ທ່ານ ມາຄຣົງ ຮຽກຮ້ອງ ເອີຣົບ-ອາຊີ ຮ່ວມກໍາລັງ ຫລີກລ່ຽງການຖືກບີບບັງຄັບຈາກມະຫາອໍານາດ

         ທ່ານ ເອັມມານູເອລ ມາຄຣົງ ປະທານາທິບໍດີຝຣັ່ງ ຂຶ້ນກ່າວເວລາເຂົ້າຮ່ວມກອງປະຊຸມດ້ານຄວາມໝັ້ນຄົງ Shangri-La Dialogue ຢູ່ສິງກະໂປ ໂດຍຮຽກຮ້ອງໃຫ້ເອີຣົບ ແລະ ບັນດາປະເທດໃນອາຊີ-ປາຊີຟິກ ຮ່ວມກໍາລັງກັນ ເພື່ອຫລີກລ່ຽງການຖືກບີບບັງຄັບຈາກມະຫາອໍານາດ ທ່າມກາງຄວາມແຕກແຍກຂອງອາເມລິກາ ແລະ ຈີນ ເຊິ່ງເປັນ “ຄວາມສ່ຽງຫລັກ” ທີ່ໂລກກໍາລັງຜະເຊີນໃນປັດຈຸບັນ….

ອາເມລິກາກຽມຂຶ້ນພາສີນໍາເຂົ້າເຫລັກ ແລະ ອາລູມີນຽມເປັນ 50%

          ທ່ານ ໂດນັລ ທຣໍາ ປະທານາທິບໍດີອາເມລິກາ ປະກາດວ່າ: ອາເມລິກາຈະເພີ່ມອັດຕາພາສີນໍາເຂົ້າເຫລັກ ແລະ ອາລູມີນຽມຈາກ 25% ເປັນ 50% ໂດຍຈະເລີ່ມມີຜົນນັບແຕ່ວັນທີ 4 ມິຖຸນາຕາມເວລາທ້ອງຖິ່ນ. ພ້ອມລະບຸວ່າ: ມາດຕະການນີ້ຈະຊ່ວຍກະຕຸ້ນອຸດສາຫະກໍາເຫລັກໃນປະເທດ ພ້ອມຊຸກຍູ້ໃຫ້ເຫລັກເພນຊິລເວເນຍກັບມາເປັນກະດູກສັນຫລັງຂອງອາເມລິກາອີກ, ເພີ່ມຄວາມໝັ້ນຄົງດ້ານອຸປະທານ ແລະ…

ຣັດເຊຍເຕືອນປະເທດຕາເວັນຕົກຢຸດສົ່ງອາວຸດໃຫ້ອູແກຣນໃນໄລຍະຢຸດຍິງ

         ທ່ານ ວາສຊິລີ ເນເບນຊີ ເອກອັກຄະລັດຖະທູດຜູ້ແທນຖາວອນຣັດເຊຍປະຈໍາສະຫະປະຊາຊາດ ກ່າວວ່າ: ຣັດເຊຍພ້ອມຈະພິຈາລະນາການຢຸດຍິງຢູ່ອູແກຣນ ເພື່ອປູທາງໄປສູ່ການເຈລະຈາຢຸດຄວາມຂັດແຍ່ງແບບຍືນຍົງ, ແຕ່ໃນລະຫວ່າງການຢຸດຍິງນັ້ນ ຣັດເຊຍຕ້ອງການໃຫ້ປະເທດຕາເວັນຕົກຢຸດຈັດສົ່ງອາວຸດໃຫ້ອູແກຣນ ແລະ ອູແກຣນຈະຕ້ອງບໍ່ມີການລະດົມກໍາລັງທະຫານ.         ນອກຈາກນີ້, ທ່ານ ເນເບນຊີ ກ່າວວ່າ: ການຢຸດຍິງພຽງຢ່າງດຽວຍັງບໍ່ພຽງພໍຈະຢຸດສົງຄາມທີ່ດໍາເນີນມາກວ່າ 3 ປີ….

UN ກຽມເລີກຈ້າງພະນັກງານນັບພັນຕໍາແໜ່ງ ຍ້ອນບັນຫາທາງການເງິນ

           ສະຫະປະຊາຊາດ (UN) ເຊິ່ງກໍາລັງປະສົບບັນຫາທາງການເງິນ ອາດຫລຸດຕໍາແໜ່ງງານໃນຝ່າຍບໍລິຫານລົງ 20% ຫລື ປະມານຫລາຍພັນຕໍາແໜ່ງ ຕາມແຜນ “UN 80” ທີ່ມີການເປີດຕົວ ໃນເດືອນມີນາຜ່ານມາ.            ທ່ານ ຈັນທະມູລີ ຣາມານາທານ ຜູ້ຊ່ວຍເລຂາທິການສະຫະປະຊາຊາດ ຝ່າຍວາງແຜນໂຄງການ, ການເງິນ…

ສ.ອາເມລິກາ ຍົກເລີກການສັກວັກຊີນໂຄວິດ-19 ໃຫ້ແມ່ຍິງຖືພາ ແລະ ເດັກນ້ອຍທີ່ແຂງແຮງ

ສໍານັກຂ່າວຣອຍເຕີລາຍງານວັນທີ 27 ພຶດສະພາ 2025ນີ້ວ່າ: ເມື່ອວັນອັງຄານທີ 27 ພຶດສະພາ 2025 ລັດຖະມົນການກະຊວງສາທາລະນະສຸກ ສະຫະລັດອາເມລິກາ ປະກາດຜ່ານທາງອອນລາຍວ່າ: ສະຫະລັດ ອາເມລິກາ ໄດ້ຍົກເລີກຄຳແນະນໍາການສັກວັກຊີນໂຄວິດ-19 ໃຫ້ແກ່ຜູ້ຍິງຖືພາ ແລະ ເດັກທີ່ມີສຸຂະພາບແຂງແຮງ. ໃນຂະນະທີ່ ກໍາມະທິການສໍານັກງານອາຫານ ແລະ…

ອາເມລິກາ ຢືນຢັນອິດສະລາແອນລົງນາມຮັບຂໍ້ສະເໜີຢຸດຍິງ 60 ວັນໃນກາຊາ

          ທໍານຽບຂາວລະບຸໃນວັນທີ 29 ພຶດສະພາວ່າ: ອິດສະລາແອນໄດ້ລົງນາມໃນຂໍ້ສະເໜີຢຸດຍິງຢູ່ກາຊາເປັນເວລາ 60 ວັນແລ້ວ. ຂະນະທີ່ກອງທັບອິດສະລາແອນຍັງປະຕິບັດການທາງທະຫານໃນພື້ນທີ່ສົງຄາມດັ່ງກ່າວ.          ທ່ານ ແຄໂຣໄລ ເລວິດ ໂຄສົກທໍານຽບຂາວໄດ້ຢືນຢັນໃນການຖະແຫລງຂ່າວວ່າ: ທ່ານ ສະຕີບ ວິກຄອບ ທູດພິເສດຂອງອາເມລິກາປະຈໍາຕາເວັນອອກກາງ ແລະ ປະທານາທິບໍດີ ໂດນັລ…

ອີລອນ ມັສ ປະກາດອໍາລາຈາກທໍານຽບຂາວ ແຕ່ໜ່ວຍງານ DOGE ຍັງຈະດໍາເນີນຕໍ່ໄປ

ສຳນັກຂ່າວ BBC ລາຍງານ ວັນທີ 29 ພຶດສະພາ 2025 ນີ້ວ່າ:ຫລັງຈາກ ອີລອນ ມັສ (Elon Musk) ມະຫາເສດຖີທີ່ມີຊື່ສຽງ ເຈົ້າຂອງບໍລິສັດລົດ Tesla, ຜູ້ທີ່ມີສ່ວນຮ່ວມໃນການຈັດການປະສິດທິພາບງົບປະມານລັດ (Department of Government Efficiency:…

ທ່ານ ທຣໍາ ໃຫ້ເວລາທ່ານ ປູຕິນ 2 ອາທິດ ແກ້ໄຂເລື່ອງອູແກຣນ ພ້ອມຂູ່ຕອບໂຕ້ຖ້າຍັງຖ່ວງເວລາ

         ທ່ານ ໂດນັລ ທຣໍາ ປະທານາທິບໍດີອາເມລິກາ ໃຫ້ເວລາທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ 2 ອາທິດ ແກ້ໄຂເລື່ອງອູແກຣນ, ພ້ອມຂູ່ວ່າ: ອາເມລິກາຈະດໍາເນີນມາດຕະການຕອບໂຕ້ ຖ້າທ່ານ ປູຕິນ ຍັງຖ່ວງເວລາຢູ່.          ທ່ານ ທຣໍາ…

ສານການຄ້າອາເມລິກາຕັດສິນຢຸດການບັງຄັບໃຊ້ນະໂຍບາຍຂຶ້ນພາສີນໍາເຂົ້າທົ່ວໂລກ ກ່າວວ່າທ່ານ ທຣໍາ ໃຊ້ອໍານາດເກີນຂອບເຂດ

          ສານການຄ້າລະຫວ່າງປະເທດໃນນະຄອນນິວຢ໋ອກ ມີຄໍາພິພາກສາວັນທີ 28 ພຶດສະພາ ໃຫ້ຢຸດການບັງຄັບໃຊ້ນະໂຍບາຍຂຶ້ນພາສີອາກອນຕໍ່ທົ່ວໂລກ ລວມທັງພາສີອາກອນຕອບໂຕ້ ທີ່ປະທານາທິບໍດີ ໂດນັລ ທຣໍາ ປະກາດເມື່ອວັນທີ 2 ເມສາ ໂດຍລະບຸເຫດຜົນວ່າ: ເປັນການ “ໃຊ້ອໍານາດເກີນຂອບເຂດ” ຈາກລັດຖະທໍາມະນູນກໍານົດໄວ້.          ຄະນະຜູ້ພິພາກສາ 3…

ສານການຄ້າ ສ.ອາເມລິກາ ຕັດສິນລະງັບການບັງຄັບໃຊ້ນະໂຍບາຍຂຶ້ນພາສີສິນຄ້ານໍາເຂົ້າທົ່ວໂລກຂອງທ່ານ ທຣໍາ

ສໍານັກຂ່າວຣອຍເຕີລາຍງານວັນທີ 29 ພຶດສະພາ 2025ວ່າ: ວັນທີ 28 ພຶດສະພາ ສານການຄ້າຂອງສະຫະລັດອາເມລິກາ ມີຄໍາຕັດສິນ ໃຫ້ລະງັບ ການບັງຄັບໃຊ້ນະໂຍບາຍຂຶ້ນພາສີສິນຄ້າທົ່ວໂລກ ລວມທັງພາສີໂຕ້ຕອບ ທີ່ປະທານາທິບໍດີ ໂດນັລ ທຣໍາ ປະກາດເມື່ອວັນທີ 2 ເມສາ 2025 ທີ່ຜ່ານມາ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!