ເຮັດວຽກຢູ່ເຮືອນ ກັບບັນຫາເມື່ອລູກກໍຢູ່ເຮືອນນຳ

ເຮັດວຽກຢູ່ເຮືອນ ກັບບັນຫາເມື່ອລູກກໍຢູ່ເຮືອນນຳ - 083112 2020 - ເຮັດວຽກຢູ່ເຮືອນ ກັບບັນຫາເມື່ອລູກກໍຢູ່ເຮືອນນຳ
ເຮັດວຽກຢູ່ເຮືອນ ກັບບັນຫາເມື່ອລູກກໍຢູ່ເຮືອນນຳ - kitchen vibe - ເຮັດວຽກຢູ່ເຮືອນ ກັບບັນຫາເມື່ອລູກກໍຢູ່ເຮືອນນຳ

ເມື່ອບໍລິສັດສັ່ງໃຫ້ເຮັດວຽກຢູ່ເຮືອນ ຫລື ທ່ານໃດທີ່ຕ້ອງເອົາວຽກມາເຮັດຢູ່ເຮືອນນຳ ແລະ ໂຮງຮຽນຂອງລູກກໍພັກການຮຽນການສອນ ບໍ່ວ່າຈະຈາກສະຖານະການປົກກະຕິ ຫລື ຈາກສະຖານະການໂຄວິດ – 19 ເຮັດໃຫ້ພໍ່ແມ່ຫລາຍທ່ານຕ້ອງເຈັບຫົວ ເພາະລຳພັງແຕ່ການເຮັດວຽກຢູ່ເຮືອນໃຫ້ສຳເລັດກໍໜັກໜ່ວງຢູ່ແລ້ວ ມື້ນີ້ພວກເຮົາຈຶ່ງມີເຄັດລັບທີ່ຈະຊ່ວຍໃຫ້ພໍ່ແມ່ຮັບມືກັບສະຖານະການແບບນີ້ ແລະ ສາມາດເຮັດວຽກໄດ້ຢ່າງລຸລ່ວງ ເຖິງວ່າຈະມີເດັກນ້ອຍຢູ່ເຮືອນນຳກໍຕາມ.

ເຮັດວຽກຢູ່ເຮືອນ ກັບບັນຫາເມື່ອລູກກໍຢູ່ເຮືອນນຳ - 073112 2020 300x200 - ເຮັດວຽກຢູ່ເຮືອນ ກັບບັນຫາເມື່ອລູກກໍຢູ່ເຮືອນນຳ

  1. ແຈ້ງໃຫ້ບ່ອນເຮັດວຽກຮູ້ : ການສື່ສານກັບບ່ອນເຮັດວຽກເປັນສິ່ງທຳອິດທີ່ຄວນຈະເຮັດ ເພື່ອໃຫ້ຫົວໜ້າ ແລະ ເພື່ອນຮ່ວມງານໄດ້ຮັບຮູ້ສະຖານະການຂອງທ່ານວ່າມີເດັກນ້ອຍຢູ່ເຮືອນນຳ ຈຶ່ງອາດຈະມີສຽງລົບກວນແດ່ ໃນລະຫ່ວາງການປະຊຸມທາງວີດີໂອ ຫລື ວີດີໂອຄອລ.
  2. ຫາຄົນຊ່ວຍເບິ່ງແຍງເດັກນ້ອຍ : ຫາກລູກໆຂອງທ່ານຍັງນ້ອຍຢູ່ ອາດຈຳເປັນຕ້ອງໃຫ້ມີຄົນມາຊ່ວຍເບິ່ງແຍງພວກເຂົາ ເຊັ່ນ : ຜົວ ຫລື ເມຍ, ຍາດພີ່ນ້ອງ ຫລື ໃຫ້ລູກຜູ້ໃຫຍ່ເບິ່ງແຍງຜູ້ນ້ອຍ ບໍ່ດັ່ງນັ້ນ ກໍອາດຕ້ອງຈ້າງເອື້ອຍລ້ຽງເດັກມືອາຊີບໄປເລີຍ.
  3. ຫາກິດຈະກຳທີ່ເດັກຢູ່ລຳພັງໄດ້ : ຖ້າເດັກນ້ອຍເຮັດກິດຈະກຳຕ່າງໆໄດ້ໂດຍບໍ່ລົບກວນທ່ານ ກໍຈະຊ່ວຍໃຫ້ເຮັດວຽກໄດ້ສະດວກຂຶ້ນ ແຕ່ຕ້ອງເລືອກກິດຈະກຳໃຫ້ເໝາະສົມກັບໄວຂອງເດັກນຳ ເຊັ່ນ : ເດັກໃນໄວປະຖົມກໍອາດຈະຫາລາຍການເດັກທີ່ລູກມັກໃຫ້ເບິ່ງ ຫລື ຫລິ້ນເກມເສີມທັກສະ ເປັນຕົ້ນ.
  4. ກຳນົດຂອບເຂດກັບລູກ : ເຖິງວ່າແຈ້ງໃຫ້ບ່ອນເຮັດວຽກຮູ້ເຖິງຂໍ້ຈຳກັດທີ່ມີເດັກນ້ອຍຢູ່ເຮືອນນຳ,​ ແຕ່ກໍບໍ່ຄວນປ່ອຍໃຫ້ພວກເຂົາມາລົບກວນການເຮັດວຍກ ໂດຍທ່ານຄວນໂອ້ລົມສ້າງຄວາມເຂົ້າໃຈ ແລະ ກຳນົດຂອບເຂດກັບລູກ ເຊັ່ນ : ຖ້າຈະເຂົ້າມາໃນຫ້ອງ ຕ້ອງເຄາະປະຕູກ່ອນທຸກເທື່ອ.

ເຮັດວຽກຢູ່ເຮືອນ ກັບບັນຫາເມື່ອລູກກໍຢູ່ເຮືອນນຳ - 053112 2020 300x180 - ເຮັດວຽກຢູ່ເຮືອນ ກັບບັນຫາເມື່ອລູກກໍຢູ່ເຮືອນນຳ

5. ໃຫ້ລາງວັນສຳລັບເດັກດີ : ເມື່ອກຳນົດຂອບເຂດໃຫ້ລູກໆໄດ້ແລ້ວ ວ່າຄວນປ່ອຍໃຫ້ພໍ່ແມ່ໄດ້ເຮັດວຽກຢ່າງສະຫງົບແລ້ວ ທ່ານອາດສ້າງແຮງຈູງໃຈໂດຍການບອກໃຫ້ພວກເຂົາຮູ້ວ່າ ຖ້າເຮັດໄດ້ຈະມີລາງວັນສຳລັບເດັກດີໃຫ້ນຳ ເຊັ່ນ : ອ່ານນິທານໃຫ້ຟັງ, ຫລິ້ນເກມນຳ ຫລື ຈະພາໄປຍ່າງຫລິ້ນສວນສາທາລະນະ ຫລື ສວນເດັກຫລິ້ນຫລັງຈາກທີ່ພໍ່ແມ່ເຮັດວຽກສຳເລັດແລ້ວ ເປັນຕົ້ນ.

ເຮັດວຽກຢູ່ເຮືອນ ກັບບັນຫາເມື່ອລູກກໍຢູ່ເຮືອນນຳ - 5 - ເຮັດວຽກຢູ່ເຮືອນ ກັບບັນຫາເມື່ອລູກກໍຢູ່ເຮືອນນຳ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!