ຜູ້ປະສົບໄພນ້ຳຖ້ວມໃນເມືອງບໍລິຄັນຂາດເຂີນນ້ຳດື່ມ ແລະ ອາຫານເປັນການເລັ່ງດ່ວນ

ພາຍຫລັງເກີດມີນ້ຳຖ້ວມເມືອງບໍລິຄັນ ແຂວງບໍລິຄຳໄຊ ເມື່ອ 3-4 ມື້ຜ່ານມານີ້ ເນື່ອງຈາກຝົນຕົກໜັກຕິດຕໍ່ກັນຫລາຍວັນ ໄດ້ເຮັດໃຫ້ສາຍນ້ຳຊັນ, ນ້ຳລາດ, ນ້ຳໝາງ, ນ້ຳປາງ ແລະ ສາຍນ້ຳອື່ນໆ ຍຶ່ງສູງຂຶ້ນໄຫລຖ້ວມບາງບ້ານຂອງເມືອງບໍລິຄັນທີ່ຢູ່ບ່ອນຕໍ່າ ເຮັດໃຫ້ບ້ານເຮືອນສ່ວນໜຶ່ງຢູ່ລຽບຝັ່ງແມ່ນ້ຳດັ່ງກ່າວ ຄືບ້ານວັດທາດ, ນາແຫນ, ຫາດດອນຄູນ, ຫາດໂພ, ໂພນຂາມ, ທົ່ງພັນຄຳ, ກົກໂພ, ໂພນມຸງຄູນ ແລະ ບ້ານອື່ນໆ ລວມມີ 522 ຄອບຄົວ ໄດ້ຮັບຜົນກະທົບຮ້າຍແຮງ, ລະບົບໄຟຟ້າ, ນ້ຳປະປາຖືກຕັດຂາດ ແລະ ພື້ນຖານໂຄງລ່າງດ້ານສາທາລະນະ, ໄຮ່ນາຮົ້ວສວນ ແລະ ສັດລ້ຽງຈຳນວນໜຶ່ງເສຍຫາຍ ເຊິ່ງໃນເບື້ອງຕົ້ນ ອຳນາດການປົກຄອງທ້ອງຖິ່ນໃຫ້ຮູ້ວ່າ: ມີໄຮ່ນາ 80 ເຮັກຕາ, ສວນມັນຕົ້ນ 7,2 ເຮັກຕາ, ສັດລ້ຽງງົວ-ຄວາຍ, ໝູ, ແບ້, ສັດປີກໄດ້ຮັບຄວາມເສຍຫາຍເປັນຈຳນວນຫລາຍ ແລະ ມີໜອງປາ 15 ໜອງທີ່ປ່ອຍປາແລ້ວເສຍຫາຍໝົດກ້ຽງ, ຮ້າຍແຮງໄປກວ່ານັ້ນ ຍັງສົ່ງຜົນໃຫ້ປະຊາຊົນຜູ້ປະສົບໄພຂາດອາຫານ ແລະ ນ້ຳດື່ມເປັນການຮີບດ່ວນ.
ສຳລັບຈຸດທີ່ມີຄວາມສ່ຽງແມ່ນທາງຄະນະຮັບຜິດຊອບໄດ້ລົງສົມທົບກັບອຳນາດການປົກຄອງບ້ານເຄື່ອນຍ້າຍຂຶ້ນສູ່ຈຸດປອດໄພທີ່ທາງຄະນະຮັບຜິດຊອບໄດ້ກຳນົດໄວ້ ແລະ ປັດຈຸບັນ ທາງອຳນາດການປົກຄອງທຸກຂັ້ນໄດ້ມີຄວາມພະຍາຍາມນຳເອົາເຄື່ອງຊ່ວຍເຫລືອອັນຈຳເປັນເຊັ່ນ: ນ້ຳດື່ມ, ອາຫານສຳເລັດຮູບ ແລະ ເຄື່ອງໃຊ້ອື່ນໆ ລົງຊ່ວຍເຫລືອປະຊາຊົນທີ່ຖືກນ້ຳຖ້ວມເປັນການສຸກເສີນເບື້ອງຕົ້ນແລ້ວ.