ບຸນປີໃໝ່ລາວ

- kitchen vibe - ບຸນປີໃໝ່ລາວ

- DSC 2278 300x201 - ບຸນປີໃໝ່ລາວ

ຕາມຮີດຂອງຄົນລາວຊາວພຸດເຮົາ ເຊິ່ງໃນທຸກໆປີ ເມື່ອຮອດ ເດືອນຫ້າລາວແລ້ວເພິ່ນກໍເລີ່ມ ເຮັດບຸນປີໃໝ່, ເປັນບຸນທີ່ເຮັດຕາມ ຄວາມເຊື່ອ ແລະ ຕາມຕໍາລາ ຂອງໂຫລາສາດ, ແຕ່ວິທີເຮັດ ບຸນນີ້ມີລັກສະນະເຈືອປົນກັນລະຫວ່າງສາດສະໜາພາມ ແລະ ສາດສະໜາພຸດ ເຊິ່ງໄດ້ມີມູນເຫດ ມາຈາກເລື່ອງນາງທິດາທັງ   ເຈັດໄດ້ຜັດປ່ຽນກັນມາແຫ່ກະ ສຽນຂອງທ້າວກະບິນລະພົນ ຜູ້ເປັນພໍ່ມາຫົດສົງຕາມຄໍາສັ່ງ ຂອງພໍ່ກ່ອນຖືກທ້າວທໍາມະບານກຸມານຕັດຄໍ ຕາມການພະນັນສັນ ຍາແຂ່ງຂັນຄວາມຮູ້ເລື່ອງສີລິ ຂອງຄົນເຮົາ ເຊິ່ງບຸນນີ້ສ່ວນຫຼາຍ ມັກຈະເລີ່ມໃນວັນທີ 13,  14 ແລະວັນທີ 15 ເປັນວັນຖະເຫລີງ ສົກຂຶ້ນສັກກະລາດໃໝ່ ແຕ່ໃນ ປີໃດຫາກເປັນແປດສອງຫົນກໍ ຈະມີວັນເນົາສອງວັນ ຄືວັນຖະ ເຫລິງສົກຈະເປັນວັນທີ 16 ເມ ສາ. ສໍາລັບປີ 2017 ປີນີ້, ກຸດສົງ ການປີໃໝ່ລາວແມ່ນຈະເລີ່ມມື້ ວັນທີ 14 ເມສາ ເຊິ່ງກົງກັບມື້ ແຮມ 3 ຄໍ່າເດືອນ5ລາວຫາວັນ    ທີ 16 ເມສາເປັນມື້ສັງຂານຂຶ້ນ ເຊິ່ງກົງກັບມື້ ແຮມ 5 ຄໍ່າເດືອນ 5ລາວ. ໃນປະເພນີບຸຸນປີໃໝ່ລາວ  ນີ້ ກໍຈະມີກິດຈະກໍາຕ່າງໆຢ່າງ ລາກຫລາຍເຊັນ: ສົງນໍ້າພະພຸຸດ ທະຮູບ, ສົງນໍ້າພະສົງ, ສົງນໍ້າ ຜູ້ເຖົ້າຜູ້ແກ່ ເພື່ອສະແດງຄວາມ ຮູ້ບຸນຄຸນ, ເຮັດບຸນເຮືອນ, ຕົບພະ ທາຍຊາຍ, ປ່ອຍສັດ ແລະ ການ ມ່ວນຊື່ນລື້ນເລີງຕ່າງໆຕາມປະເພນີ.

- Visit Laos Visit SALANA BOUTIQUE HOTEL - ບຸນປີໃໝ່ລາວ

ຄໍາວ່າ:  “ ສົງນໍ້າ” ໄດ້ແກ່ ອາບນໍ້າ ຫຼືຫົດນໍ້າ, ການສົງນໍ້ານີ້ ເພິ່ນສົງພະພຸດທະຮູບ, ສົງນໍ້າ ພະສົງ, ສົງນໍ້າໃຫ້ແກ່ຜູ້ຫຼັກຜູ້  ໃຫຍ່ ຈຸດປະສົງກໍເພື່ອເປັນການ ເຊີດ ຊູພະພຸດທະສາສະໜາ, ເພື່ອ ຄວາມເປັນສີລິມຸງຄຸນ, ອຸດົມສົມ ບູນ, ຢູ່ດີມີແຮງ. ນອກຈາກນັ້ນ, ເພິ່ນຍັງສົງນໍ້າໃຫ້ແກ່ພໍ່-ແມ່, ລຸງປ້າ-ອາວອາ ແລະ ເພື່ອນຝຸງ ເພື່ອເຊື່ອມໄມຕີຈິດມິດຕະພາບ, ຄວາມສາມັກຄີຮັກແພງ ແລະ ຖືກັນວ່າຍາມຮ້ອນໃຫ້ຄວາມຊຸ່ມເຢັນໃຫ້ແກ່ກັນ.ບຸນສົງນໍ້ານີ້ເພິ່ນຍັງເອີ້ນໄດ້ອີກວ່າ: “ບຸນຕຸດສົງການ”  ຕຸດ :ໝາຍຄວາມວ່າສ້ຽງຫຼືໝົດໄປ, ສ່ວນຄໍາວ່າ: “ສົງການ”  ຍ້າຍ ທີ່ໄປ, ສະນັ້ນ, ຕຸດສົງການ ຈຶ່ງ ມີຄວາມໝາຍວ່າ: ການທີ່ ປີ ເກົ່າ ໝົດສ້ຽງໄປແລ້ວຍ້າຍເຂົ້າສູ່ປີ ໃໝ່ແທນ.

ຕົກມາຮອດຍຸກປັດຈຸບັນ ນີ້, ການຫົດສົງນໍ້າກັນກໍມີອັນປ່ຽນ ແປງໄປມີບາງພາກສ່ວນຖືເອົາໂອກາດການຫຼິ້ນປີໃໝ່ນີ້ ສວຍ ໂອກາດ ໃຊ້ນໍ້າເປື້ອນ, ນໍ້າເໝັນ ນໍ້າປະສົມສີຕ່າງໆ ໃສ່ຖົງຢາງ ແກ່ວງດຶກໃສ່ກັນ, ທີ່ຈັດກັນເປັນ ກຸ່ມເປັນກ້ອນເມື່ອເຫັນລົດຈັກ- ລົດໃຫຍ່ຂີ່ຜ່ານມາກໍຕ່າງຝ່າຍ ຕ່າງ ຂວ່າງໃສ່ກັນຈົນກາຍເປັນ ສົງຄາມຖົງຢາງ ແລະ ຮ້າຍ ແຮງໄປກວ່ານັ້ນກໍພາໃຫ້ເກີດ ອຸປະຕິເຫດຕາມທ້ອງຖະໜົນ ຍ້ອນລົດເສຍຫຼັກເຮັດໃຫ້ຄົນ ໄດ້ຮັບບາດເຈັບຫຼືເສຍຊີວິດ,  ພາຫະນະເປ້ເພເສຍຫາຍ, ສ້າງ ຄວາມຫຍຸ້ງຍາກລໍາບາກໃຫ້ ເຈົ້າໜ້າທີ່ຕໍາຫຼວດ  ແລະ ສິ່ງ ບໍ່ດີບໍ່ງາມ ອື່ນໆຕາມມາອັນ ເປັນການຝ່າຝືນລະບຽບກົດ ໝາຍບ້ານເມືອງ. ສໍາລັບປີນີ້, ກໍຂໍຮຽກຮ້ອງມາຍັງພໍ່-ແມ່, ຜູ້ ປົກຄອງເດັກ, ລຸງປ້າອາວອາ ແລະ ຄູບາອາຈານ ຊ່ວຍຊີ້ແນະ ຕັກເຕືອນ ແລະ ສຶກສາອົບຮົມ ລູກຫຼານຕົນເອງໃນການຫຼິ້ນ ບຸນປີໃໝ່ລາວໃຫ້ເປັນລະບຽບ ຮຽບຮ້ອຍດີ, ບໍ່ໃຫ້ເຮັດອອກ ໄປນອກທິດນອກທາງ, ຮັກ ສາຮີດຄອງປະເພນີຂອງລາວ ເຮົາໄວ້, ເພື່ອຄວາມເປັນລະ ບຽບຮຽບຮ້ອຍຂອງບ້ານ ເມືອງ ກໍຄືຮັກສາສຸຂະພາບ, ຊີວິດ ແລະ ຊັບສິນຕ່າງໆໄວ້ ໃຫ້ດີ ບໍ່ຄວນປະມາດໃນການ ຂັບຂີ່ກິນດື່ມ ໃຫ້ພໍດີພໍງາມ ບໍ່ຄວນຟຸມເຟືອຍ, ເມົາແລ້ວ ຫ້າມຂັບ, ເອົາໃຈໃສ່ປະຕິບັດ ຕາມລະບຽບກົດໝາຍຕາມຮີດ ຄອງອັນດີງາມຂອງເຮົາ.

 

ໂດຍ: ບຸນໂຮມ

- 5 - ບຸນປີໃໝ່ລາວ
- 3 - ບຸນປີໃໝ່ລາວ
- 4 - ບຸນປີໃໝ່ລາວ