ສາທາ ອະນຸຍາດໃຫ້ໂຮງໝໍເອກະຊົນ ສາມາດກວດຫາເຊື້ອໂຄວິດ ແລະ ອອກໃບຢັ້ງຢືນໄດ້

ສາທາ ອະນຸຍາດໃຫ້ໂຮງໝໍເອກະຊົນ ສາມາດກວດຫາເຊື້ອໂຄວິດ ແລະ ອອກໃບຢັ້ງຢືນໄດ້ - CT RCT - ສາທາ ອະນຸຍາດໃຫ້ໂຮງໝໍເອກະຊົນ ສາມາດກວດຫາເຊື້ອໂຄວິດ ແລະ ອອກໃບຢັ້ງຢືນໄດ້
ສາທາ ອະນຸຍາດໃຫ້ໂຮງໝໍເອກະຊົນ ສາມາດກວດຫາເຊື້ອໂຄວິດ ແລະ ອອກໃບຢັ້ງຢືນໄດ້ - kitchen vibe - ສາທາ ອະນຸຍາດໃຫ້ໂຮງໝໍເອກະຊົນ ສາມາດກວດຫາເຊື້ອໂຄວິດ ແລະ ອອກໃບຢັ້ງຢືນໄດ້

ການເປີດເຂດທ່ອງທ່ຽວສີຂຽວ ເພື່ອການທ່ອງທ່ຽວທີ່ປອດໄພ ຈາກພະຍາດໂຄວິດ-19 ຢູ່ ສປປ ລາວ ໄດ້ແບ່ງຄວາມຮັບຜິດຊອບການຈັດຕັ້ງປະຕິບັດແຜນປະຕິບັດວຽກງານໃຫ້ແຕ່ລະພາກສ່ວນ ຕາມມາດຕາ 2 ຂອງຂໍ້ຕົກລົງເລກທີ4887/ສພກ ລົງວັນທີ 29/11/2021 ວ່າດ້ວຍການຮັບຮອງເອົາແຜນປະຕິບັດງານຕົວຈິງ ແລະ ໃນສ່ວນຄວາມຮັບຜິດຊອບຂອງກະຊວງສາທາລະນະສຸກນັ້ນ ໃນມາດຕາ 2.1ໄດ້ລະບຸໄວ້ວ່າ: ກະຊວງສາທາລະນະສຸກ ຮັບຜິດຊອບຈັດບູລິມະສິດການສັກວັກຊີນ ໃຫ້ພະນັກງານທີ່ໃຫ້ບໍລິການຢູ່ເຂດທ່ອງທ່ຽວສີຂຽວ ແລະ ພະນັກງານຂອງບໍລິສັດນໍາທ່ຽວ, ການກັ່ນຕອງສຸຂະພາບຢູ່ສະໜາມບິນ, RT-PCR ເວລາເຂົ້າມາ ສປປ ລາວ ພ້ອມທັງອອກໃບຢັ້ງຢືນການກວດ RT-PCR.

ໃນມາດຕາດັ່ງກ່າວຍັງອະນຸຍາດໃຫ້ໂຮງໝໍເອກະຊົນທີ່ໄດ້ຮັບອະນຸຍາດຈາກກະຊວງສາທາລະນະສຸກແລ້ວ ສາມາດກວດຫາເຊື້ອໂຄວິດ-19 ດ້ວຍເຄື່ອງກວດ RT-PCR ແລະ ອອກໃບຢັ້ງຢືນ RT-PCR ໂດຍການອອກໃບຢັ້ງຢືນຈາກອົງການກ່ຽວຂ້ອງຂອງລັດເພື່ອເພີ່ມຄວາມສາມາດກວດໃຫ້ໄວ ແລະ ຫລຸດ ຜ່ອນເວລາລໍຖ້າ. ກໍານົດລະບຽບການສຸກເສີນສໍາລັບຫົວໜ່ວຍທຸລະກິດ ຫລື ນັກທ່ອງທ່ຽວທີ່ຕິດເຊື້ອພະ ຍາດໂຄວິດ-19 ແລະ ອະນຸຍາດການກວດຂອງຫ້ອງທົດລອງເອກກະຊົນ, ກໍານົດຂັ້ນຕອນການກວດ, ຄາດຄະເນຄວາມສາມາດຂອງການກວດ, ລາຄາບໍລິການ, ການຢັ້ງຢືນຜົນກວດຮ່ວມກັບການຢັ້ງຢືນຈາກພາກລັດ.

ສາທາ ອະນຸຍາດໃຫ້ໂຮງໝໍເອກະຊົນ ສາມາດກວດຫາເຊື້ອໂຄວິດ ແລະ ອອກໃບຢັ້ງຢືນໄດ້ - Visit Laos Visit SALANA BOUTIQUE HOTEL - ສາທາ ອະນຸຍາດໃຫ້ໂຮງໝໍເອກະຊົນ ສາມາດກວດຫາເຊື້ອໂຄວິດ ແລະ ອອກໃບຢັ້ງຢືນໄດ້
ສາທາ ອະນຸຍາດໃຫ້ໂຮງໝໍເອກະຊົນ ສາມາດກວດຫາເຊື້ອໂຄວິດ ແລະ ອອກໃບຢັ້ງຢືນໄດ້ - 3 - ສາທາ ອະນຸຍາດໃຫ້ໂຮງໝໍເອກະຊົນ ສາມາດກວດຫາເຊື້ອໂຄວິດ ແລະ ອອກໃບຢັ້ງຢືນໄດ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!