ຣັດເຊຍປະກາດຖອນຕົວ ຈາກສະຖານີອະວະກາດນາໆຊາດ ກຽມສ້າງສະຖານີແຫ່ງໃໝ່ຂຶ້ນເອງ
July 27, 2022 - 11:16 AM

ໜ່ວຍງານອະວະກາດຣັດເຊຍແຈ້ງທ່ານ ປູຕິນ ເຖິງແຜນຈະຍົກເລີກການເປັນສະມາຊິກຂອງສະຖານີອະວະກາດນາໆຊາດໃນອີກ 2 ປີຕໍ່ໜ້າ.
ທ່ານ ຢູຣິ ບໍຣິຊອບ ຜູ້ອຳນວຍການຄົນໃໝ່ຂອງ Roscosmos ໜ່ວຍງານດ້ານກິດຈະການອະວະກາດຣັດເຊຍ ປະກາດກຽມຢຸດການຮ່ວມມືໃນໂຄງການສະຖານີອະວະກາດນາໆຊາດ (ISS) ຫລັງປີ 2024 ແລະ ຫັນມາເລັ່ງໃສ່ການສ້າງສະຖານີອະວະກາດຂອງຕົນເອງ.
ໂດຍທ່ານ ບໍຣິຊອບ ໄດ້ແຈ້ງຕໍ່ປະທານາທິບໍດີ ວະລາດິເມຍ ປູຕິນ ຂອງຣັດເຊຍ ເຖິງການຕັດສິນໃຈດັ່ງກ່າວແລ້ວໃນວັນທີ 26 ກໍລະກົດ 2022 ເຊິ່ງທາງປະທານາທິບໍດີເອງໄດ້ໃຫ້ການສະໜັບສະໜູນເປັນຢ່າງດີ.
ຂະນະທີ່ອົງການສຳຫລວດອະວະກາດຂອງອາເມລິກາ (NASA) ເຜີຍວ່າ: ໄດ້ຮັບຮູ້ເຖິງຄວາມເຫັນດັ່ງກ່າວຜ່ານສື່ແລ້ວ, ແຕ່ປັດຈຸບັນຍັງບໍ່ໄດ້ຮັບການແຈ້ງເຕືອນຢ່າງເປັນທາງການຈາກຣັດເຊຍ.
ອ້າງອີງ: