ອອກເງິນຊື້ເຮືອນໃຫ້ພໍ່ແມ່ 300 ລ້ານກີິບ ແຕ່ຖືກບັງຄັບໃຫ້ອອກຊື່ຂອງນ້ອງຊາຍ

ອອກເງິນຊື້ເຮືອນໃຫ້ພໍ່ແມ່ 300 ລ້ານກີິບ ແຕ່ຖືກບັງຄັບໃຫ້ອອກຊື່ຂອງນ້ອງຊາຍ - Time fo an Adventure 2020 08 27T114751 - ອອກເງິນຊື້ເຮືອນໃຫ້ພໍ່ແມ່ 300 ລ້ານກີິບ ແຕ່ຖືກບັງຄັບໃຫ້ອອກຊື່ຂອງນ້ອງຊາຍ
ອອກເງິນຊື້ເຮືອນໃຫ້ພໍ່ແມ່ 300 ລ້ານກີິບ ແຕ່ຖືກບັງຄັບໃຫ້ອອກຊື່ຂອງນ້ອງຊາຍ - kitchen vibe - ອອກເງິນຊື້ເຮືອນໃຫ້ພໍ່ແມ່ 300 ລ້ານກີິບ ແຕ່ຖືກບັງຄັບໃຫ້ອອກຊື່ຂອງນ້ອງຊາຍ

ເລື່ອງເລົ່າ ຈາກປະເທດຫວຽດນາມ

ຜູ້ຊາຍຄົນໜຶ່ງເລົ່າເລື່ອງລາວຄອບຄົວຂອງຕົນສູ່ຟັງດັ່ງນີ້: ເລື່ອງລາວມີຢູ່ວ່າ: ພໍ່ແມ່ຂ້ອຍມີລູກ 3 ຄົນ, ຂ້ອຍເປັນລູກກົກ, ທັດຈາກຂ້ອຍຍັງມີນ້ອງຊາຍ ແລະ ນ້ອງສາວອີກ 1 ຄົນ. ປັດຈຸບັນພວກນ້ອງໆ ຂອງຂ້ອຍໄດ້ແຕ່ງງານມີຄອບມີຄົວໝົດທຸກຄົນແລ້ວ, ຍັງແຕ່ຂ້ອຍຄົນດຽວບໍ່ທັນມີຄອບຄົວເປັນຂອງຕົນເອງ ຈຶ່ງໄດ້ຢູ່ເຮືອນນຳພໍ່ ແລະ ແມ່.

ອອກເງິນຊື້ເຮືອນໃຫ້ພໍ່ແມ່ 300 ລ້ານກີິບ ແຕ່ຖືກບັງຄັບໃຫ້ອອກຊື່ຂອງນ້ອງຊາຍ - Visit Laos Visit SALANA BOUTIQUE HOTEL - ອອກເງິນຊື້ເຮືອນໃຫ້ພໍ່ແມ່ 300 ລ້ານກີິບ ແຕ່ຖືກບັງຄັບໃຫ້ອອກຊື່ຂອງນ້ອງຊາຍ

ແຕ່ເວລາຍັງນ້ອຍ, ອັນເນື່ອງຈາກວ່າຕົນເອງເປັນອ້າຍກົກຈຶ່ງຕ້ອງໄດ້ທົນທຸກ ແລະ ຍອມເສຍສະຫຼະທຸກຢ່າງເພື່ອພໍ່ແມ່ ແລະ ນ້ອງໆ, ເພາະພໍ່ເປັນຊາວນາ, ສ່ວນແມ່ເຈັບເປັນລົ້ມປ່ວຍເຮັດວຽກໜັກການໜາບໍ່ໄດ້. ວຽກໄຮ່ການນາແມ່ນຂຶ້ນຢູ່ກັບບ່າຂອງພໍ່ຄົນດຽວ. ເມື່ອພວກຂ້ອຍໃຫ່ຍຂື້ນມາແດ່, ພໍ່ກັບແມ່ກໍໄດ້ເບົາບາງມືລົງເພາະມີຜູ້ຊ່ວຍວຽກ.

ເພື່ອແບກຫາບວຽກຄອບຄົວ, ຈຳເປັນຂ້ອຍຈຳຕ້ອງໄດ້ປະລະການຮຽນກາງຄັນມັດທະຍົມຕົ້ນບໍ່ຈົບ, ເພື່ອອອກມາລ້ຽງພໍ່ແມ່ ແລະ ນ້ອງ 2 ຄົນ ໃຫ້ໄດ້ຮໍ່າຮຽນ.

ຫຼັງຈາກນັ້ນ, ນ້ອງທັງສອງຄົນກໍຕາມກັນເຂົ້າມະຫາວິທະຍາໄລ. ອັນເນື່ອງຈາກວ່າ ພວກນ້ອງອີດູຕົນພໍ່ແມ່ ແລະ ອ້າຍ, ພວກນ້ອງຈຶ່ງຕັ້ງໃຈຮໍ່າຮຽນຈົນໄດ້ເບ້ຍລ້ຽງຈາກລັດຖະບານທຸກໆປີ ກໍຍັງໄຄແດ່ຊ່ວຍແບ່ງເບົາໃຫ້ພໍ່ແມ່ ແລະ ຂ້ອຍ. ຍາມຫວ່າງວຽກໄຮ່ນາຕາກ້າ ຂ້ອຍ ແລະ ພໍ່ກໍພ້ອມກັນໄປຫາເງິນເພື່ອຊ່ວຍແບ່ງເບົາຄ່າໃຊ້ຈ່າຍທີ່ພັກພາອາໄສ, ການກິນຢູ່ຂອງພວກນ້ອງທີ່ດຳລົງຊີວິດຢູ່ໃນຕົວເມືອງໃຫ່ຍ. ຈົນພວກນ້ອງທັງສອງຮຽນຈົບ ແລະ ມີວຽກເຮັດງານທຳທີ່ໝັ້ນຄົງ ແລະ ພ້ອມກັນສ້າງຄອບຄົວຢູ່ໃນຕົວເມືອງໃຫ່ຍທັງສອງຄົນ.

ດົນໆ ພວກນ້ອງກໍພ້ອມພາກັນເມືອຍາມພໍ່ແມ່ ແລະ ເອົາເງິນຍື່ນສົ່ງໃຫ້ພໍ່ແມ່ເປັນປະຈຳ. ຂ້ອຍມີຄວາມພາກພູມໃຈໃນເມື່ອເຫັນພວກນ້ອງທັງສອງປີກກ້າຂາແຂງ, ອັນໄດ້ເຮັດໃຫ້ຄວາມທຸກຍາກລຳບາກຂອງພໍ່ແມ່ ແລະ ຂ້ອຍເບົາບາງລົງເຄິ່ງໜຶ່ງ.

ປະມານ 6 ປີຜ່ານມານີ້,  ນ້ອງສອງຄົນມັກຈະຍື່ນສົ່ງເງິນໃຫ້ພໍ່ແມ່ຜູ້ລະ 3 ລ້ານດົງ (ປະມານ 1 200 000 ກີບ ) ຕໍ່ເດືອນ. ພວກນ້ອງເວົ້າວ່າ: ນີ້ແມ່ນເງິນປະກອບສ່ວນຮ່ວມກັບຂ້ອຍ ເພື່ອເບິ່ງແຍງດູແລພໍ່ແມ່ໃນເວລາເຈັບເປັນ. ຂ້ອຍໄດ້ໄປເຮັດບັດ ແລະ ເອົາເງິນທີ່ພວກນ້ອງໃຫ້ພໍ່ແມ່ນັ້ນເຂົ້າໄວ້ໃຫ້ພວກເພີ່ນ, ເມື່ອມີຄວາມຈຳເປັນ ແລະ ຕ້ອງການຈັບຈ່າຍໃຊ້ສອຍກໍຈະງ່າຍໃນການຖອນເອົາເງິນ.

ສ່ວນຂ້ອຍເອງ, 6 ປີທີ່ຜ່ານມາເປັນກຳມະກອນຢູ່ໃນໂຮງງານຕັດຫຍິບ, ຍ້ອນວ້າຂ້ອຍມີປະສົບການແດ່ ຈຶ່ງຖືກເລື່ອນໃຫ້ຂຶ້ນເປັນຫົວໜ້າພະແນກ, ແລ້ວ ເປັນຫົວໜ້າຄຸມງານ, ເງິນເດືອນແຕ່ລະເດືອນກໍບໍ່ຕໍ່າກ່ວາ 25 ( ປະມານ 9 800 000 ກີບ ) ລ້ານດົງ. ຍ້ອນແນວນັ້ນ, ແຕ່ລະເດືອນຂ້ອຍກໍມີສ່ວນປະຢັດໄວ້.

ຜ່ານຫຼາຍປີອົດໃຊ້ອົດຈ່າຍ, ຈຶ່ງມີເງິນແດ່ ແລະ ເກີດແນວຄວາມຄິດຢາກປົວແປງເຮືອນຊານທີ່ຊຸດໂຊມ, ແຕ່ເມື່ອມາເບິ່ງເງິນຕົວຈິງແລ້ວກໍສາມາດຊື້ດິນ ແລະ ປຸກເຮືອນໃໝ່ໄດ້. ຂ້ອຍໄດ້ຕັດສິນໃຈຊື້ດິນຕອນໜຶ່ງຄວາມກ້ວາງ 70ມ2 ຢູ້ຕິດກັບເຮືອນເກົ່າຂອງພໍ່ແມ່ ແລະ ໄດ້ສ້າງເຮືອນ 2 ຊັ້ນຂຶ້ນ. ເມື່ອປຸກເຮືອນແລ້ວໆ ຂ້ອຍກໍຊວນພໍ່ແມ່ໄປຢູ່ເຮືອນໃໝ່ ເພາະເຮືອນຫຼັງເກົ່າຊຸດໂຊມຫຼາຍແລ້ວ. ເຖິງວ່າເຮືອນຈະແລ້ວ ແຕ່ກໍຍັງບໍ່ພໍ200 ລ້ານດົງ ( ປະມານ 78 ລ້ານກີບ ) ແລະ ເງິນກ້ອນນີ້ ນ້ອງຊາຍໄດ້ຊ່ວຍຂ້ອຍຈຳນວນໜຶ່ງ.

ຂ້ອຍກໍບໍ່ໄດ້ມີຫຍັງຂັດຂ້ອງ ເມື່ອພໍ່ແມ່ຂອງຂ້ອຍຢາກໃຫ້ເຮືອນໃໝ່ນັ້ນອອກຊື່ເປັນກຳມະສິດຂອງນ້ອງຊາຍ ແຕ່ຂ້ອຍຢາກອອກຊື່ຂອງຂ້ອຍ ເພາະຂ້ອຍເປັນຜູ້ຊື້ ແລະ ເປັນຜູ້ສ້າງມັນຂຶ້ນມາ ແຕ່ແນວໃດພໍ່ຂ້ອຍກໍບໍ່ເຫັນດີນຳ. ພໍ່ເວົ້າວ່າເງິນຊື້ດີນ ແລະ ເຮັດເຮືອນນັ້ນກໍມີສ່ວນຂອງນ້ອງຊາຍ, ຈຶ່ງຢາກໃຫ້ອອກຊື່ຂອງນ້ອງຊາຍເປັນເຈົ້າກຳມະສິດເຮືອນຫຼັງດັ່ງກ່າວ.

ຂ້ອຍຕົກຕະລຶງຕໍ່ການຕັດສິນໃຈຂອງພໍ່ແມ່, ຍາມໃດກໍຄິດເຖິງແຕ່ນ້ອງຊາຍຫຼ້າ ແຕ່ບໍ່ເຄີຍຄິດເຖິງຂ້ອຍເລີຍ. ປີນີ້ຂ້ອຍກໍມີອາຍຸ 35 ປີແລ້ວ ແຕ່ບໍ່ທັນໄດ້ສ້າງຄອບຄົວ ເພາະຂ້ອຍຍັງເປັນຫ່ວງ ແລະ ຊັບຊ້ອນວຽກທຸກຢ່າງໃຫ້ພໍ່ແມ່ແລ້ວກ່ອນ, ຫຼັງຈາກນັ້ນຈຶ່ງຈະຄິດເຖິງເລື່ອງສ່ວນຕົວ.

ເຖິງຢ່າງໃດກໍດີ, ບໍ່ແມ່ນຂ້ອຍກິກກີ, ແຕ່ເພື່ອຊີວິດມີຄວາມສະດວກສະບາຍໃນພາກໜ້າ. ບໍ່ຮູ້ວ່າຈະມີຫຍັງຈະເກີດຂຶ້ນໃນອະນາຄົດ, ເມື່ອເຖິງເວລາພໍ່ແມ່ ແລະ ຂ້ອຍເຖົ້າແກ່, ໄປບໍ່ໄດ້ເຮັດບໍ່ເປັນແລ້ວ ແລະ ນ້ອງຊາຍກໍບໍ່ມີຄວາມກະຕັນຍູ, ພວກຂ້ອຍຈະໄປເພິ່ງພາອາໄສຢູ່ນຳໃຜ? ນັ້ນຄືແນວຄວາມຄິດທີ່ເປັນຫ່ວງຂອງຂ້ອຍ ແຕ່ຂ້ອຍບໍ່ກ້າສິເວົ້າກັບພໍ່ແມ່ຄວາມໃນໃຈດັ່ງກ່າວ. ພວກເຂົາມີຄວາມສົງໄສວ່າຂ້ອຍມີອະຄະຕິກັບນ້ອງຊາຍ. ແຕ່ບໍ່ແມ່ນແນວນັ້ນ, ຄວາມຮັກອ້າຍເອື້ອຍນ້ອງເປັນສິ່ງທີ່ປະເສີດ ແຕ່ຢາກໃຫ້ທຸກສິ່ງທຸກຢ່າງເປັນອັນທີ່ຈະແຈ້ງເປີດເຜີຍນຳກັນ. ທ່ານວ່າແມ່ນຄວາມຂ້ອຍເວົ້າບໍ?

ອອກເງິນຊື້ເຮືອນໃຫ້ພໍ່ແມ່ 300 ລ້ານກີິບ ແຕ່ຖືກບັງຄັບໃຫ້ອອກຊື່ຂອງນ້ອງຊາຍ - 4 - ອອກເງິນຊື້ເຮືອນໃຫ້ພໍ່ແມ່ 300 ລ້ານກີິບ ແຕ່ຖືກບັງຄັບໃຫ້ອອກຊື່ຂອງນ້ອງຊາຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!