ອົງການ ການຢາ ເອີຣົບ ອະນຸຍາດໃຫ້ໃຊ້ວັກຊິນຕໍ່ໄວໜຸ່ມ

ອົງການ ການຢາ ເອີຣົບ ອະນຸຍາດໃຫ້ໃຊ້ວັກຊິນຕໍ່ໄວໜຸ່ມ - e59e8f2443 - ອົງການ ການຢາ ເອີຣົບ ອະນຸຍາດໃຫ້ໃຊ້ວັກຊິນຕໍ່ໄວໜຸ່ມ
ອົງການ ການຢາ ເອີຣົບ ອະນຸຍາດໃຫ້ໃຊ້ວັກຊິນຕໍ່ໄວໜຸ່ມ - kitchen vibe - ອົງການ ການຢາ ເອີຣົບ ອະນຸຍາດໃຫ້ໃຊ້ວັກຊິນຕໍ່ໄວໜຸ່ມ

ສຳນັກຂ່າວຕ່າງປະເທດ ລາຍງານຈາກ ປະເທດແບນຊິກ ເມື່ອວັນທີ 29 ພຶດສະພາວ່າ: ອົງການ ການຢາ ແຫ່ງສະຫະພາບ ເອີຣົບ (EMA) ໄດ້ອອກຖະແຫລງກ່ຽວກັບການຂະຫຍາຍຂອບເຂດໃນການນຳໃຊ້ເປັນກໍລະນີສຸກເສີນຂອງ ວັກຊິນປ້ອງກັນພະຍາດ ໂຄວິດ-19 ທີ່ຜະລິດໂດຍ ບໍລິສັດໄຟເຊີ ຂອງ ສ.ອາເມລິກາ ຮ່ວມກັບ ບໍລິສັດ ໄບໂອເອັນເທັກ ຂອງ ເຢຍລະມັນ ຕໍ່ປະຊາກອນທ່ີມີອາຍຸໃນລະຫວ່າງ 12-15 ປີ ຈາກເດີມທ່ີນຳໃຊ້ກັບຜູ້ທີ່ມີອາຍຸ 16 ປີຂື້ນໄປ.

ສ່ວນເງື່ອນໄຂອື່ນໆທ່ີສຳຄັນຍັງສືບຕໍ່ປະຕິບັດກໍຄື: ໄລຍະເວລາການສັກວັກຊິນ ລະຫວ່າງເຂັມທີ 1 ແລະ ເຂັມທີ 2 ໃຫ້ຫ່າງກັນຢ່າງໜ້ອຍ 3 ອາທິດ. ຢ່າງໃດກໍຕາມການຕັດສິນໃຈ ຂັ້ນສຸດທ້າຍວ່າຈະໃຫ້ເດັກນ້ອຍໄດ້ຮັບການສັກວັກຊິນ ຂອງໄຟເຊີ/ໄບໂອເອັນເທັກ ຫລືບໍໃຫ້ເປັນໄປຕາມການພິຈາລະນາ ຂອງ ລັດຖະບານ ສະມາຊິກ ສະຫະພາບ ເອີຣົບ (EU).

ອົງການ ການຢາ ເອີຣົບ ອະນຸຍາດໃຫ້ໃຊ້ວັກຊິນຕໍ່ໄວໜຸ່ມ - Visit Laos Visit SALANA BOUTIQUE HOTEL - ອົງການ ການຢາ ເອີຣົບ ອະນຸຍາດໃຫ້ໃຊ້ວັກຊິນຕໍ່ໄວໜຸ່ມ
ອົງການ ການຢາ ເອີຣົບ ອະນຸຍາດໃຫ້ໃຊ້ວັກຊິນຕໍ່ໄວໜຸ່ມ - 4 - ອົງການ ການຢາ ເອີຣົບ ອະນຸຍາດໃຫ້ໃຊ້ວັກຊິນຕໍ່ໄວໜຸ່ມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!