ຊີວິດຂອງປະຊາຊົນພາຍຫຼັງຜ່ອນຜັນບາງມາດຕະການໂຄວິດ-19

ໂດຍ: ລູກເມືອງພວນ
ພາຍຫຼັງລັດຖະບານຜ່ອນຜັນບາງມາດຕະການໂຄວິດ-19 ໃຫ້ກັບຄືນມາເຄື່ອນໄຫວດຳລົງຊີວິດຕາມປົກກະຕິ ແຕ່ບໍ່ທັນ 100%, ໝາຍຄວາມວ່າຍັງມີອັນລະມັດລະວັງຢູ່.ເຖິງແມ່ນວ່າຈະກັບຄືນມາດຳລົງຊີວິດຕາມປົກກະຕິກໍຕາມ ແຕ່ກໍມີອັນໃໝ່ຕາມາ, ຊຶ່ງພາສາອັງກິດເອີ້ນວ່າ: New normall. ຍົກຕົວຢ່າງວ່າ: ແຕ່ກ່ອນເຮົານັ່ງຮຽນຕິດກັນ, ແຕ່ມາດຽວນີ້ກໍນັ່ງຮຽນຄືເກົ່າ ແຕ່ນັ່ງຫ່າງກັນອອກໄປ, ແຕ່ກ່ອນເຮົາເຂົ້າຮ້ານອາຫານນັ່ງກິນຕິດກັນ ແຕ່ມາບັດນີ້ ນັ່ງຫ່າງກັນອອກໄປ. ການເຄື່ອນໄຫວດຳລົງຊີວິດປົກກະຕິ ແຕ່ກ່ອນບໍ່ໄດ້ໃສ່ຜ້າອັດປາກ-ດັງ ແລະ ຢູ່ໃກ້ສິດກັນກໍໄດ້ ແຕ່ມາບັດນີ້ ຕ້ອງໄດ້ໃສ່ຜ້າອັດປາກ-ດັງ ແລະ ຢູ່ຫ່າງໄກກັນ, ແຕ່ກ່ອນບໍ່ເຄີຍລ້າງມືເປັນປະຈຳ ແຕ່ມາບັດນີ້ ຕ້ອງລ້າງມືເປັນປະຈຳ…
ເຖິງຢ່າງໃດກໍດີ, ການທີ່ມີຊີວິດແບບ ນິວນໍມໍ( newnormall) ແມ່ນມາດຕະການທີ່ຈຳເປັນພື້ນຖານເພື່ອສະກັດກັ້ນບໍ່ໃຫ້ຕິດເຊື້ອຈາກຄົນອື່ນ ຫຼື ຜູ້ຕິດເຊື້ອແລ້ວບໍ່ໃຫ້ແຜ່ເຊື້ອອອກໄປ. ຕາບໃດໂຄວິດ-19 ຫາກບໍ່ຫາຍໄປຈາກປະເທດລາວ ແມ່ນຕາບນັ້ນພວກເຮົາຍັງຈະຕ້ອງໄດ້ປະຕິບັດມາດຕະການເຫຼົ່ານັ້ນເປັນປະຈຳ ເພື່ອໃຫ້ມີຄວາມປອດໄພ. ການດຳລົງຊີວິດແບບນີ້ ເພິ່ນເອີ້ນວ່າ ການດຳລົງຊີວິດປົກກະຕິແບບໃໝ່(new normall).
ມີຫຼາຍປະເທດໃນຕາເວັນຕົກ, ໂດຍສະເພາະແມ່ນສະຫະລັດອາເມລິກາ ບໍ່ຢຶດຖື ແລະ ບໍ່ປະຕິບັດມາດຕະການການເຄື່ອນໄຫວດຳລົງຊີວິດແບບ ນິວນໍມໍ(ປົກກະຕິແບບໃໝ່) ຈຶ່ງເຮັດໃຫ້ມີຜູ້ຕິດເຊື້ອເປັນອັນດັບໜຶ່ງຂອງໂລກ, ເປັນສູນກາງການລະບາດໃຫ່ຍອັນດັບໜຶ່ງຂອງໂລກ.
ພວກເຮົາມີຄວາມເອກອ້າງທະນົງໃຈຕໍ່ການຊີ້ນຳນຳພາອັນທັນການ ແລະ ຖືກທິດຂອງລັດຖະບານລາວ ແລະ ຄວາມຕື່ນຕົວເປັນເຈົ້າການຂອງປະຊາຊົນໃນການຈັດຕັ້ງປະຕິບັດມາດຕະການຕ້ານໂຄວິດ-19 ໄດ້ດີ ຈຶ່ງເຮັດໃຫ້ຜູ້ຕິດເຊື້ອໃນລາວຢຸດຈຶ້ງຢູ່ທີ່ຕົວເລກ 19 ແລະ ຜູ້ທີ່ຕິດເຊື້ອກໍໄດ້ຮັບການປິ່ນປົວຫາຍດີ ແລະ ອອກໂຮງໝໍເກືອບໝົດແລ້ວ, ປັດຈຸບັນຍັງພຽງ 3 ຄົນເທົ່ານັ້ນ. ໃນຈຳນວນ 3 ຄົນນີ້ ກໍມີອາການດີຂຶ້ນຕາມລຳດັບ ແລະ ຄິດວ່າອີກບໍ່ດົນກໍຈະໄດ້ອອກໂຮງໝໍທັງໝົດ.
ເຖິງຢ່າງໃດກໍຕາມ, ໃນເມື່ອພະຍາດໂຄວິດ-19 ບໍ່ທັນໝົດໄປຈາກປະເທດລາວ, ພວກເຮົາທຸກຄົນຈົ່ງຕື່ນຕົວ ເປັນເຈົ້າການ, ມີສະຕິລະວັງຕົວບໍ່ປະໝາດ, ຖ້າຂາດສະຕິ ເຮົາອາດຕິດເຊື້ອ ແລະ ປະເທດລາວອາດກັບຄືນມາລະບາດເປັນຄັ້ງທີ່ສອງ.
ອີງຕາມຄຳເຫັນຂອງບັນດາຖັນແຖວຜູ້ຊ່ຽວຊານການແພດໃຫ້ຮູ້ວ່າ ເຊື້ອໂຄວິດ-19 ມັນໄດ້ປ່ຽນຮູບຮ່າງ ຫຼື ກາຍພັນໄປຫຼາຍແລ້ວ. ເຊື້ອໄວຣັດໂຄວິດ-19 ທີ່ລະບາດຢູ່ແຕ່ລະປະເທດ ແຕ່ລະຂົງເຂດບໍ່ຄືກັນ ເພາະມັນປ່ຽນຮູບຢູ່ຕະຫຼອດເວລາ ເຊັ່ນ: ຕິດເຊື້ອບໍ່ສະແດງອາການ, ການຝັກຕົວອາດຈະບໍ່ແມ່ນ 14 ວັນອີກ, ມັນອາດຈະກາຍເປັນ 21 ວັນ ຫຼື 40 ປາຍວັນຂຶ້ນເມືອ ຈຶ່ງສະແດງອາການ. ດັ່ງນັ້ນ, ຢູ່ບາງປະເທດການກັກຕົວ 14 ວັນແມ່ນບໍ່ທັນເປັນຜົນ, ຈຶ່ງເກີດມີກໍລະນີ ປົວດີແລ້ວກັບຄືນມາເປັນໃໝ່.
ເມື່ອເປັນເຊັ່ນນັ້ນ ຈຶ່ງຮຽກຮ້ອງໃຫ້ທຸກຄົນມີສະຕິລະວັງຕົນ, ເປັນເຈົ້າການປະຕິບັດຕາມຄຳແນະນຳຂອງລັດຖະບານກໍຄືຄະນະສະເພາະກີດຕ້ານ ແລະ ແກ້ໄຂພະຍາດໂຄວິດ ໃຫ້ເຂັ້ມງວດ, ເພື່ອຄວາມປອດໄພ ແລະ ໃຫ້ໄດ້ກັບມາໃຊ້ຊີວິດເປັນປົກກະຕິເໝືອນເດີມ, ໝາຍຄວາມວ່າ ໄປໃສມາໃສກໍບໍ່ໄດ້ໃສ່ຜ້າອັດປາກ-ດັງ, ບໍ່ໄດ້ລະມັດລະວັງຢູ່ຫ່າງໄກ, ໄປໃສມາໃສບໍ່ໄດ້ເອົານໍ້າຢາລ້າງມື ຫຼື ເຈວລ້າງມືຕິດຖົງໄປນຳ. ແຕ່ການລ້າງມືເລື້ອຍໆດ້ວຍເຈວລ້າງມື ອາດຈະໃຊ້ໄດ້ຕະຫຼອດໄປ ເພາະມັນບໍ່ສະເພາະແຕ່ປ້ອງກັບພະຍາດໂຄວິດ-19 ເທົ່ານັ້ນ ແຕ່ຫາກຍັງສາມາດຕ້ານພະຍາດອື່ນໆໄດ້ເປັນຢ່າງດີອີກດ້ວຍ.