ໂຮງຮຽນຫຼາຍແຫ່ງຢູ່ແຂວງສາລະວັນ ຍັງຂາດແຄນຜ້າອັດປາກ-ດັງ


ພະແນກສຶກສາທິການແລະກິລາ ແຂວງສາລະວັນ ແຈ້ງໃຫ້ຮູ້ວ່າ: ທຸກໆໂຮງຮຽນພາຍໃນແຂວງສາລະວັນແມ່ນໄດ້ປະຕິບັດໃນການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດຕາມການແຈ້ງການຂອງ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງເຊື້ອພະຍາດໂຄວິດ-19 ວາງອອກ ແຕ່ສິ່ງທີ່ຂາດແຄນແມ່ນຜ້າອັດປາກ-ດັງ.
ທ່ານ ສີລິສັກ ຖະໜອມ ຮັກຫົວໜາ້ພະແນກສຶກສາທິການ ແລະ ກິລາ ແຂວງສາລະວັນ ໃຫ້ຮູ້ວ່າ: ພາຍຫຼັງໄດ້ມີແຈ້ງການກ່ຽວກັບການເປີດການຮຽນ-ການສອນຄືນໃໝ່ ເລີ້ມວັນທີ 2 ມິຖຸນາ 2020 ເປັນຕົ້ນໄປ, ທາງຄະນະສະເພາະກິດໄດ້ຈັດກອງປະຊຸມເພື່ອຊີນໍາຜູ້ບໍລິຫານໂຮງຮຽນທຸກລະດັບເພຶ່ອກຽມພ້ອມໃນການເປີດການຮຽນ- ການສອນ ຄືນໃໝ່ ລວມທັງເຜີຍແຜ່ລະບຽບການຕ່າງໆຂອງກະຊວງສຶກສາທິການ ແລະ ກິລາ ກໍ່ຄືຂັ້ນເທິງວາງອອກພາຍຫຼັງທີ່ໄດ້ຢຸດການຮຽນ-ການສອນມາຕັ້ງແຕ່ກາງເດືອນມີນາ ເປັນຕົ້ນມາຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19.
ທ່ານ ສີລິສັກ ກ່າວຕື່ມວ່າ: ພະແນກສຶກສາທິການ ແລະ ກິລາ ກໍ່ໄດ້ແນະນຳຜູ້ອຳນວຍການໂຮງຮຽນໃນທຸກຊັ້ນຮຽນລວມທັງວິທະຍາໄລໃນແຂວງສາລະວັນເພື່ອໃຫ້ຄວາມຮູ້ແກ່ນັກຮຽນຂອງຕົນກຽ່ວກັບວິທີປ້ອງກັນພະຍາດໂຄວິດ-19 ໂດຍສະເພາະແມ່ນການແຕ່ລະໂຮງຮຽນໃຫ້ປະຕິບັດຕາມມາດຕະການປ້ອງກັນຕ່າງໆ ທີ່ທາງຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ ເປັນຕົ້ນແມ່ນຈັດບ່ອນນັ່ງໃຫ້ນັກຮຽນທີ່ມີໄລຍະຫ່າງຢ່າງໜ້ອຍ 1 ແມັດ, ລ້າງມືດ້ວຍເຈວ ຫຼື ເຫຼົ້າເກົ້າສີບ, ມີຜ້າອັດປາກ-ດັງ ລວມທັງເຮັດຄວາມສະອາດຫ້ອງຮຽນ, ພົ່ນຢາຂ້າເຊື້ອຢູ່ໃນຫ້ອງຮຽນ ແລະ ອອ້ມສະຖານທີ່ຂອງໂຮງຮຽນເພື່ອຫຼຸດຜ່ອນຄວາມສ່ຽງຕໍ່ການຕິດເຊື້ອພະຍາດດັ່ງກ່າວ.