ເມືອງລະຄອນເພັງ ສືບຕໍ່ ຕິດຕາມແຮງງານລາວ ມາຈາກປະເທດ ທີ່ມີຄວາມສ່ຽງ ຕິດເຊື້ອໂຄວິດ-19

ເມືອງລະຄອນເພັງ ສືບຕໍ່ ຕິດຕາມແຮງງານລາວ ມາຈາກປະເທດ ທີ່ມີຄວາມສ່ຽງ ຕິດເຊື້ອໂຄວິດ-19 - 25 2 - ເມືອງລະຄອນເພັງ ສືບຕໍ່ ຕິດຕາມແຮງງານລາວ ມາຈາກປະເທດ ທີ່ມີຄວາມສ່ຽງ ຕິດເຊື້ອໂຄວິດ-19
ເມືອງລະຄອນເພັງ ສືບຕໍ່ ຕິດຕາມແຮງງານລາວ ມາຈາກປະເທດ ທີ່ມີຄວາມສ່ຽງ ຕິດເຊື້ອໂຄວິດ-19 - kitchen vibe - ເມືອງລະຄອນເພັງ ສືບຕໍ່ ຕິດຕາມແຮງງານລາວ ມາຈາກປະເທດ ທີ່ມີຄວາມສ່ຽງ ຕິດເຊື້ອໂຄວິດ-19

ນັບແຕ່ລັດຖະບານ ໄດ້ສັ່ງປິດບັນດາດ່ານທ້ອງຖິ່ນ ແລະ ດ່ານປະເພນີ ໃນຂອບເຂດທົ່ວປະເທດ ເພື່ອສະກັດກັ້ນ ການລະບາດຂອງພະຍາດໂຄວິດ-19, ເມືອງລະຄອນເພັງ ແຂວງສາລະວັນ, ກໍເປັນທ້ອງຖິ່ນຫນຶ່ງທີ່ຈະຕ້ອງໄດ້ເອົາໃຈໃສ່ໃນການປ້ອງກັນ ແລະ ສະກັດກັ້ນພະຍາດດັ່ງກ່າວ, ເພາະມີດ່ານທ້ອງຖິ່ນປາກຕາພານ ທີ່ມີແຮງງານລາວ ທີ່ເດີນທາງກັບມາຈາກປະເທດ ທີ່ມີຄວາມສ່ຽງຕິດເຊື້ອໂຄວິດ-19 ມາຜ່ານ.

ຮອງຫົວໜ້າດ່ານທ້ອງຖິ່ນປາກຕາພານ ລາຍງານໃຫ້ຮູ້ໃນວັນທີ 11 ມິຖຸນາ ນີ້ວ່າ: ເຖິງວ່າມາຮອດປັດຈຸບັນ ສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ປະເທດເຮົາໄດ້ຜ່ອນຄາຍລົງ ແລະ ສາມາດປິ່ນປົວຜູ້ຕິດເຊື້ອ 19 ຄົນ ດັ່ງກ່າວຫາຍດີແລ້ວກໍ່ຕາມ, ແຕ່ເຈົ້າໜ້າທີ່ ປະຈໍາດ່ານຕ່າງໆກໍຍັງໄດ້ເອົາໃຈໃສ່ປ້ອງກັນດັ່ງດ່ານຜ່ານແດນປາກຕາພານ, ກໍບໍ່ໄດ້ລົດລະ ໃນການເອົາໃຈໃສ່ຕິດຕາມແຮງງານລາວ ທີ່ເດີນທາງກັບມາຈາກປະເທດທີ່ມີຄວາມສ່ຽງ ແລະ ເລັ່ງສະກັດກັ້ນ ແຮງງານລາວ ທີ່ລັກລອບກັບເຂົ້າມາປະເທດ ແບບບໍ່ຖືກກົດໝາຍ, ໂດຍໄດ້ແຕ່ງຕັ້ງເຈົ້າໜ້າທີ່ອອກເຄື່ອນໄຫວລາດຕະເວນ ຕາມເຂດຊາຍແດນທາງບົກ, ທາງນ້ຳ ຢ່າງເປັນປະຈຳ, ເຊິ່ງຜ່ານມາກໍມີແຮງງານລາວລັກລອບຂ້າມມາ ທັງໝົດ ຫລາຍກ່ວາ 180 ຄົນແລ້ວ, ໃນນັ້ນມີຍິງ 94 ຄົນ ແລະ ເຈົ້າຫນ້າທີ່ກໍໄດ້ນໍາມາກັກກັນຢູ່ຈຸດແຍກປ່ຽວແລ້ວ. ແຕ່ເຖິງແນວໃດແຂວງກໍຈະສືບຕໍ່ຕິດຕາມ, ກວດກາແຮງງານລາວ ທີ່ເດີນທາງມາຈາກປະເທດທີ່ມີຄວາມສ່ຽງ ຢ່າງເຄັ່ງຄັດ, ພ້ອມຈະແນະນຳ, ໂຄສະນາເຜີຍແຜ່, ໃຫ້ແຮງງານລາວ ກັບມາປະເທດຖືກຕ້ອງຕາມກົດໝາຍ ແລະ ປະຕິບັດຕາມຄຳສັ່ງຄຳແແນະນຳ ຂອງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ.

ເມືອງລະຄອນເພັງ ສືບຕໍ່ ຕິດຕາມແຮງງານລາວ ມາຈາກປະເທດ ທີ່ມີຄວາມສ່ຽງ ຕິດເຊື້ອໂຄວິດ-19 - Visit Laos Visit SALANA BOUTIQUE HOTEL - ເມືອງລະຄອນເພັງ ສືບຕໍ່ ຕິດຕາມແຮງງານລາວ ມາຈາກປະເທດ ທີ່ມີຄວາມສ່ຽງ ຕິດເຊື້ອໂຄວິດ-19

ປັດຈຸບັນເມືອງລະຄອນເພັງ ມີແຮງງານໄປເຮັດວຽກຢູ່ປະເທດໄທ ຫລາຍກວ່າ 5.700 ຄົນ, ຍິງ 3.300 ຄົນ, ເລີ່ມແຕ່ກາງເດືອນມັງກອນເປັນຕົ້ນມາ ແຮງງານດັ່ງກ່າວ, ໄດ້ເດີນທາງກັບມາທ້ອງຖິ່ນຂອງຕົນແລ້ວ 2.600 ກວ່າຄົນ, ຍິງ 1.341 ຄົນ ແລະ ໄດ້ຮັບການກັກກັນ 14 ວັນແລ້ວຕາມຫລັກການການແພດຢ່າງເຂັ້ມງວດ.

ເມືອງລະຄອນເພັງ ສືບຕໍ່ ຕິດຕາມແຮງງານລາວ ມາຈາກປະເທດ ທີ່ມີຄວາມສ່ຽງ ຕິດເຊື້ອໂຄວິດ-19 - 3 - ເມືອງລະຄອນເພັງ ສືບຕໍ່ ຕິດຕາມແຮງງານລາວ ມາຈາກປະເທດ ທີ່ມີຄວາມສ່ຽງ ຕິດເຊື້ອໂຄວິດ-19
  • 1097 Posts
  • 0 Comments
iLike/LPN/20
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!