ຫລວງພະບາງກຽມສະເໜີວັດຊຽງທອງເຂົ້າຮັບລາງວັນການທ່ອງທ່ຽວຍືນຍົງຂອງອາຊຽນ


ວັນທີ 22 ຕຸລານີ້, ນະຄອນຫຼວງພະບາງ ໄດ້ຈັດກອງປະຊຸມກະກຽມສະເໜີ ວັດຊຽງທອງເຂົ້າຮັບລາງວັນການທ່ອງທ່ຽວແບບຍືນ ຍົງຂອງອາຊຽນ ໂດຍເປັນປະທານຮ່ວມຂອງ ທ່ານ ນາງ ສຸດາພອນ ຄົມທະວົງ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະທ່ອງທ່ຽວ ແຂວງ ແລະ ທ່ານ ນາງ ພອນມາລີ ອີນທະພູມ ຮອງຫົວໜ້າກົມພັດທະນາການ ທ່ອງທ່ຽວ ກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ.
ທ່ານ ນາງ ສຸດາພອນ ຄົມທະວົງ ມີຄຳເຫັນວ່າ: ການ ປະເມີນມາດຕະຖານລາງ ວັນການທ່ອງທ່ຽວແບບຍືນຍົງຄັ້ງນີ້ ເປັນວຽກງານ ສຳ ຄັນທີ່ທຸກພາກສ່ວນຈະຕ້ອງ ຮ່ວມກັນປະເມີນ ເພື່ອນຳສະ ເໜີລາຍຊື່ວັດຊຽງທອງເຂົ້າຮັບລາງວັນ ໃນປີ 2020 ທີ່ຈະ ມາເຖີງ, ເຊິ່ງຜ່ານມາ ຫຼວງ ພະບາງ ໄດ້ນຳສະເໜີແຫຼ່ງ ທ່ອງທ່ຽວພູສີ ເຂົ້າຮັບລາງວັນ ແລະ ໄດ້ຮັບຜົນສຳເລັດ ໃນປີຜ່ານມາ, ສຳລັບຄັ້ງນີ້ ທຸກພາກສ່ວນ ຈະຕ້ອງພ້ອມ ກັນຄົ້ນຄວ້າຮ່ວມກັນໃຫ້ລະອຽດກ່ຽວກັບມາດຖານ ເງື່ອນໄຂ ເພື່ອເຮັດໃຫ້ວັດ ຊຽງທອງໄດ້ຮັບລາງວັນ ການທ່ອງທ່ຽວດັ່ງກ່າວ ເປັນແຫ່ງ ທີ 2 ຂອງແຂວງ ຫລວງ ພະບາງ ທັດຈາກແຫຼ່ງ ທ່ອງທ່ຽວ ພູສີ.
ກອງປະຊຸມ ໄດ້ຮັບຟັງ ການສະເໜີມາດຖານລວມ ຂອງລາງວັນການທ່ອງ ທ່ຽວແບບຍືນຍົງ ແລະ ມາດຖານເງື່ອນໄຂສະເພາະຂອງ ຜູ້ມີສ່ວນຮ່ວມນັບທັງພາກລັດ ແລະ ຜູ້ປະກອບການ ທຸລະກິດ./.

