ບຸນຊ້າງໄຊຍະບູລີ ປີ 2023 ຈະຈັດຂຶ້ນລະຫວ່າງວັນທີ 13-20 ກຸມພາ 2023
ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ, ໃນນາມປະທານຈັດງານມະຫະກໍາບຸນຊ້າງ ປະຈໍາປີ 2023 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ, ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດວ່າ: ການຈັດງານມະຫະກໍາບຸນຊ້າງໄຊຍະບູລີ ໃນປີ 2023 ນີ້ ຖືວ່າເປັນຄັ້ງທີ16ພວກເຮົາຈະໄດ້ຈັດເປັນງານໃຫຍ່ ເຊິ່ງຈະປະກອບມີກິດຈະກຳຕ່າງໆເພື່ອໃຫ້ບັນດາທ່ານໄດ້ມາທ່ຽວ, ມາຊົມໂດຍຈະມີຊ້າງເຂົ້າຮ່ວມທັງໝົດ ຈໍານວນ 75…