ອາຊີບ ແລະ ທຸລະກິດ ທີ່ລັດຖະບານສະຫງວນໄວ້ໃຫ້ສະເພາະ “ຄົນລາວ” ເທົ່ານັ້ນ
December 28, 2021 - 10:32 AM


ເພື່ອຮັກສາບາງປະເພດທຸລະກິດທີ່ມີຄວາມສຳຄັນ ແລະ ຈຳເປັນສຳລັບປະຊາຊົນລາວບັນດາເຜົ່າ ໃນການປະກອບທຸລະກິດ ສ້າງວຽກເຮັດງານທຳ ສ້າງລາຍໄດ້ໃຫ້ມີຄວາມໝັ້ນຄົງ ແລະ ແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການເລກທີ 1328/ອຄ.ທຄວ ລົງວັນທີ 13 ກໍລະກົດ 2015 ໂດຍລະບຸບັນຊີປະເພດທຸລະກິດສະຫງວນໄວ້ສຳລັບພົນລະເມືອງລາວ (ສະບັບປັບປຸງ / ຄໍ 02-2015) ດັ່ງນີ້
- ຂະແໜງກະສິກຳ, ປ່າໄມ້ ແລະ ການປະມົງ:
ການເກັບເຄື່ອງປ່າຂອງດົງ ຫຼື ພືດຜົນຈາກປ່າໄມ້ (ສຳລັບ ISIC ນີ້ແມ່ນສະຫງວນສະເພາະທຸລະກິດການຂຸດຄົ້ນຊັບພະຍາກອນທຳມະຊາດທີ່ເປັນຢາ)
- ຂະແໜງອຸດສາຫະກຳປຸງແຕ່ງ
- ການຕໍ່າແຜ່ນແພ (ສຳລັບ ISIC ນີ້ແມ່ນສະຫງວນສະເພາະການຕໍ່າຫູກ ລວມທັງການອອກແບບ, ການເກັບ ການຈົກລວດລາຍ ແລະ ການມັດໝີ່ແບບພື້ນເມືອງລາວ)
- ການຖັກ ແລະ ແສ່ວຜ້າແພ (ສຳລັບ ISIC ນີ້ແມ່ນສະຫງວນສະເພາະການຖັກແສ່ວຜ້າໄໝລາວທີ່ມີລວດລາຍສິລະປະບູຮານຂອງຊົນເຜົ່າຕ່າງໆທີ່ເປັນເອກະລັກ)
- ການຜະລິດ ຜະລິດຕະພັນອື່ນຈາກໄມ້, ການຜະລິດເຄື່ອງໃຊ້ຈາກຫວາຍ, ເຟືອງ ແລະ ວັດຖຸຈັກສານ (ສຳລັັບ ISIC ນີ້ແມ່ນສະຫງວນສະເພາະໂຮງງານປຸງແຕ່ງໄມ້ຂະໜາດນ້ອຍແບບຄອບຄົວ ແລະ ການເຮັດທຸລະກິດສະເພາະກ່ຽວກັບການແກະສະຫຼັກໄມ້ ແລະ ການຈັກສານອື່ນໆທີ່ມີລວດລາຍສິລະປະບູຮານຂອງຊົນເຜົ່າຕ່າງໆທີ່ເປັນເອກະລັກ)
- ການເຄື່ອນໄຫວບໍລິການກ່ຽວກັບການພິມ (ສຳລັບ ISIC ນີ້ແມ່ນສະຫງວນສະເພາະວຽກງານພາບພິມ)
- ການຜະລິດຕະພັນເຄື່ອງປັ້ນດິນເຜົາ ແລະ ຖ້ວຍຊາມທີ່ເປັນກະເບື້ອງອື່ນໆ (ສຳລັບ ISIC ນີ້ແມ່ນສະຫງວນການເຮັດທຸລະກິດສະເພາະກ່ຽວກັບການຜະລິດເຄື່ອງປັ້ນດິນເຜົາແບບຫັດຖະກຳພື້ນເມືອງລາວ ແລະ ລວດລາຍສິລະປະບູຮານຂອງຊົນເຜົ່າຕ່າງໆທີ່ເປັນເອກະລັກ)
- ການຜະລິດເຄື່ອງເອ້ປະດັບ ແລະ ສິ້ນສ່ວນປະກອບເຄື່ອງເອ້ປະດັບ (ສຳລັບ ISIC ນີ້ແມ່ນສະຫງວນການເຮັດທຸລະກິດສະເພາະກ່ຽວກັບການຜະລິດແບບຫັດຖະກຳພື້ນເມືອງລາວ ແລະ ລວດລາຍສິລະປະບູຮານຂອງຊົນເຜົ່າຕ່າງໆທີ່ເປັນເອກະລັກ
- ການຜະລິດເຄື່ອງເອ້ທຽມ ແລະ ສິ້ນສ່ວນປະກອບ (ສຳລັບ ISIC ນີ້ແມ່ນສະຫງວນການເຮັດທຸລະກິດສະເພາະກ່ຽວກັບການຜະລິດແບບຫັດຖະກຳພື້ນເມືອງລາວ ແລະ ລວດລາຍສິລະປະບູຮານຂອງຊົນເຜົ່າຕ່າງໆທີ່ເປັນເອກະລັກ
- ຂະແໜງການສະໜອງໄຟຟ້າ, ອາຍແກັສ, ອາຍຮ້ອນ ແລະ ອາກາດປັບແຕ່ງ
- ການຜະລິດ, ຖ່າຍກຳລັງ ແລະ ແຈກຈ່າຍກະແສໄຟຟ້າ (ສຳລັບ ISIC ນີ້ແມ່ນສະຫງວນສະເພາະການດຳເນີນທຸລະກິດໂຄງການໄຟຟ້ານໍ້າຕົກໃນ ສປປ.ລາວ ທີ່ມີກຳລັງຕິດຕັ້ງ 15 ເມກາວັດລົງມາໃນຮູບແບບບໍ່ມີການສຳປະທານໂຄງການ)
- ຂະແໜງການກໍ່ສ້າງ
- ການຕິດຕັ້ງໄຟຟ້າ (ສຳລັບ ISIC ນີ້ແມ່ນສະຫງວນການເຮັດທຸລະກິດສະເພາະການບໍລິການຕິດຕັ້ງລະບົບໄຟຟ້າພາຍໃນອາຄານ)
- ການຕິດຕັ້ງທໍ່ສົ່ງນໍ້າ, ຕິດຕັ້ງເຄື່ອງເຮັດຄວາມຮ້ອນ ແລະ ເຄື່ອງປັບອາກາດ (ສຳລັບ ISIC ນີ້ແມ່ນສະຫງວນການເຮັດທຸລະກິດສະເພາະກ່ຽວກັບການວາງທໍ່ນໍ້າປະປາໃນຕົວເມືອງ, ການຕິດຕັ້ງລະບົບນໍ້າປະປາ ແລະ ຕິດຕັ້ງລະບົບປັບອາກາດໃນອາຄານ)
- ຂະແໜງການຄ້າຂາຍຍົກ ແລະ ຂາຍຍ່ອຍ; ສ້ອມແປງລົດຍົນ ແລະ ລົດຈັກ
- ການຄ້າຂາຍຍົກທີ່ບໍ່ເປັນອັນສະເພາະ (ໝາຍເຖິງທຸລະກິດການຂາຍຍົກທີ່ໃຊ້ທຶນຈົດທະບຽນຕໍ່າກວ່າ 4 ຕື້ກີບລົງມາ)
- ການຂາຍຍ່ອຍອື່ນໆຕາມຮ້ານທົ່ວໄປ (ໝາຍເຖິງທຸລະກິດການຄ້າຂາຍຍ່ອຍທີ່ໃຊ້ທຶນຈົດທະບຽນຕໍ່າກວ່າ 4 ຕື້ກີບລົງມາ)
- ຂະແໜງການຂົນສົ່ງ ແລະ ສາງສິນຄ້າ
- ຂົນສົ່ງໂດຍສານທາງບົກພາຍໃນຕົວເມືອງ ຫຼື ແຖບຊານເມືອງ
- ການຂົນສົ່ງໂດຍສານທາງບົກອື່ນໆ (ຍົກເວັ້ນທຸລະກິດການບໍລິການລົດແທັກຊີມີເຕີ)
- ການເຄື່ອນໄຫວບໍລິການປະຈຳວັນໃຫ້ການຂົນສົ່ງທາງບົກ (ສຳລັບ ISIC ນີ້ແມ່ນສະຫງວນສະເພາະກິດຈະການກ່ຽວກັບສະຖານີລົດຂົນສົ່ງໂດຍສານ
- ຂະແໜງການເຄື່ອນໄຫວດ້ານທີ່ພັກເຊົາ ແລະ ບໍລິການອາຫານ
- ການເຄື່ອນໄຫວໃຫ້ທີ່ພັກເຊົາໄລຍະສັ້ນ (ສຳລັບ ISIC ນີ້ແມ່ນສະຫງວນສະເພາະທຸລະກິດເຮືອນພັກ, ຣີສອດ,ໂຮງແຮມ ລະດັບສາມດາວລົງມາ)
- ຂະແໜງການດ້ານຂໍ້ມູນຂ່າວສານ ແລະ ການຕິດຕໍ່ສື່ສານ
- ການພິມຂ່າວສານໜັງສືພິມ, ບົດຄວາມ ແລະ ວາລະສານ
- ການເຄື່ອນໄຫວດ້ານການພິມອື່ນໆ (ສຳລັບ ISIC ນີ້ແມ່ນສະຫງວນສະເພາະທຸລະກິດການສ້າງຕັ້ງສຳນັກພິມຕ່າງໆ)
- ການເຄື່ອນໄຫວຈັດພິມບົດເພັງ ແລະ ບັນທຶກສຽງ
- ການອອກອາກາດທາງວິທະຍຸ (ສຳລັບ ISIC ນີ້ແມ່ນສະຫງວນສະເພາະທຸລະກິດການສ້າງຕັ້ງສະຖານີວິທະຍຸຢູ່ຊຸມຊົນ)
- ການອອກອາກາດທາງໂທລະພາບ (ສຳລັບ ISIC ນີ້ແມ່ນສະຫງວນສະເພາະທຸລະກິດການສ້າງຕັ້ງສະຖານີໂທລະພາບຢູ່ຊຸມຊົນ)
- ຂະແໜງການເຄື່ອນໄຫວດ້ານການເງິນ ແລະ ການປະກັນໄພ
- ຄັງເງິນ, ກອງທຶນ ແລະ ກົງຈັກການເງິນອື່ນໆ (ສຳລັບ ISIC ນີ້ແມ່ນສະຫງວນສະເພາະສ້າງຕັ້ງຄັງເງິນ, ການສ້າງສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ, ສ້າງຕັ້ງສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ)
- ການໃຫ້ສິນເຊື່ອກູ້ຢືມອື່ນໆ (ສຳລັບ ISIC ນີ້ແມ່ນສະຫງວນສະເພາະທຸລະກິດໂຮງຊວດຈຳ)
- ຂະແໜງການເຄື່ອນໄຫວດ້ານສາຍອາຊີບ, ວິທະຍາສາດ ແລະ ເຕັກນິກ
- ການເຄື່ອນໄຫວດ້ານສະຖາປັດຕະຍະກຳ ແລະ ວິສະວະກຳ ແລະ ການໃຫ້ຄຳປຶກສາດ້ານເຕັກນິກທີ່ກ່ຽວຂ້ອງ (ສຳລັບ ISIC ນີ້ແມ່ນສະຫງວນການເຮັດທຸລະກິດສະເພາະກ່ຽວກັບກິດຈະການໃຫ້ຄຳປຶກສາດ້ານການສຳຫຼວດ, ອອກແບບ, ກໍ່ສ້າງ ແລະ ຕິດຕັ້ງດ້ານສະຖາປັດຕະຍະກຳ, ວິສະວະກຳລາວທີ່ຕິດພັນທາງດ້ານປະຫວັດສາດ, ທຳມະຊາດ ແລະ ວັດທະນະທຳ ແລະ ການອອກແບບ, ກໍ່ສ້າງ ແລະ ຕິດຕັ້ງຕາຂ່າຍໄຟຟ້າແຮງດັນກາງແຕ່ 22KV – 35 KV ແລະ ຕໍ່າກວ່າ 0.4 KV)
- ການເຄື່ອນໄຫວດ້ານສາຍວິຊາຊີບ, ວິທະຍາສາດ ແລະ ເຕັກນິກອື່ນໆ ທີ່ບໍ່ທັນຈັດເຂົ້າບ່ອນໃດ (ສຳລັບ ISIC ນີ້ແມ່ນສະຫງວນການເຮັດທຸລະກິດສະເພາະກ່ຽວກັບກິດຈະການການແປພາສາລາວ)
- ຂະແໜງການເຄື່ອນໄຫວບໍລິການສະໜັບສະໜູນ ແລະ ຄຸ້ມຄອງບໍລິຫານ
- ການເຄື່ອນໄຫວຂອງອົງການຈັດຫາງານ (ທຸລະກິດບໍລິການຈັດຫາງານ)
- ການເຄື່ອນໄຫວບໍລິການຕ້ອນຮັບອື່ນໆ (ສຳລັບ ISIC ນີ້ແມ່ນສະຫງວນທ່ອງທ່ຽວພື້ນທີ່ສະເພາະໃດໜຶ່ງ)
- ອະນາໄມຮັກສາຄວາມສະອາດຕຶກອາຄານທົ່ວໄປ
- ຂະແໜງການສຶກສາ
- ການສຶກສາດ້ານເຕັກນິກ ແລະ ວິຊາຊີບ (ທຸລະກິດພັດທະນາສີມືແຮງງານ, ຍົກເວັ້ນໂຮງຮຽນຕິກນິກ-ວິຊາຊີບ,ວິທາຍາໄລເຕັກນິກເພາະເປັນການສົ່ງເສີມຕາມຮູບການສຶກສາແຫ່ງຊາດໄລຍະ 2 ແຕ່ 2011-2015)
- ການສຶກສາດ້ານອື່ນໆທີ່ບໍ່ທັນຈັດເຂົ້າບ່ອນໃດ (ສຳລັບ ISIC ນີ້ແມ່ນສະຫງວນສະເພາະທຸລະກິດສອນພາສາລາວໃຫ້ຄົນຕ່າງປະເທດ)
- ຂະແໜງການເຄື່ອນໄຫວກ່ຽວກັບສຸຂະພາບມະນຸດ ແລະ ວຽກງານທາງສັງຄົມ
- ການເຄື່ອນໄຫວກ່ຽວກັບສຸຂະພາບມະນຸດອື່ນໆ (ສຳລັບ ISIC ນີ້ສະຫງວນສະເພາະຫ້ອງກວດພະຍາດເອກະຊົນແຕ່ລະປະເພດ, ແຕ່ລະລັກສະນະ ແລະ ແຕ່ລະຂັ້ນໃນຂອບເຂດທົ່ວປະເທດ)
- ຂະແໜງການເຄື່ອນໄຫວບໍລິການອື່ນໆ
- ທຸລະກິດສ້ອມແປງເກີບ ແລະ ເຄື່ອງໜັງ
- ບໍລິການຊັກປຽກ, ຊັກແຫ້ງປະເພດແຜ່ນແພ ແລະ ຜະລິດຕະພັນຂົນສັດ
- ບໍລິການຕັດຜົມ ແລະ ເສີມສວຍ (ທີ່ບໍ່ແມ່ນສັນຍະກຳ)
- ບໍລິການຈັດງານປົງສົບ ແລະ ກິດຈະການທີ່ກ່ຽວພັນ
- ວຽກປະດັບປະດາສະຖານທີ່ຕ່າງໆ (ສຳລັບ ISIC ນີ້ແມ່ນສະຫງວນການເຮັດທຸລະກິດສະເພາະກ່ຽວກັບກິດຈະການທີ່ຕິດພັນກັບວຽກປະດັບປະດາສະຖານທີ່ ແລະ ກິດຈະການກ່ຽວກັບການຕິດຕັ້ງໄຟ, ແສງ, ສີ ແລະ ສຽງ)