດເປັນມູນຄ່າເສຍຫາຍຫຼາຍກວ່າ 1.300 ຕື້ກີບ. ແນ່ນອນວ່າ, ສປປ ລາວ ເປັນປະເທດພວມສູ້ຊົນໃຫ້ຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ, ມາຖືກຄຸກຄາມຈາກໄພພິບັດທໍາມະຊາດທີ່ເກີດຢ່າງຮຸນແຮງຊໍ້າແລ້ວຊໍ້າອີກ ຍິ່ງຈະເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມ ໃຫ້ປະຊາຊົນຫຼຸດຜົ້ນອອກຈາກຄວາມທຸກຍາກພົບກັບອຸປະສັກຢ່າງຫຼວງຫຼາຍ.


ທ່ານລັດຖະມົນຕີ ໃຫ້ຮູ້ວ່າ: ສປປ ລາວໄດ້ມີຄວາມຮັບຮູ້ສູງ ແລະ ໃຫ້ຄວາມສໍາຄັນທີ່ສຸດ ຕໍ່ວຽກງານຄຸ້ມຄອງໄພພິບັດ ໂດຍສະເພາະ ໄດ້ຊຸກຍູ້ໃຫ້ແຕ່ລະພາກສ່ວນ ຈັດຕັ້ງຜັນຂະຫຍາຍຍຸດທະສາດຫຼຸດຜ່ອນໄພພິບັດສາກົນ ແລະ ອາຊຽນ ເຂົ້າສູ່ແຜນງານ ແລະການປະຕິບັດຕົວຈິງ ເປັນຕົ້ນ:ໄດ້ເຊື່ອມເອົາວຽກງານຫຼຸດຜ່ອນຄວາມສ່ຽງໄພພິບັດ ເຂົ້າໃນແຜນງານ ແລະ ໂຄງການພັດທະນາເສດຖະກິດ-ສັງຄົມ ທັງຢູ່ລະດັບຊາດ ແລະ ທ້ອງຖິ່ນ, ເພີ່ມທະວີຄວາມເຂັ້ມແຂງໃຫ້ແກ່ລະບົບການພະຍາກອນ ແລະ ການເຕືອນໄພລ່ວງໜ້າ, ຍົກລະດັບຂີດຄວາມສາມາດໃຫ້ແກ່ກົນໄກການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດ ລົງຮອດຊຸມຊົນຂັ້ນບ້ານ, ເພີ່ມທະວີວຽກງານໂຄສະນາສຶກສາອົບຮົມ ແລະ ສ້າງຈິດສໍານຶກຊຸມຊົນໃຫ້ທົ່ວສັງຄົມ ໄດ້ຮັບຮູ້ເຖີງຄວາມສ່ຽງໄພພິບັດ ແລະ ປະກອບສ່ວນເຂົ້າໃນການກຽມພ້ອມຮັບມືກັບມັນໃຫ້ມີປະສິດທິຜົນ.