ປາກິດສະຖານກ່າວວ່າ ໄດ້ທໍາລາຍເຮືອບິນຮົບຂອງອິນເດຍ 5 ລໍາ

          ທາງການປາກິດສະຖານອ້າງວ່າ: ສາມາດຍິງທໍາລາຍເຮືອບິນຮົບຂອງກອງທັບອາກາດອິນເດຍຈໍານວນ 5 ລໍາ ແລະ ໂດຣນອີກ 1 ລໍາ ໜຶ່ງໃນນັ້ນຄືເຮືອບິນຂັບໄລ່ Rafale. ເຖິງຢ່າງໃດກໍຕາມ, ທາງການອິນເດຍຍັງບໍ່ຢືນຢັນຂ່າວດັ່ງກ່າວ.         ປາກິດສະຖານລະບຸວ່າ: ການຕອບໂຕ້ຄັ້ງນີ້ເປັນການປ້ອງກັນຕົນເອງ ພາຍຫລັງອິນເດຍເປີດປະຕິບັດການທາງທະຫານ ໂດຍຕັ້ງເປົ້າໃສ່ຖານປະຕິບັດງານຂອງກຸ່ມກໍ່ການຮ້າຍຢູ່ປາກິດສະຖານທີ່ອິນເດຍເຊື່ອວ່າຢູ່ເບື້ອງຫລັງການກໍ່ການຮ້າຍໂຈມຕີສະຖານທີ່ທ່ອງທ່ຽວຢູ່ແຄຊາເມຍ ແລະ ອິນເດຍເຊື່ອວ່າປາກິດສະຖານສະໜັບສະໜູນກຸ່ມຕິດອາວຸດເຫລົ່ານີ້, ຂະນະທີ່ປາກິດສະຖານປະຕິເສດວ່າບໍ່ມີສ່ວນກ່ຽວຂ້ອງ.           ການພົວພັນລະຫວ່າງສອງຍັກໃຫຍ່ໃນອາຊີໃຕ້ທີ່ມີນິວເຄຼຍໃນຄອບຄອງຕົກຕໍ່າລົງເລື້ອຍໆ…

ອິນເດຍຍິງລູກສອນໄຟໃສ່ປາກິດສະຖານ ອິດສະລາມາບັດຍິງປືນໃຫຍ່ຕອບໂຕ້ກັບ

          ອິນເດຍຍິງລູກສອນໄຟໂຈມຕີດິນແດນຫລາຍແຫ່ງຢູ່ປາກິດສະຖານ ລວມທັງພື້ນທີ່ຂັດແຍ່ງຢູ່ແຄຊາເມຍ, ສ່ວນປາກິດສະຖານຕອບໂຕ້ດ້ວຍການຍິງປືນໃຫຍ່ ຖືເປັນການຍົກລະດັບສະຖານະການຄວາມຂັດແຍ່ງຮຸນແຮງຂຶ້ນ ລະຫວ່າງສອງມະຫາອໍານາດໃນອາຊີໃຕ້.         ກອງທັບອິນເດຍອອກຖະແຫລງການວ່າ: ມີການຍິງລູກສອນໄຟໂຈມຕີເປົ້າໝາຍ 9 ແຫ່ງຢູ່ປາກິດສະຖານ ລວມທັງພາກພື້ນ, ອາຊາດ, ຊໍາມູ ແລະ ພັກສະມີ ເຊິ່ງເປັນພາກພື້ນແຄຊາເມຍພາຍໃໃຕ້ການປົກຄອງຂອງປາກິດສະຖານ ແລະ ພື້ນທີ່ບາງສ່ວນຂອງແຄວ້ນປັນຈາບ ເຊິ່ງມີປະຊາກອນຫລາຍທີ່ສຸດໃນປາກິດສະຖານ.          ກອງທັບປາກິດສະຖານກ່າວວ່າ: ເຫດການດັ່ງກ່າວສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ…

UAE ກຽມບັນຈຸຫລັກສູດAI ໃນໂຮງຮຽນລັດຖະບານທຸກລະດັບຊັ້ນ

        ສະຫະລັດອາຣັບເອມິເຣດ (UAE) ກຽມນໍາເອົາບົດຮຽນປັນຍາປະດິດ (AI) ມາສອນເດັກນ້ອຍນັກຮຽນທຸກເພດໄວ ເພື່ອການເປັນຜູ້ນໍາດ້ານເຕັກໂນໂລຊີຂອງປະເທດ.        ທ່ານ ຊີກ ໂມຮໍາເໝັດ ບິນ ຣາຊິກ ອັລ ມັກຕູມ ເຈົ້າຜູ້ຄອງນະຄອນດູໄບ ແລະ ນາຍົກລັດຖະມົນຕີຂອງ UAE ປະກາດວ່າ: UAE ຈະເລີ່ມສອນບົດຮຽນ AI ໃນໂຮງຮຽນຂອງລັດ ນັບແຕ່ຊັ້ນອະນຸບານຈົນຮອດມັດທະຍົມສຶກສາຕອນປາຍ…

ຄະນະລັດຖະບານອິດສະລາແອນອະນຸມັດແຜນຢຶດຄອງກາຊາ ກຽມອົບພະຍົບຊາວປາແລັສຕິນ 2.1 ລ້ານຄົນໄປທາງພາກໃຕ້

ຄະນະລັດຖະມົນຕີດ້ານຄວາມໝັ້ນຄົງຂອງອິດສະລາແອນມີມະຕິຮັບຮອງແຜນຂະຫຍາຍການບຸກທາງທະຫານຕໍ່ກຸ່ມຮາມັດ ເຊິ່ງລວມທັງການຢຶດຄອງເຂດກາຊາ ແລະ ເຂົ້າຄວບຄຸມດິນແດນດັ່ງກ່າວ.        ໂດຍນາຍົກລັດຖະມົນຕີ ເບັນຈາມິນ ເນທັນຢາຮູ ຂອງອິດສະລາແອນ ເປີດເຜີຍວ່າ: ຄະນະລັດຖະມົນຕີຄວາມໝັ້ນຄົງຂອງອິດສະລາແອນຕັດສິນໃຈໃຊ້ປະຕິບັດການຮຸນແຮງ ເພື່ອທໍາລາຍກຸ່ມຮາມັດ ແລະ ຊ່ວຍເຫລືອຕົວປະກັນທີ່ເຫລືອຢູ່.           ຂະນະທີ່ຊາວປາແລັສຕິນ 2.1 ລ້ານຄົນຢູ່ເຂດກາຊາ ຈະຕ້ອງອົບພະຍົບໄປທາງພາກໃຕ້ຂອງກາຊາ ເຊິ່ງທ່ານ ເນທັນຢາຮູ ອ້າງວ່າເປັນການອົບພະຍົບເພື່ອປົກປ້ອງຊີວິດຂອງພວກເຂົາ….

ພັກລັດຖະບານສິງກະໂປໄດ້ຮັບໄຊຊະນະໃນການເລືອກຕັ້ງ

       ພັກ PAP (People’s Action Party) ໄດ້ຮັບໄຊຊະນະໃນການເລືອກຕັ້ງທົ່ວໄປຂອງສິງກະໂປ ໂດຍກວາດບ່ອນນັ່ງສະມາຊິກລັດຖະສະພາ 87 ຈາກ 97 ບ່ອນນັ່ງ ແລະ ເປັນໄຊຊະນະໃນການເລືອກຕັ້ງຄັ້ງທໍາອິດຂອງນາຍົກລັດຖະມົນຕີ ລໍເຣນ ຫວ່ອງ ນັບແຕ່ເຂົ້າຮັບຕໍາແໜ່ງແທນທ່ານ ລີຊຽນລຸງ ໃນປີຜ່ານມາ.           ການເລືອກຕັ້ງຂອງສິງກະໂປຄັ້ງນີ້ ເຊິ່ງເປັນຄັ້ງທີ…

ກໍາປູເຈຍກຽມເຈລະຈາບັນຫາພາສີກັບອາເມລິກາ ຢູ່ນະຄອນຫລວງວໍຊິງຕັນ 14-15 ພຶດສະພານີ້

         ໜ່ວຍໂຄສົກລັດຖະບານກໍາປູເຈຍເປີດເຜີຍຜ່ານເຟສບຸກໃນວັນທີ 2 ພຶດສະພາວ່າ: ທ່ານ ຊຸນ ຈັນທໍ ຮອງນາຍົກລັດຖະມົນຕີ ແລະະ ຮອງປະທານສະພາທີ່ປຶກສາເພື່ອການພັດທະນາຂອງກໍາປູເຈຍ (CDC) ແລະ ທ່ານ ຈອມ ນິມົນ ລັດຖະມົນຕີວ່າການກະຊວງການຄ້າກໍາປູເຈຍ ໄດ້ນໍາພາຄະນະສະເພາະກິດວ່າດ້ວຍການປະສານການພົວພັນທະວີພາຄີ ກໍາປູເຈຍ-ອາເມລິກາ ປະຊຸມທາງໄກກັບຜູ້ແທນການຄ້າອາເມລິກາ (USTR) ນໍາໂດຍທ່ານ ຊາຣາ ເອລເລີແມນ…

ຍີ່ປຸ່ນຜະເຊີນສະພາບຂາດເຂີນແຮງງານ ດຶງອັດຕາຫວ່າງງານປີງົບປະມານ 2024 ຫລຸດເຫລືອ 2.5%

        ລັດຖະບານຍີ່ປຸ່ນເປີດເຜີຍຂໍ້ມູນໃນວັນທີ 2 ພຶດສະພາ ລະບຸວ່າ: ອັດຕາຫວ່າງງານໂດຍສະເລ່ຍຂອງຍີ່ປຸ່ນໃນປີງົບປະມານ 2024 ຫລຸດລົງ 0.1 ຈຸດເປີເຊັນຈາກປີກ່ອນໜ້າ ມາຢູ່ 2.5% ຖືເປັນການຫລຸດລົງຄັ້ງທໍາອິດໃນຮອບສອງປີ ທ່າມກາງສະພາບຂາດເຂີນແຮງງານ.         ກະຊວງກິດຈະການພາຍໃນ ແລະ ການສື່ສານຂອງຍີ່ປຸ່ນ ເປີດເຜີຍວ່າ: ໃນປີງົບປະມານເຊິ່ງສິ້ນສຸດໃນເດືອນມີນາ ຈໍານວນຜູ້ຫວ່າງງານຫລຸດລົງ 30,000…

ເກີດເຫດໄຟໄໝ້ຮຸນແຮງທີ່ຮ້ານອາຫານໃນປະເທດຈີນ ເສຍຊີວິດຢ່າງໜ້ອຍ 22 ຄົນ

ວັນທີ 30 ເມສາ 2025 ສໍານັກຂ່າວ CNN ລາຍງານວ່າ: ວັນທີ 29 ເມສາ 2025 ນີ້ ເກີດເຫດໄຟໄໝ້ຮ້ານອາຫານແຫ່ງໜຶ່ງ ໃນເມືອງຫລຽວຢາງ ແຂວງຫລຽວໜິງ ທາງພາກຕາເວັນອອກສຽງເໜືອຂອງຈີນ, ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 22 ຄົນ ແລະ…

ທ່ານ ມາກ ຄານີ ປະກາດໄຊຊະຍະເລືອກຕັ້ງ ຖະແຫລງການາດາຈະບໍ່ມີວັນຍອມຈໍານົນຕໍ່ການຂົ່ມຂູ່ຂອງທ່ານ ທຣໍາ

         ທ່ານ ມາກ ຄານີ ນາຍົກລັດຖະມົນຕີການາດາ ປະກາດວ່າ: ການາດາຈະ “ບໍ່ມີວັນ” ຍອມຈໍານົນຕໍ່ອາເມລິກາ ຂະນະທີ່ປະກາດໄຊຊະນະໃນການເລືອກຕັ້ງທົ່ວໄປຕອນເຊົ້າມືດວັນທີ 29 ເມສາ ຫລັງຈາກໄລຍະຫາສຽງຕ້ອງຜະເຊີນການຢົ່ວຢຸ ແລະ ມາດຕະການເກັບພາສີການຄ້າຢ່າງຮຸນແຮງຈາກທ່ານ ໂດນັລ ທຣໍາ ປະທານາທິບໍດີອາເມລິກາ.         ຄໍາຖະແຫລງຂອງທ່ານ ຄານີ ຜູ້ນໍາພັກເສລີນິຍົມ ກ່າວໂຈມຕີທ່ານ…

BYD ເລີ່ມສ້າງໂຮງງານປະກອບລົດ EV ຢູ່ກໍາປູເຈຍ

         ສະພາເພື່ອການພັດທະນາກໍາປູເຈຍລາຍງານວ່າ: BYD ຜູ້ຜະລິດລົດໄຟຟ້າຂອງຈີນ ໄດ້ເລີ່ມຕົ້ນກໍ່ສ້າງໂຮງງານປະກອບຍານພາຫະນະຢູ່ເຂດເສດຖະກິດພິເສດສີໜຸວິວ ແຂວງພຣະສີໜຸນ ຂອງກໍາປູເຈຍ ໃນວັນທີ 28 ເມສາຜ່ານມາ.         ຮອງນາຍົກລັດຖະມົນຕີກໍາປູເຈຍກ່າວວ່າ: ໂຮງງານແຫ່ງນີ້ຈະເປັນອີກໜຶ່ງຜົນໄດ້ຮັບຈາກການຮ່ວມມື ກໍາປູເຈຍ-ຈີນ ພາຍໃຕ້ແຜນລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ (BRI) ແລະ ເຄື່ອງຢືນຢັນຄວາມເຊື່ອໝັ້ນຂອງນັກລົງທຶນຈີນຕໍ່ສະພາບແວດລ້ອມທາງທຸລະກິດ ແລະ ການລົງທຶນຂອງກໍາປູເຈຍ ໂດຍໂຮງງານແຫ່ງນີ້ຈະເປັນສູນກາງຖ່າຍທອດທັກສະ ແລະ ເຕັກໂນໂລຊີໃໝ່ໆໃນຂະແໜງລົດໄຟຟ້າຕໍ່ບຸກຄະລາກອນກໍາປູເຈຍ.          ອາຈານປະຈໍາສະຖາບັນການຕ່າງປະເທດ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!