ຣັດເຊຍຈະຕອບໂຕ້ອາເມລິກາກໍລະນີຂວ້ຳບາດໂຄງການທໍ່ສົ່ງແກັສ


ລັດຖະບານຣັດເຊຍປະກາດຈະຕອບໂຕ້ອາເມລິກາ ກໍລະນີອາເມລິກາຂວ້ຳບາດໂຄງການທໍ່ສົ່ງແກັສ ຣັດເຊຍ-ເຢຍລະມັນ ຫລັງປະທານາທິບໍດີອາເມລິກາ ລົງນາມກົດໝາຍອະນຸຍາດໃຫ້ຂວ້ຳບາດບຸກຄົນ ແລະ ບໍລິສັດທີ່ກ່ຽວຂ້ອງ.
ລັດຖະບານຣັດເຊຍປະກາດຈະຕອບໂຕ້ອາເມລິກາ ກໍລະນີອາເມລິກາຂວ້ຳບາດໂຄງການທໍ່ສົ່ງແກັສ ຣັດເຊຍ-ເຢຍລະມັນ ເຊິ່ງຣັດເຊຍລະບຸວ່າ: ເປັນເລື່ອງທີ່ບໍ່ສາມາດຍອມຮັບໄດ້ ຫລັງຈາກອາທິດຜ່ານມາ ປະທານາທິບໍດີ ໂດນັລ ທຣຳ ລົງນາມໃນກົດໝາຍອະນຸຍາດໃຫ້ມີການຂວ້ຳບາດບຸກຄົນ ແລະ ບໍລິສັດຕ່າງໆທີ່ກ່ຽວຂ້ອງກັບໂຄງການທໍ່ສົ່ງແກັສນີ້. ຜ່ານມາ ອາເມລິກາ ແລະ ປະເທດໃນເອີຣົບຕາເວັນອອກຫລາຍປະເທດ ພະຍາຍາມຄັດຄ້ານໂຄງການທໍ່ສົ່ງແກັສຈາກຣັດເຊຍ ຜ່ານໃຕ້ທະເລບອລຕິກໄປເຢຍລະມັນໂດຍກົງໄລຍະທາງຍາວ 1.200 ກິໂລແມັດ ໂດຍບໍ່ຕ້ອງຜ່ານທໍ່ສົ່ງຂອງອູແກຣນ ເຊິ່ງອາເມລິກາເບິ່ງວ່າຈະເຮັດໃຫ້ເອີຣົບຕ້ອງອາໄສພະລັງງານຈາກຣັດເຊຍຫລາຍເກີນໄປ.