ການຂາຍເຄື່ອງຊະຊາຍກວມຂອບທາງຍ່າງ ຍັງເປັນບັນຫາຂອງສັງຄົມໃນນະຄອນຫລວງວຽງຈັນ ທີ່ຍັງຕ້ອງແກ້ໄຂເດັດຂາດ

ທຸລະກິດການຄ້າຂາຍຢູ່ໃນນະຄອນຫລວງວຽງຈັນ ນັບມື້ເຫັນວ່າມີບັນຍາກາດດີຂຶ້ນ, ພາຍຫລັງການລະບາດຂອງພະຍາດໂຄວິດ19 ໄດ້ຜ່ອນຜັນລົງ, ແຕ່ໜ້າເສຍດາຍບັນຍາກາດການຄ້າຂາຍນັ້ນມີບາງອັນພັດບໍ່ຢູ່ໃນລະບຽບຮຽບຮ້ອຍ ແລະກາຍເປັນປາກົດການຫຍໍ້ທໍ້, ໂດຍສະເພາະແມ່ນການຂາຍເຄື່ອງຊະຊາຍກວມເອົາຂອບທາງຍ່າງໃນບ່ອນຊຸມຊົນແອອັດ, ສ້າງຄວາມບໍ່ສະສະດວກໃນການສັນຈອນໄປມາ, ມີຫລາຍຄັ້ງໄດ້ພາໃຫ້ເກີດອຸປະຕິເຫດກໍມີ. ເຖິງວ່າໃນໄລຍະຜ່ານມາພາກລັດໄດ້ສ້າງນິຕິກຳຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍນັ້ນຢ່າງເຂັ້ມງວດ ແລະ ກໍໄດ້ມີການຈັດສັນໂດຍດີຕະຫລອດມາບໍ່ວ່າຈະເປັນບ້ານ ຫລືຊານເມືອງຕ່າງໆ ທັງນີ້ກໍເພື່ອໃຫ້ຢູ່ໃນຄວາມສະອາດງາມຕາຂອງຕົວເມືອງນັບທັງການຈະປຸກສ້າງ, ຕໍ່ເຕີມ ຫລື ວາງສິ່ງຂອງໃດຢູ່ເຂດນີ້ຕ້ອງໄດ້ຮັບອະນຸຍາດຈາກໜ່ວຍງານກ່ຽວຂ້ອງຕາມລະບຽບການຢ່າງຄັກແນ່, ຖ້າໃຜຝ່າຝືນກໍຈະໄດ້ກ່າວເຕືອນ ຫລືປັບໃໝຕາມລະບຽບທີ່ໄດ້ລະບຸໄວ້ໃນດຳລັດ ເລກທີ…