ສາທາເຕືອນໃຫ້ມີສະຕິປ້ອງກັນໄຂ້ຍຸງລາຍລະບາດ

ສາທາເຕືອນໃຫ້ມີສະຕິປ້ອງກັນໄຂ້ຍຸງລາຍລະບາດ -                                                                             - ສາທາເຕືອນໃຫ້ມີສະຕິປ້ອງກັນໄຂ້ຍຸງລາຍລະບາດ
ສາທາເຕືອນໃຫ້ມີສະຕິປ້ອງກັນໄຂ້ຍຸງລາຍລະບາດ - kitchen vibe - ສາທາເຕືອນໃຫ້ມີສະຕິປ້ອງກັນໄຂ້ຍຸງລາຍລະບາດ

ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ເຕືອນວ່າໄລຍະນີ້ແມ່ນຢູ່ໃນຊ່ວງລະດູຝົນ  ​ໄດ້​ເອື້ອອຳນວຍ​ໃຫ້​ພະຍາດ​ໄຂ້ຍຸງ​ລາຍລະບາດຢູ່ປະເທດເຮົາ, ສະເພາະມື້ດຽວ ຄືວັນທີ 29 ກັນຍານີ້ ພົບຜູ້ຕິດເຊື້ອ ຈໍານວນ 41 ກໍລະນີ ແລະ ນັບແຕ່ວັນທີ 1 ມັງກອນ – 29 ກັນຍາ 2020 ທົ່ວປະ​ເທດ​ມີມີຜູ້ຕິດເຊື້ອທັງໝົດ 6.812 ຄົນ ໃນນີ້ແຂວງທີ່ມີການລະບາດຫລາຍກວ່າໝູ່ແມ່ນນະຄອນຫລວງວຽງຈັນ ມີ 1.585 ຄົນ, ຖັດລົງມາແມ່ນແຂວງບໍລິຄຳໄຊ ມີ 753 ຄົນ, ບໍ່ແກ້ວ 680 ຄົນ ແລະ  ແຂວງວຽງຈັນ 664 ຄົນ. ຕົວເລກຜູ້ເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍມີທັງໝົດ 12 ຄົນ. ຢູ່ນະຄອນຫລວງວຽງຈັນ 4 ຄົນ, ບໍລິຄຳໄຊ 2 ຄົນ, ຄຳມ່ວນ 2 ຄົນ, ໄຊຍະບູລີ, ຊຽງຂວາງ, ສະຫວັນນະເຂດ ແລະ ແຂວງຜົ້ງສາລີ ແຂວງລະ 1 ຄົນ.

ດັ່ງນັ້ນ, ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຈຶ່ງໄດ້ແນະນຳວ່າ: ຂໍຮຽກຮ້ອງມາຍັງປະຊາຊົນ, ຊຸມຊົນ ແລະ ອຳນາດການປົກຄອງທຸກຂັ້ນ ຮ່ວມແຮງຮ່ວມໃຈປະຕິບັດຫລັກການ 5ປ ຢ່າງເຄັ່ງຂັດໃຫ້ເປັນປະຈຳ, ຖ້າເປັນໄຂ້ ໃຫ້ຮີບຮ້ອນໄປພົບແພດໝໍ, ບໍ່ໃຫ້ຊື້ຢາມາກິນເອງ ເພື່ອຈະໄດ້ຮັບການປິ່ນປົວຢ່າງທັນການ​.

ສາທາເຕືອນໃຫ້ມີສະຕິປ້ອງກັນໄຂ້ຍຸງລາຍລະບາດ - Visit Laos Visit SALANA BOUTIQUE HOTEL - ສາທາເຕືອນໃຫ້ມີສະຕິປ້ອງກັນໄຂ້ຍຸງລາຍລະບາດ
ສາທາເຕືອນໃຫ້ມີສະຕິປ້ອງກັນໄຂ້ຍຸງລາຍລະບາດ - 5 - ສາທາເຕືອນໃຫ້ມີສະຕິປ້ອງກັນໄຂ້ຍຸງລາຍລະບາດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!