ຮອງນາຍົກລັດຖະມົນຕີ ຮ່ວມພິທີລົງນາມ ສົນທິສັນຍາວ່າດ້ວຍ ການສ້າງຕັ້ງອົງການໄກ່ເກ່ຍຂໍ້ຂັດແຍ້ງສາກົນ

ວັນທີ 30 ພຶດສະພາ 2025 ຜ່ານມານີ້ ທ່ານ ສະເຫລີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເດີນທາງໄປເຂົ້າຮ່ວມພິທີລົງນາມ ສົນທິສັນຍາ ວ່າດ້ວຍການສ້າງຕັ້ງອົງການໄກ່ເກ່ຍຂໍ້ຂັດແຍ້ງສາກົນ (Convention on the Establishment…

ມູນຄ່າການຄ້າຂອງ ລາວ ເດືອນມີນາ 2025 ບັນລຸໄດ້ 1,730 ລ້ານໂດລາ ເກີນດຸນ 160 ລ້ານ

ສູນຂໍ້ມູນຂ່າວສານການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ລາຍງານ ວັນທີ 29 ພຶດສະພາ 2025 ນີ້ວ່າ: ມູນຄ່າການຄ້າຂອງ ສປປ ລາວ ເດືອນມີນາ 2025 ບັນລຸໄດ້ 1,730 ລ້ານໂດລາສະຫະລັດ ມູນຄ່າການສົ່ງອອກ ປະມານ…

ການໃຫ້ຖືພາແທນ (ອູ້ມບຸນ) ແມ່ນຜິດກົດໝາຍ ມີໂທດສູງສຸດ 19 ປີ ແລະ ປັບໃໝ 400 ລ້ານກີບ

ພັອ ກິແກ້ວ ຈັນທະລັງສີ ຫົວໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໃຫ້ສຳພາດ ກ່ຽວກັບການໃຫ້ຖືພາແທນ ຫຼື ອູ້ມບຸນຜ່ານໜັງສືພິມປ້ອງກັນຄວາມສະຫງົບ ວັນທີ 29 ພຶດສະພາ 2025 ວ່າ: ໄລຍະປີ 2018 – ປີ 2019…

ທິດຊີ້ນຳຂອງນາຍົກ ໃຫ້ໂຈະການພິຈາລະນາອະນຸຍາດ ແລະ ຢຸດຕິຖາວອນ ການຂຸດຄົ້ນຄໍາຕົກຂ້ອນ ແລະ ໃຫ້ກວດກາສຳເລັດພາຍໃນ 1-2 ເດືອນ

ວັນທີ 15 ພຶດສະພາ 2025 ຜ່ານມານີ້ ຫ້ອງວ່າການສຳນັກງານນາຍົກ ອອກແຈ້ງການ ທິດຊີ້ນໍາ ເຖິງທຸກໆພາກສ່ວນທຸກໆແຂວງ ໃນການຜັນຂະຫຍາຍຜົນກອງປະຊຸມກົມການເມືອງ ຮ່ວມກັບຄະນະເລຂາທິການສູນກາງພັກ ກ່ຽວກັບ ການແກ້ໄຂບັນຫາການຂຸດຄົ້ນຄໍາຕົກຂ້ອນ ໃນຂອບເຂດທົ່ວປະເທດ ໂດຍດັ່ງນີ້: 1. ໃຫ້ໂຈະການພິຈາລະນາອະນຸຍາດ ແລະ ຢຸດຕິຖາວອນ ການດໍາເນີນກິດຈະການຂຸດຄົ້ນຄໍາຕົກຂ້ອນ…

ມອບ-ຮັບໜ້າທີ່ດ່ານສາກົນຂົວມິດຕະພາບ 3 ແຂວງຄໍາມ່ວນ ທ່ານ ພັອ ບຸນປະດິດ ວົງພູທອນ (ຜູ້ເກົ່າ) ແລະ ທ່ານ ບຸນທະນົງສັກ ເທບພະລັກ ຮັກສາການ (ຜູ້ໃໝ່)

ວັນທີ 22 ພຶດສະພາ 2025 ຜ່ານມານີ້ ຢູ່ດ່ານສາກົນຂົວມິດຕະພາບ 3 ແຂວງຄໍາມ່ວນ ຈັດພິທີມອບ-ຮັບໜ້າທີ່ລະຫວ່າງທ່ານ ພັອ ບຸນປະດິດ ວົງພູທອນ ຫົວໜ້າຄະນະຄຸ້ມຄອງດ່ານ (ຜູ້ເກົ່າ) ແລະ ທ່ານ ບຸນທະນົງສັກ ເທບພະລັກ ຮັກສາການຫົວໜ້າຄະນະຄຸ້ມຄອງດ່ານ (ຜູ້ໃໝ່)…

ປີ 2025 ທົ່ວປະເທດຈະປູກຕົ້ນໄມ້ໃຫ້ໄດ້ຫລາຍກວ່າ 9.9 ແສນເບ້ຍ ໃນເນື້ອທີ່ 37 ພັນກວ່າເຮັກຕາ

ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ  ວັນທີ 20 ພຶດສະພາ 2025 ນີ້ວ່າ: ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2025 ທີ່ຈະມາເຖິງນີ້, ທົ່ວປະເທດມີແຜນການຈະສ້າງຂະບວນການປູກຕົ້ນໄມ້ໃນເນື້ອທີ່ 1,600…

ມະໂລງ ງູໃຫຍ່ຜ່ານໄປ ມະເສັງ ງູນ້ອຍ ຫ້າວຫັນວ່ອງໄວ ໄປຕາມທາງຂອງພັກ

ໂດຍ: ຜາຕຸງ ໃນທີ່ສຸດ ປີມະໂລງໃນນາມງູໃຫຍ່ ພສ 2567 ກໍໄດ້ຍົກຫົວຍໍຄໍ ອຳລາພວກເຮົາໄປ ຍັງເຫຼືອໄວ້ແຕ່ອັນດີທີ່ເປັນບົດຮຽນຂອງການສ້າງສາປະເທດຊາດໃຫ້ພວກເຮົາສືບຕໍ່ປະຕິບັດໃຫ້ສຳເລັດຜົນ ແລະ ປີມະເສງ ພສ 2568 ໃນນາມງູນ້ອຍຜູ້ຄ່ອງແຄ້ວວ່ອງໄວກໍເຂົ້າມາແທນທີ່ ເຊິ່ງເປັນປີທີ່ສຳຄັນຍິ່ງ ເພື່ອຊຸກຍູ້ໃຫ້ພວກເຮົາຕ້ອງສ້າງພື້ນຖານສຳຄັນ ທີ່ຈະນຳເອົາປະເທດຊາດໃຫ້ຫຼຸດອອກຈາກປະເທດດ້ອຍພັດທະນາໃນຕໍ່ໜ້າ. ແນວໃດກໍຕາມນີ້ກໍ່ເປັນອີກປີໜຶ່ງທີ່ ຍັງຕ້ອງປະເຊີນກັບສິ່ງທ້າທາຍທົດສອບຫຼາຍດ້ານຕໍ່ໄປອີກ, ເຊິ່ງລັດຖະບານໄດ້ຮຽກຮ້ອງມາຍັງທົ່ວພັກ,…

ລາວ-ກຳປູເຈຍ ຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ຄັ້ງທີ III ປີ 2025

ໜັງສືພິມກອງທັບປະຊາຊົນລາວ ລາຍງານວ່າ: ວັນທີ 19 ພຶດສະພາ 2025 ນີ້  ທີ່ນະຄອນປາກເຊ ແຂວງຈໍາປາສັກ ລາວ-ກຳປູເຈຍກອງປະຊຸມ ຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ຄັ້ງທີ III ປີ 2025  ຝ່າຍລາວ ນຳໂດຍ ທ່ານ ພົນຕີ ວັນທອງ…

ສົມທີ່ຄິດສຸດທີ່ອ່າວ ເມືອງລາວຍຸກໃໝ່ ກ້າວໄປສູ່ປະເທດກຳລັງພັດທະນາ

ໂດຍ: ທິດກໍ່າ ນັບແຕ່ປີ 2025 ໄປຮອດປີ 2026 ສປປ ລາວເຮົາຈະມີຜົນສໍາເລັດ ແລະ ມີຜົນຮັບຈາກພາລະກິດສ້າງສາພັດທະນາປະເທດຊາດໃນຫລາຍດ້ານ. ໜຶ່ງໃນຜົນງານອັນຍິ່ງໃຫຍ່ທີ່ຈະມາເຖິງໃນປີ 2026 ກໍແມ່ນລາວເຮົາຈະໄດ້ອໍາລາຈາກສະຖານະພາບປະເທດດ້ອຍພັດທະນາໄປສູ່ປະເທດທີ່ມີທ່ວງທ່າການພັດທະນາຢ່າງເຕັມທີ່. ສ່ວນວ່າວັນເວລາການປະກາດຢ່າງເປັນທາງການນັ້ນກໍຍັງບໍ່ທັນຮູ້ວ່າແມ່ນກົງກັບວັນທີໃດເດືອນໃດ ແຕ່ກໍເຊື່ອແນ່ວ່າໃນປີ 2026 ລາວເຮົາຕ້ອງປະກາດລາອອກຈາກການເປັນປະເທດດ້ອຍພັດທະນາຢ່າງແນ່ນອນ. ອີງຕາມແຫລ່ງຂ່າວໃຫ້ຮູ້ວ່າ: ໃນວັນທີ 24…

ຫາລືສະເໜີແຂວງຫຼວງພະບາງຮັບລາງວັນ ຈຸດໝາຍປາຍທາງການທ່ອງທ່ຽວຈາກອົງການ Green Destination

ວັນທີ 15 ພຶດສະພາ 2025 ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມ ປຶກສາຫາລື-ແລກປ່ຽນ ໃນການສະເໜີແຂວງຫຼວງພະບາງ ຮັບລາງວັນຈຸດໝາຍປາຍທາງການທ່ອງທ່ຽວ ຈາກອົງການປາຍທາງສີຂຽວ (Green Destination), ມີທ່ານ ຊູວິດ ມິດຊອບ ຮອງຜູ້ອໍານວຍການອົງການບໍລິຫານພື້ນທີ່ພິເສດ ເພື່ອພັດທະນາການທ່ອງທ່ຽວແບບຍືນຍົງ ປະເທດໄທ, ທ່ານ ນາງ…

error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!