ຖໍ້າກອງລໍແຫລ່ງທ່ອງທ່ຽວປາຍທາງທີ່ຫລາຍຄົນຄວນໄປສໍາຜັດ
ໂດຍ: ທິດກໍ່າ ຫວ່າງທິດຫລັງມານີ້ ທິດກໍ່າໄດ້ມີໂອກາດໄປສໍາຜັດກັບຖໍ້າກອງລໍອີກຄັ້ງ ຕ້ອງຍອມຮັບວ່າຖໍ້າກອງລໍໃນແຕ່ລະໄລຍະໄດ້ມີການປັບປຸງປ່ຽນແປງ ແລະ ພັດທະນາໃຫ້ດີຂຶ້ນເລື້ອຍໆ. ສິ່ງທີ່ເຫັນວ່າມີການປັບປຸງໃຫ້ດີຂຶ້ນກໍແມ່ນໄດ້ສ້າງສິ່ງເອື້ອຍອໍານວຍໃຫ້ນັກທ່ອງທ່ຽວມີຄວາມສະດວກສະບາຍໃນການທ່ອງທ່ຽວໄປມາເຊັ່ນ: ນັບແຕ່ເສັ້ນທາງແວ່ຈາກເທສະບານເມືອງຄູນຄໍາຈົນໄປຮອດປາກຖໍ້າກອງລໍກໍໄດ້ປູຢາງມາດຕະຖານລ່ຽນໄຫລສົມຄວນ. ນອກຈາກນັ້ນກໍໄດ້ສ້າງຂົວຂ້າມນໍ້າໄຮໄດ້ມາດຕະຖານແທນຂົວເຫລັກເກົ່າທີ່ຊຸດໂຊມມາຫລາຍເດືອນ ອັນເປັນຂົວທີ່ງາມ ແລະ ໂດດເດັ່ນ. ນັກທ່ອງທ່ຽວທີ່ເດີນທາງຜ່ານໄປມາກໍສາມາດເກັບພາບໄວ້ເປັນອະນຸສອນກັບຂົວ ແລະ ສາຍນໍ້າໄຮທີ່ໄຫລຜ່ານໂຂດຫີນແກ້ງຫາດຕາດຄອນທີ່ສວຍງາມໃນທີ່ນັ້ນ. ນະທີ່ຖໍ້າກອງລໍ ກໍມີຫລາຍອັນໄດ້ປັບປຸງປ່ຽນແປງໃຫ້ສວຍງາມ ແລະ ດີຂຶ້ນ…