ແມນຊິຕີ ກຽມປ່ອຍ ສະເຕີຣິງ ຈາກທີມ ກ່ອນຈະເສຍນັກເຕະໄປລ້າໆ

ແມນຊິຕີ ກຽມປ່ອຍ ສະເຕີຣິງ ຈາກທີມ ກ່ອນຈະເສຍນັກເຕະໄປລ້າໆ - dFQROr7oWzulq5Fa4MLxIgYqVIKpEAqGnt1W8NEQlGD6051KlK0ThCtPCAK79nDDGSo - ແມນຊິຕີ ກຽມປ່ອຍ ສະເຕີຣິງ ຈາກທີມ ກ່ອນຈະເສຍນັກເຕະໄປລ້າໆ
ແມນຊິຕີ ກຽມປ່ອຍ ສະເຕີຣິງ ຈາກທີມ ກ່ອນຈະເສຍນັກເຕະໄປລ້າໆ - kitchen vibe - ແມນຊິຕີ ກຽມປ່ອຍ ສະເຕີຣິງ ຈາກທີມ ກ່ອນຈະເສຍນັກເຕະໄປລ້າໆ

ແມນຊິຕີ ກຽມປ່ອຍ ສະເຕີຣິງ ຈາກທີມ ກ່ອນຈະເສຍນັກເຕະໄປລ້າໆ - dFQROr7oWzulq5Fa4MLxIgYqVIKpEAqGnt1W8NEQlGD6051KlK0ThCtPCAK79nDDGSo - ແມນຊິຕີ ກຽມປ່ອຍ ສະເຕີຣິງ ຈາກທີມ ກ່ອນຈະເສຍນັກເຕະໄປລ້າໆ

ແມນເຊສເຕີ ຊິຕີ ເລີ່ມຫມົດຄວາມອົດທົນກັບກອງຫນ້າຕົວເກ່ັງຊາວອັງກິດ ອາດຕັດສິນໃຈປ່ອຍພົ້ນທີມໃນລະດູການນີ້ ຫລັງນັກເຕະບໍ່ຍອມໃຫ້ຄວາມຈະແຈ້ງກ່ຽວກັບສັນຍາສະບັບໃຫມ່.

ແມນຊິຕີ ກຽມປ່ອຍ ສະເຕີຣິງ ຈາກທີມ ກ່ອນຈະເສຍນັກເຕະໄປລ້າໆ - Visit Laos Visit SALANA BOUTIQUE HOTEL - ແມນຊິຕີ ກຽມປ່ອຍ ສະເຕີຣິງ ຈາກທີມ ກ່ອນຈະເສຍນັກເຕະໄປລ້າໆ

ຣາຮິມ ສະເຕີຣິງ ເຫລືອສັນຍາກັບ ແມນຊິຕີ ອີກພຽງ 18 ເດືອນເທົ່ານັ້ນ ແຕ່ນັກເຕະ ແລະ ໂຕແທນ ຊຳ້ພັດບໍ່ຍັງບໍ່ຮູ້ຮ້ອນຮູ້ຫນາວ ເຮັດເສີຍບໍ່ຍອມຮັບຂໍ້ສະເຫນີໃດໆ ທີ່ຕົ້ນສັງກັດຍື່ນໃຫ້ພິຈາລະນາໃນຕອນນີ້ ທ່າມກາງຂ່າວລືກັບສະໂມສອນຊັ້ນນຳຂອງຢູໂຣບຢ່າງ ບາເຊໂລນາ.

ເຮັດໃຫ້ຫລ້າສຸດ ເດລີ ເມລ ສື່ຊື່ດັງຂອງອັງກິດລະບຸວ່າ ຜູ້ບໍລິຫານຂອງ ແມນ ຊິຕີ ກຽມຕັດສິນໃຈຂັ້ນເດັດຂາດກັບກອງຫນ້າອາຍຸ 27 ປີຄົນນີ້ ຫາກຍັງບໍ່ຍອມຕໍ່ສັນຍາສະບັບໃຫມ່ ດ້ວຍການຍອມປ່ອຍອອກໃນໄລຍະລະດູການນີ້ໃນທັນທີ ກ່ອນຈະເສຍໄປແບບລ້າໆໃນປີ 2023,

ຂະນະທີ່ ສະເຕີຣິງ ເຄີຍໃຫ້ສຳພາດກັບສື່ກ່ອນຫນ້ານີ້ວ່າ ອາດຍ້າຍທີມໄປຫາຄວາມທ້າທາຍໃຫມ່ໆໃນຕ່າງໃນອະນາຄົດມໍ່ໆນີ້ ໂດຍສະເພາະໃນລີກຂອງຝຣັ່ງ ແລະ ສະເປນ ເຊິ່ງເປັນ 2 ປະເທດທີ່ລາວມັກເປັນພິເສດ.

ສຳລັບ ຣາຮິມ ສະເຕີຣິງ ລົງສະຫນາມໃຫ້ກັບ ແມນເຊສເຕີ ຊິຕີ ໄປແລ້ວ 27 ນັດຈາກທຸກລາຍການໃນລະດູການນີ້ ແລະ ຍິງໄປ 9 ປະຕູ ກັບອີກ 3 ແອສຊິສ.

ແມນຊິຕີ ກຽມປ່ອຍ ສະເຕີຣິງ ຈາກທີມ ກ່ອນຈະເສຍນັກເຕະໄປລ້າໆ - 4 - ແມນຊິຕີ ກຽມປ່ອຍ ສະເຕີຣິງ ຈາກທີມ ກ່ອນຈະເສຍນັກເຕະໄປລ້າໆ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!