ສ.ເກົາຫລີ ອົດເຂົ້າຊີງບານໂລກ U20 ຫລັງເສຍໃຫ້ທີມຊາດ ອີຕາລີ 1-2

ສ.ເກົາຫລີ ອົດເຂົ້າຊີງບານໂລກ u20 ຫລັງເສຍໃຫ້ທີມຊາດ ອີຕາລີ 1-2 - 466416ee d36a 463a afaf 01c984d67575 - ສ.ເກົາຫລີ ອົດເຂົ້າຊີງບານໂລກ U20 ຫລັງເສຍໃຫ້ທີມຊາດ ອີຕາລີ 1-2
ສ.ເກົາຫລີ ອົດເຂົ້າຊີງບານໂລກ u20 ຫລັງເສຍໃຫ້ທີມຊາດ ອີຕາລີ 1-2 - kitchen vibe - ສ.ເກົາຫລີ ອົດເຂົ້າຊີງບານໂລກ U20 ຫລັງເສຍໃຫ້ທີມຊາດ ອີຕາລີ 1-2

ເປັນທີ່ໜ້າເສຍດາຍຊາດຈາກທະວີບອາຊີໜຶ່ງດຽວເທົ່ານັ້ນທີ່ໄດ້ຜ່ານເຂົ້າຮອບຮອງຊະນະເລີດ. ສ.ເກົາຫລີ ອົດສ້າງປະຫວັດສາດໃນຮອບຊີງຊະນະເລີດ ເປັນໄລຍະທີສອງຕິດຕໍ່ກັນ. ຫລັງ​ຈາກ​ເສຍ​ໃຫ້​ອີ​ຕາ​ລີ​ໃນ​ຮອບ​ຮອງ​ຊະ​ນະ​ເລີດ​.

ຕະຫລອດ​ການ​ແຂ່ງຂັນ, ສ.​ເກົາຫລີ ​ເຮັດ​ຜົນງານໄດ້ດີໃນ​ຮອບ​ທຳ​ອິດ ເຂົ້າຮອບເປັນອັນດັບາອງຂອງກຸ່ມ F ເອົາຊະນະ ຝຣັ່ງ 2-1 ປະຕູ, ສະເໝີກັບ ຮອນດູຣັສ 2-2 ແລະ ສະເໝີກັບ ແກມເບຍ 0-0, ຈາກນັ້ນ ຊະນະ ເອກົວດໍ 3-2 ໃນຮອບ 16 ທີມສຸດທ້າຍ ແລະ ຊະນະ ໄນຈີເຣຍ 1-0 (ຕໍ່ເວລາພິເສດ). ໃນຮອບ 8 ທີມສຸດທ້າຍ.

ສ.ເກົາຫລີ ອົດເຂົ້າຊີງບານໂລກ u20 ຫລັງເສຍໃຫ້ທີມຊາດ ອີຕາລີ 1-2 - Visit Laos Visit SALANA BOUTIQUE HOTEL - ສ.ເກົາຫລີ ອົດເຂົ້າຊີງບານໂລກ U20 ຫລັງເສຍໃຫ້ທີມຊາດ ອີຕາລີ 1-2

ຮອບຮອງຊະນະເລີດ ສ.​ເກົາຫລີ ໂຄຈອນມາພົບກັບອີຕາລີ, ໃນເກມນີ້ ອີຕາລີ ໄດ້ປະຕູຂຶ້ນນຳກ່ອນຈາກ ເຊຊາເຣ ຄາເຊເດ ໃນນາທີ 14 ກ່ອນທີ່ ສ.​ເກົາຫລີ ໄລ່ຕີສະເໝີຈາກ ລີ ຊຸງວອນ (ຈຸດໂທດ) ໃນນາທີ 23 ແຕ່ ອີຕາລີ ໄດ້ປະຕູຊະນະຈາກ ຊີໂມເນ ປາຟຸນດີ້ ໃນນາທີ 86 ເຮັດໃຫ້ ອີຕາລີ ຊະນະ ສ.​ເກົາຫລີ 2-1 ແລະ ຜ່ານເຂົ້າຮອບສຸດທ້າຍ ພົບກັບ ອູຣູກວາຍ ທີ່ເອົາຊະນະມ້າມືດຢ່າງ ອິສຣາແອລ  1-0.

ການແຂ່ງຂັນນັດສຸດທ້າຍລະຫວ່າງ ອີຕາລີ ກັບ ອູຣູກວາຍ ຈະແຂ່ງຂັນໃນຄືນວັນທີ 11 ມິຖຸນາ ເວລາ 04:00 ໂມງ, ຂະນະທີ່ ສ.​ເກົາຫລີ ປີ 2019 ເຂົ້າຊີງຊະນະເລີດກັບ ຢູເຄຣນ ກ່ອນຈະເສຍໃນຮອບຊີງ 1-3 ຖືວ່າໜ້າເສຍດາຍທີ່ ສ.​ເກົາຫລີ ບໍ່ສາມາດເຂົ້າຊີງເປັນສະໄໝທີ່ສອງຕິດຕໍ່ກັນ.

ສ.ເກົາຫລີ ອົດເຂົ້າຊີງບານໂລກ u20 ຫລັງເສຍໃຫ້ທີມຊາດ ອີຕາລີ 1-2 - 3 - ສ.ເກົາຫລີ ອົດເຂົ້າຊີງບານໂລກ U20 ຫລັງເສຍໃຫ້ທີມຊາດ ອີຕາລີ 1-2
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!