ຫວຽດນາມມີນະໂຍບາຍຕໍ່ຫົວໜ່ວຍທຸລະກິດ ແລະ ຊາວຜູ້ອອກແຮງງານໃນທ່າມກາງວິກິດການຂອງພະຍາດລະບາດໂຄວິດ-19 ແນວໃດ?


ໂດຍລູກເມືອງພວນ
ທຸລະກິດປະເພດໃດຈຶ່ງໄດ້ກູ້ຢືມເງິນບໍ່ມີດອກເບ້ຍ ເພື່ອເປັນເງິນເດືອນໃຫ້ພະນັກງານ?
ຫົວໜ່ວຍທຸລະກິດທີ່ຈະໄດ້ກູ້ຢືມເງິນໂດຍບໍ່ມີດອກເບ້ຍ ເພື່ອເປັນເງິນເດືອນໃຫ້ພະນັກງານ, ແມ່ນຫົວໜ່ວຍທຸລະກິດທີ່ມີພະນັກງານແຕ່ 100 ຄົນຂຶ້ນເມືອ, ໃນນັ້ນ ຢ່າງໜ້ອຍມີ 30% ຂອງພະນັກງານ ທີ່ຕ້ອງພັກວຽກເປັນປະຈຳ ແລະ ບວກເຂົ້າກັນທັງໝົດໄດ້ໜຶ່ງເດືອນຂຶ້ນເມືອ. ທະນາຄານນະໂຍບາຍສັງຄົມ ຈະໃຫ້ກູ້ຢືມບົນພື້ນຖານການຢັ້ງຢືນຈາກອົງການປະກັນສັງຄົມທ້ອງຖິ່ນ. ໂດຍນະໂຍບາຍດັ່ງກ່າວ, ຂະແໜງການແຮງງານຄາດວ່າຈະຊ່ວຍອຸດໜູນໃຫ້ 3 ລ້ານຄົນພາຍໃນ 3 ເດືອນ.
ຫົວໜ່ວຍທຸລະກິດໃດຫາກຖືກລົ້ມລະລາຍດ້ວຍພະຍາດ ໂຄວິດ-19 ກໍຈະໄດ້ກູ້ຢືມເຊັ່ນດຽວກັນ ເພື່ອເປັນເງິນເດືອນໃຫ້ພະນັກງານ. ເງິນທີ່ກູ້ຢືມຈາກທ້ອງຖິ່ນ ເພື່ອເປັນເງິນເດືອນໃຫ້ພະນັກງານນັ້ນ, ຈະໄດ້ສົ່ງຄືນໃຫ້ລັດຖະບານ ໂດຍຜ່ານການໄລ່ລຽງຊັບສິນຂອງຫົວໜ່ວຍທຸລະກິດ. ຄາດວ່າກ້ອນເງິນທີ່ຈະໃຫ້ແກ່ໂຄງການດັ່ງກ່າວແມ່ນປະມານ 236-1.000 ຕື້ດົງ.
ຫົວໜ່ວຍທຸລະກິດໃດຫາກມີຄວາມຫຍຸ້ງຍາກຍ້ອນພະຍາດໂຄວິດ ແລະ ໃຫ້ພະນັກງານພັກວຽກ ຈະໃຫ້ກູ້ຢືມບໍ່ມີດອກເບ້ຍຈົນໝົດປີ 2020. ເງື່ອນໄຂທີ່ຫົວໜ່ວຍທຸລະກິດທີ່ຈະຕ້ອງກູ້ຢືມໄດ້ໂດຍບໍ່ມີດອກເບ້ຍ ເພື່ອຊົດເຊີຍໃຫ້ພະນັກງານພັກວຽກ, ຫົວໜ່ວຍທຸລະກິດນັ້ນໆຕ້ອງມີພະນັກງານແຕ່ 50 ຄົນຂຶ້ນເມືອ ແລະ ມີຢ່າງໜ້ອຍ 10% ພັກວຽກ ຫຼື ກໍລະນີທາງຫົວໜ່ວຍທຸລະກິດຫາກມີຄວາມພະຍາຍາມສຸດຂີດແລ້ວ ແຕ່ບໍ່ມີເງິນສຳລະໃຫ້ພະນັກງານ.
ນອກຈາກມີນະໂຍບາຍຕໍ່ຫົວໜ່ວຍທຸລະກິດແລ້ວ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກໍຍັງມີທິດທາງນະໂຍບາຍຕໍ່ຜູ້ທີ່ຕົກງານທີ່ເຮັດວຽກຢູ່ໃນຂະແໜງການທ່ອງທ່ຽວ, ການບໍລິການໂຮງແຮມ, ຮ້ານກິນ-ດື່ມ ຈະໃຫ້ກູ້ຢືມພາຍໃນ 6 ເດືອນ ເພື່ອແກ້ໄຂຄວາມຫຍຸ້ງຍາກໃນເບື້ອງຕົ້ນ.
ອັດຕາການກູ້ຢືມແມ່ນ 3,71 ລ້ານດົງ/ຄົນ/ເດືອນ, ດ້ວຍດອກເບ້ຍ 0%. ກະຊວງແຮງງານຈະມີນະໂຍບາຍອູດໜູນໃຫ້ແຮງງານຕະຫຼອດ 6 ເດືອນ, ຄິດເປັນເງິນປະມານ 11.000 ຕື້ດົ່ງຕື່ມອີກ.