ສສຊ ເຂດ 13 ປະກອບຄຳເຫັນ ຫລາຍບັນຫາສຳຄັນ ໃນການພັດທະນາປະເທດ
ທ່ານ ໄຊຍະເດດ ຜຸຍຍະວົງ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ປະກອບຄໍາເຫັນ ຕໍ່ບົດລາຍງານລັດຖະບານ ວັນທີ 10 ມິຖຸນາ 2025 ວ່າ: ການທີ່ລັດຖະບານສຸມໃສ່ແກ້ໄຂເສດຖະກິດມະຫາພາກ ເຮັດໃຫ້ເງິນເຟີ້ຫລຸດລົງເປັນໜຶ່ງຕົວເລກ, ການເກັບລາຍຮັບໄດ້ເກີນແຜນ ຖືເປັນເງື່ອນໄຂເອື້ອຍອຳນວຍແກ່ການດຳເນີນທຸລະກິດ ພາຍໃນປະເທດດີຂຶ້ນເປັນກ້າວໆ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ. ຕໍ່ກັບບັນຫາທີ່ຕິດພັນກັບການປະຕິຮູບລັດວິສາຫະກິດ…