ເຈົ້າໜ້າທີ່ຖະແຫລງ ຜູ້ຖືກຄາຕະກຳຢູ່ໜອງໜ່ຽງ ອາດແມ່ນເກີດຈາກຂໍ້ຂັດແຍ້ງຜົນປະໂຫຍດສິ່ງຜິດກົດໝາຍ

ເຈົ້າໜ້າທີ່ຖະແຫລງ ຜູ້ຖືກຄາຕະກຳຢູ່ໜອງໜ່ຽງ ອາດແມ່ນເກີດຈາກຂໍ້ຂັດແຍ້ງຜົນປະໂຫຍດສິ່ງຜິດກົດໝາຍ - DSC00263 2 scaled e1630395960977 - ເຈົ້າໜ້າທີ່ຖະແຫລງ ຜູ້ຖືກຄາຕະກຳຢູ່ໜອງໜ່ຽງ ອາດແມ່ນເກີດຈາກຂໍ້ຂັດແຍ້ງຜົນປະໂຫຍດສິ່ງຜິດກົດໝາຍ
ເຈົ້າໜ້າທີ່ຖະແຫລງ ຜູ້ຖືກຄາຕະກຳຢູ່ໜອງໜ່ຽງ ອາດແມ່ນເກີດຈາກຂໍ້ຂັດແຍ້ງຜົນປະໂຫຍດສິ່ງຜິດກົດໝາຍ - kitchen vibe - ເຈົ້າໜ້າທີ່ຖະແຫລງ ຜູ້ຖືກຄາຕະກຳຢູ່ໜອງໜ່ຽງ ອາດແມ່ນເກີດຈາກຂໍ້ຂັດແຍ້ງຜົນປະໂຫຍດສິ່ງຜິດກົດໝາຍ

ວັນທີ 31 ສິງຫາ 2021 ນີ້, ທ່ານ ພັນໂທ ອຸບົນ ຈຸນລະມະນີ ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ຫົວໜ້າຫ້ອງຕຳຫລວດ ໄດ້ຖະແຫລງຂ່າວກ່ຽວກັບສະພາບເຫດການຄາຕະກໍາ ຢູ່ທາງເຂົ້າຮ້ານອາຫານ ຈິ່ມມີ້ ບ້ານ ໜອງໜ່ຽງ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ທີ່ເກີດຂຶ້ນໃນວັນທີ 29 ສິງຫາ 2021 ມານີ້ວ່າ: …

ພາຍຫລັງໄດ້ຮັບແຈ້ງເຫດ ເລື່ອງຄາດຕະກໍາ ເຈົ້າໜ້າທີ່ຈຶ່ງໄດ້ລົງກວດກາ ພົບເຫັນລົດເກັ໋ງຢູ່ ຮຸນໄດ ສີດໍາ ໝາຍເລກທະບຽນ ກສ 5577 ກໍາແພງນະຄອນ, ແວ່ນລົດດ້ານໜ້າລົດຄັນດັ່ງກ່າວແຕກ ແລະ ເປັນຮູຈໍານວນຫລາຍຮູ ແລະ ມີຜູ້ເສຍຊີວິດຢູ່ເບາະລົດເບື້ອງຄົນຂັບ. ເຈົ້າໜ້າທີ່ຈຶ່ງໄດ້ນໍາເອົາ ຊາກສົບຜູ້ເສຍຊີວິດອອກຈາກລົດເພື່ອທໍາການຊັນນະສູດ.ຂໍ້ມູນເບື້ອງຕົ້ນຂອງຜູ້ເສຍຊີວິດຊື່ທ້າວ ສຸກສາຄອນ ໄຊຍະຈັກ ຫຼື ບັອບບີ້ ອາຍຸ 26 ປີ, ວ່າງງານ, ຢູ່ບ້ານໂສກປ່າຫຼວງ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ, ໃນນັ້ນກໍພົບເຫັນວັດຖຸສິ່ງຂອງທີ່ຜິດກົດໝາຍທັງຢູ່ໃນຕົວ ແລະ ລົດຂອງຜູ້ເສຍຊີວິດຫຼາຍຢ່າງ ເຊັ່ນ:
ກະເປົາຮັດແອວສີດໍາ 1 ຫນ່ວຍ, ຢູ່ໃນກະເປົ໋າມີ: ລະເບີດໝາກຂຽບ 1 ຫນ່ວຍ, ຢາບ້າ 1 ຖົງນ້ອຍ, ຖົງໃສຜົງສີຂາວ 2 ຖົງນ້ອຍ, ລູກປືນ 29 ລູກ.

ເຈົ້າໜ້າທີ່ຖະແຫລງ ຜູ້ຖືກຄາຕະກຳຢູ່ໜອງໜ່ຽງ ອາດແມ່ນເກີດຈາກຂໍ້ຂັດແຍ້ງຜົນປະໂຫຍດສິ່ງຜິດກົດໝາຍ - Visit Laos Visit SALANA BOUTIQUE HOTEL - ເຈົ້າໜ້າທີ່ຖະແຫລງ ຜູ້ຖືກຄາຕະກຳຢູ່ໜອງໜ່ຽງ ອາດແມ່ນເກີດຈາກຂໍ້ຂັດແຍ້ງຜົນປະໂຫຍດສິ່ງຜິດກົດໝາຍ

ເຈົ້າໜ້າທີ່ຖະແຫລງ ຜູ້ຖືກຄາຕະກຳຢູ່ໜອງໜ່ຽງ ອາດແມ່ນເກີດຈາກຂໍ້ຂັດແຍ້ງຜົນປະໂຫຍດສິ່ງຜິດກົດໝາຍ - 240149797 384548523040719 958520791916584785 n 300x222 - ເຈົ້າໜ້າທີ່ຖະແຫລງ ຜູ້ຖືກຄາຕະກຳຢູ່ໜອງໜ່ຽງ ອາດແມ່ນເກີດຈາກຂໍ້ຂັດແຍ້ງຜົນປະໂຫຍດສິ່ງຜິດກົດໝາຍ

ກະເປົາພາຍສີນ້ຳຕານ 1 ຫນ່ວຍ, ຢູ່ໃນກະເປົ໋າມີ: ປືນສັ້ນຊະນິດ CF 1 ກະບອກພ້ອມແມັກມີລູກ ປືນ 13 ລູກ, ປືນສັ້ນຊະນິດ FNP9-17 ຈໍານວນ 1 ກະບອກ ພ້ອມແມັກມີລູກປືນ 15 ລູກ, ຢູ່ໃນຕາໂປຣລົດດ້ານຂວາພົບເຫັນຊອງສີເຫຼືອງ, ຢູ່ໃນຊອງມີ 3 ຖົງໃສບັນຈຸກ້ອນສີຂາວ, ມີຖົງນ້ອຍສີມ່ວງ 1 ຖົງ ແລະ ສີບົວ 1 ຖົງ ຊຶ່ງບັນຈຸເມັດສີບົວ.

ຕໍ່ກັບເຫດການທີ່ ທ້າວ ສຸກສາຄອນ ໄຊຍະຈັກ ຫຼື ບັອບບີ້ ທີ່ຖືກລອບຄາຕະກໍາໃນຄັ້ງນີ້ ອາດຈະເກີດຈາກການຂັດແຍ້ງຜົນປະໂຫຍດທາງດ້ານເສດຖະກິດ ຫລື ເກີດຈາກຄວາມຄຽດແຄ້ນຂອງກຸ່ມຕ່າງໆຊຶ່ງໃນໄລຍະຜ່ານມາຜູ້ກ່ຽວໄດ້ກໍ່ເຫດຄາຕະກໍາ ນາງ ສົມພອນ ວົງຄໍາສານ (ຍິງຊູ້) ຢູ່ເຮືອນຜູ້ກ່ຽວເອງ ບ້ານໂສກປ່າຫຼວງ, ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ ຂອງວັນທີ 16 ເມສາ 2021 ແລ້ວຜູ້ກ່ຽວກໍໄດ້ເອົາຕົວຫລົບໜີ ແລະ ຕໍ່ກັບຄະດີດັ່ງກ່າວກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ແມ່ນໄດ້ອອກຄໍາສັ່ງເປີດການສືບສວນ-ສອບສວນຕໍ່ທ້າວ ສຸກສາຄອນ ໄຊຍະຈັກ ບັອບບີ້ໃນສະຖານ: ການຕາຕະກໍາ (ຕາມຄໍາສັ່ງເປີດການສືບສວນ-ສອບສວນ ເລກທີ 2800/ປກສ.ນວ, ລົງວັນທີ 7 ພຶດສະພາ 2021) ແລະ ອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນກໍໄດ້ອອກຄໍາສັ່ງຈັບຕົວ ທ້າວ ສຸກສາຄອນ ບັອບບີ້ (ຕາມຄໍາສັ່ງຈັບຕົວ ເລກທີ 81/ອຍກ.ນວ, ລົງວັນທີ 26 ພຶດສະພາ 2021) ໃຫ້ເຈົ້າຫນ້າທີ່ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຊອກຈັບຕົວຜູ້ກ່ຽວມາດໍາເນີນຄະດີຕາມກົດໝາຍ.

ນອກຈາກການເຄື່ອນໄຫວກໍ່ການກະທໍາຜິດຂອງ ທ້າວ ສຸກສາຄອນ ໄຊຍະຈັກ ຫຼື ບັອບປີ້ (ຜູ້ເສຍຊີວິດ) ຜູ້ກ່ຽວກໍຍັງມີການເຄື່ອນໄຫວພົວພັນເຖິງບັນຫາການຄ້າຂາຍຢາເສບຕິດ ແລະ ຊື້ຂາຍອາວຸດເສິກ ແລະ ເຄື່ອນໄຫວກໍ່ການກະທໍາຜິດອີກຫຼາຍຄັ້ງ, ມີທັງການທໍາຮ້າຍຮ່າງກາຍດ້ວຍຮູບການໃຊ້ອາວຸດປືນຍິງໃສ່ຜູ້ອື່ນ, ການທໍາລາຍຊັບຜູ້ອື່ນດ້ວຍຮູບການໃຊ້ອາວຸດປືນຍິງໃສ່ລົດ, ຍິງໃສ່ເຮືອນຂອງປະຊາຊົນ ຊຶ່ງເປັນການສ້າງຄວາມເສຍ ຫາຍແກ່ຊີວິດ, ສຸຂະພາບ, ຊັບສິນຂອງບຸກຄົນອື່ນ, ເປັນການກະທໍາທີ່ກໍ່ຄວາມບໍ່ສະຫງົບໃນສັງຄົມ.

ປັດຈຸບັນຍັງສືບຕໍ່ຊັນນະສູດ ເພື່ອເກັບກໍາຂໍ້ມູນຫລັກຖານເພີ່ມເຕີມ ເພື່ອລວບລວມບັນດາຂໍ້ມູນຕ່າງໆກ່ຽວກັບບັນດາກຸ່ມເປົ້າໝາຍທີ່ ທ້າວ ສຸກສາຄອນ ໄຊຍະຈັກມີສ່ວນຮ່ວມໃນການຄ້າຂາຍຢາເສບຕິດ, ການຊື້ຂາຍອາວຸດເສິກ ແລະ ບັນຫາຂໍ້ຂັດແຍ້ງ ອື່ນໆໃນໄລຍະຜ່ານມາ, ຊຶ່ງຕໍ່ກັບບັນຫາດັ່ງກ່າວເຈົ້າຫນ້າທີ່ພວກເຮົາຈະດໍາເນີນການພາຍຫລັງຂໍ້ມູນກະຈ່າງແຈ້ງ ແລະ ດໍາເນີນ ການແກ້ໄຂ ຈຶ່ງຈະລາຍງານໃຫ້ສັງຄົມຮັບຊາບຕາມພາຍຫຼັງ.

ເຈົ້າໜ້າທີ່ຖະແຫລງ ຜູ້ຖືກຄາຕະກຳຢູ່ໜອງໜ່ຽງ ອາດແມ່ນເກີດຈາກຂໍ້ຂັດແຍ້ງຜົນປະໂຫຍດສິ່ງຜິດກົດໝາຍ - 5 - ເຈົ້າໜ້າທີ່ຖະແຫລງ ຜູ້ຖືກຄາຕະກຳຢູ່ໜອງໜ່ຽງ ອາດແມ່ນເກີດຈາກຂໍ້ຂັດແຍ້ງຜົນປະໂຫຍດສິ່ງຜິດກົດໝາຍ
ເຈົ້າໜ້າທີ່ຖະແຫລງ ຜູ້ຖືກຄາຕະກຳຢູ່ໜອງໜ່ຽງ ອາດແມ່ນເກີດຈາກຂໍ້ຂັດແຍ້ງຜົນປະໂຫຍດສິ່ງຜິດກົດໝາຍ - 3 - ເຈົ້າໜ້າທີ່ຖະແຫລງ ຜູ້ຖືກຄາຕະກຳຢູ່ໜອງໜ່ຽງ ອາດແມ່ນເກີດຈາກຂໍ້ຂັດແຍ້ງຜົນປະໂຫຍດສິ່ງຜິດກົດໝາຍ
ເຈົ້າໜ້າທີ່ຖະແຫລງ ຜູ້ຖືກຄາຕະກຳຢູ່ໜອງໜ່ຽງ ອາດແມ່ນເກີດຈາກຂໍ້ຂັດແຍ້ງຜົນປະໂຫຍດສິ່ງຜິດກົດໝາຍ - 4 - ເຈົ້າໜ້າທີ່ຖະແຫລງ ຜູ້ຖືກຄາຕະກຳຢູ່ໜອງໜ່ຽງ ອາດແມ່ນເກີດຈາກຂໍ້ຂັດແຍ້ງຜົນປະໂຫຍດສິ່ງຜິດກົດໝາຍ